ໃນວັນທີ່ 22 ກູມພາ 2018 ນີ້ຢູ່ທີ່ສະໂມສອນເມືອງທ່າໂທມ ແຂວງໄຊສົມບູນ ໄດ້ມີກອງປະຊູມສະຫຼຸບວຽກງານຮອບດ້ານປະຈຳປີ 2017 ແລະ ທິດທາງແຜນການປີ 2018 ຂອງອົງການປົກຄອງເມືອງທ່າໂທມ ຂື້ນ ໂດຍການເປັນປະທານຮ່ວມຂອງ ທ່ານ ສົມບູນ ສອນລິດທິເດດ ກຳມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງທ່າໂທມ, ມີ ທ່ານ ປະລິນຍາເອກ ພົນຕີ ທອງລອຍ ສິລິວົງ ກຳມະການສູນກາງພັກ, ເລຂາພັກແຂວງ ເຈົ້າແຂວງໄຊສົມບູນ; ເຂົ້າຮ່ວມກອງປະຊູມໃນຄັ້ງນີ້ ມີຄະນະປະຈໍາພັກເມືອງ ສະມາຊິກສະພາປະຊາຊົນແຂວງ ຫົວໜ້າຄະນະຫ້ອງການ, ພະນັກງານອາວຸໂສ-ບຳນານ, ເລຂາພັກກູ່ມບ້ານ ພ້ອມດ້ວຍເລຂາພັກບ້ານ 26 ບ້ານ ໃນທົ່ວເມືອງເຂົ້າຮ່ວມຢ່າງພ້ອມພຽງ.
ໃນກອງປະຊຸມທ່ານ ບຸນທະວີ ວິໄລແສງ ຫົວໜ້າຫ້ອງການແຜນການ ແລະ ການລົງທຶນເມືອງ ກໍ່ໄດ້ຂຶ້ນຜ່ານຮ່າງແຜນບົດສະຫຼຸບ ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ປະຈຳປີ 2017 ແລະ ທິດທາງແຜນການປະຈຳປີ 2018 ຂອງເມືອງ ເຊິ່ງເມືອງທ່າໂທມ ປະກອບມີ 26 ບ້ານ, ມີ 3 ພັນກວ່າຄົວເຮືອນ, ມີພົນລະເມືອງ 21 ພັນກວ່າຄົນ, ຍິງ 10 ພັນກວ່າຄົນ, ມີ 3 ຊົນເຜົ່າຄື: ເຜົ່າລາວ ກວມ 50 ສວ່ນຮ້ອຍ, ເຜົ່າມົ້ງກວມ 24 ສ່ວນຮ້ອຍ ແລະ ເຜົ່າກຶມມຸ ກວມ 25 ສ່ວນຮ້ອຍ, ດ້ານເສດຖະກິດມະຫາພາກ ລວມຍອດຜະລິດຕະພັນພາຍໃນ GDP ມູນຄ່າຕາມລາຄາປີ ປະຕິບັດໄດ້ 159,25 ຕື້ກີບ ສະເລ່ຍໃສ່ຫົວຄົນຜູ້ໜຶ່ງ ໄດ້ 7 ລ້ານກວ່າກີບຕໍ່ຄົນຕໍ່ປີ ທຽບໃສ່ແຜນການປະຕິບັດໄດ້ 81 ສ່ວນຮ້ອຍຂອງ GDP ໃນນັ້ນ ດ້ານອຸດສາຫະກຳ 19,53 ຕື້ກີບ ກວມ 12,26 ສ່ວນຮ້ອຍຂອງ GDP, ດ້ານກະສິກໍາ ແລະ ປ່າໄມ້ 95,66 ຕື້ກີບ ກວມ 60 ສ່ວນຮ້ອຍຂອງ GDP ແລະ ດ້ານການບໍລິການ 44,06 ຕື້ກີບ ກວມເອົາ 27 ສ່ວນຮ້ອຍຂອງ GDP, ໃນປີ 2017 ໄດ້ຮັບການລົງທືນຂອງລັດ ນັບທັງສຳລະໜີ້ ແລະ ສະເໜີໃໝ່ ມີທັງໝົດ 63 ໂຄງການ ມູນຄ່າຕາມສັນຍາ 288 ກວ່າຕື້ກີບ, ທຶນປົກກະຕິມີ 8 ໂຄງການ ມູນຄ່າ 17 ຕື້ກວ່າກີບ, ທືນຊົນນະບົດເຂດຈັດສັນຂອງລັດຖະບານ ມີ 55 ໂຄງການ ມູນຄ່າ 274 ຕື້ກວ່າກີບ, ນອກນັ້ນ ຍັງມີຜົນການງານເຄື່ອນໄຫວວຽກງານຂອງແຕ່ລະຫ້ອງການ ທີ່ສາມາດປະຕິບັດສຳເລັດໃນຫຼາຍດ້ານໃນປີຜ່ານມາ ເຊີ່ງມີທັງດ້ານດີ, ດ້ານອ່ອນ , ຂໍ້ຄົງຄ້າງ ແລະ ທິດທາງແຜນການໃນປີຕໍ່ໜ້າ.
Editor: ເມືອງທ່າໂທມ