ເພື່ອເປັນການຊຸກຍູ້ສົ່ງເສີມ ໃນການຫັນລົງກໍ່ສ້າງຮາກຖານການເມືອງ ພັດທະນາຊົນນະບົດຮອບດ້ານຕາມ 4 ແຜນງານໃຫ່ຍຂອງແຂວງ ເຊກອງ ວາງອອກ ໂດຍຕິດພັນກັບ 4 ເນື້ອໃນ 4 ຄາດໝາຍ, ສະນັ້ນ ຕອນເຊົ້າວັນທີ 9 ມີນາ 2018 ນີ້ ທ່ານ ຄໍາສອນ ກອນເຍີ ກໍາມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງ ທ່າແຕງ ພ້ອມຄະນະ ໄດ້ລົງພົບປະຢ້ຽມຢາມປະຊາຊົນອໍາອາດການປົກຄອງບ້ານ ທົ່ງຫວາຍ ຢູ່ທີ່ກວນຂອງບ້ານດັ່ງກ່າວ ໂດຍການຕ້ອນຮັບຂອງ ທ່ານ ນຸ່ຍໄຊ ເລຂາຄະນະພັກຮາກຖານບ້ານ-ນາຍບ້ານທົ່ງຫວາຍ,ມີຫົວໜ້າເຂດຈຸດສຸ່ມພັດທະນາທີ 6,ແຂກຖືກເຊີນ ພ້ອມດ້ວຍພໍ່ແມ່ປະຊາຊົນ 80 ຄົນ,ຍິງ 25 ຄົນຕ້ອນຮັບຢ່າງອົບອຸ່ນ.
ທ່ານ ນຸ່ຍໄຊ ເລຂາຄະນະພັກຮາກຖານບ້ານ-ນາຍບ້ານທົ່ງຫວາຍ ໄດ້ລາຍງານການຈັດຕັ້ງປະຕິບັດວຽກງານຮອບດ້ານໃນໄລຍະ 3 ເດືອນຜ່ານມາ ອຳນາດການປົກຄອງບ້ານໄດ້ຖືເອົາການສຶກສາອົບຮົມການເມືອງແນວຄິດ ຂອງພໍ່ແມ່ປະຊາຊົນເປັນບັນຫາສໍາຄັນ ເປັນຕົ້ນແມ່ນເອກະສານສຳຄັນຂອງພັກຂອງຊາດ ແລະ ລະບຽບກົດໝາຍຕ່າງໆມາເຜີຍແຜ່ເຊື່ອມຊືມໄດ້ຢ່າງເປັນປົກກະຕິ, ເຮັດໃຫ້ອໍານາດການປົກຄອງ ແລະ ພໍ່ແມ່ປະຊາຊົນພາຍໃນບ້ານ ມີຄວາມໜັກແໜ້ນເຂັ້ມແຂງທາງດ້ານການເມືອງ, ພ້ອມກັນສ້າງເສດຖະກິດຄອບຄົວມີຄວາມມັ່ງຄັ້ງເຂັ້ມແຂງໄດ້ດີຕະຫຼອດມາ.
ໃນໂອກາດດັ່ງກ່າວທ່ານ ຄໍາສອນ ກອນເຍີ ກໍາມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງ ທ່າແຕງ ກໍ່ໄດ້ກ່າວ ເນັ້ນໃຫ້ເລຂາຄະນະພັກຮາກຖານບ້ານ-ນາຍບ້ານ ພ້ອມດ້ວຍພໍ່ແມ່ປະຊາຊົນສືບຕໍ່ຊີ້ນໍາ-ນໍາພາປະຊາຊົນພາຍໃນບ້ານໃຫ້ໄປຕາມ 4 ແຜນງານຂອງແຂວງວາງອອກ ໂດຍຕິດພັນກັບ 4 ເນື້ອໃນ 4 ຄາດໝາຍວາງອອກ ໂດຍສະເພາະ ແຜ່ນງານແກ້ໄຂຄວາມທຸກຍາກຂອງປະຊາຊົນ, ການບູລະນະປົກປັກຮັກສາສ້ອມແປງພື້ນຖານໂຄງລ່າງທີ່ມີແລ້ວ, ການສົ່ງເສີມການທ່ອງທ່ຽວ ແລະ ແຜນງານການຄໍ້າປະກັນຍົກສູງຄຸນນະພາບ ທາງດ້ານການເມືອງຢ່າງໜັກແໜ້ນເຂັ້ມແຂງ ຕິດພັນກັບການສົ່ງເສີມປະຊາຊົນຜະລິດສິນຄ້າແຕ່ລະປະເພດໃນທ້ອງຖິ່ນຂອງຕົນ ໂດຍຫັນເອົາວຽກງານປິ່ນອ້ອມພາຍໃນບ້ານຄື: ວຽກງານ ປກສ-ປກຊ, ແມ່ຍິງ, ຊາວໜຸ່ມ, ແນວໂຮມ ເພື່ອເຂົ້າໃນການພັດທະນາໃນແຕ່ລະຂົງເຂດນັບແຕ່ນີ້ຮອດປີ 2030. ສືບຕໍ່ເອົາໃຈໃສ່ປົກປັກຮັກສາຮີດຄອງປະເພນີ ແລະ ສ້າງສາພັດທະນາບ້ານຂອງຕົນໃຫ້ກ້າວຂື້ນຢ່າງບໍ່ຢຸດຢັ້ງ.
Editor: ສິງຫາ ເລືອງວັນ