ໃນວັນທີ່ 20 ກຸມພາ 2018 ນີ້ຢູ່ທີ່ສະໂມສອນບ້ານນ້ຳລ້ອງ, ເມືອງທ່າໂທມ, ແຂວງໄຊສົມບູນ ໄດ້ມີກອງປະຊຸມໃຫຍ່ຄັ້ງທີ 11 ຂອງບ້ານຂື້ນໂດຍການເຂົ້າຮ່ວມເປັນຂອງທ່ານ ສົມບູນ ສອນລິດທິເດດ ກຳມະການພັກ ແຂວງ ເລຂາພັກເມືອງ ເຈົ້າເມືອງທ່າໂທມ, ມີທ່ານ ບູນໜັກ ຈັນທະເສນ ກຳມະການພັກເມືອງ, ເລຂາພັກຮາກຖານກຸ່ມບ້ານເທດສະບານ , ທ່ານ ພຸດສະໄໝ ໂພທິສານ ເລຂາພັກບ້ານນ້ຳລ້ອງ ແຂກຖືກເຊີນ ພ້ອມດ້ວຍປະຊາຊົນພາຍໃນບ້ານເຂົ້າຮ່ວມຢ່າງພ້ອມພຽງ.
ເຂົ້າຮ່ວມກອງປະຊຸມຄັ້ງນີ້ມີ ມີຄະນະຮັບຜິດຊອບປັບປຸງກົງຈັກການຈັດຕັ້ງຂັ້ນເມືອງ, ເລຂາພັກບ້ານອ້ອມຂ້າງ, ແຂກທີ່ຖືກເຊີນ, ສະມາຊິກພັກ, ເຖົ້າແກ່ອາວຸໂສ, ພະນັກງານບຳນານ ຕະຫຼອດຮອດພໍ່ແມ່ປະຊາຊົນ ບ້ານນ້ຳລ້ອງເຂົ້າຮ່ວມຢ່າງຫຼວງຫຼາຍ.
ໃນກອງປະຊຸມທ່ານ ນາງ ຄຳຜີວ ຮອງເລຂາພັກບ້ານ ກໍ່ໄດ້ຂື້ນຜ່ານບົດສະຫຼຸບໃນການຊີ້ນຳ-ນຳພາໄລຍະ 5 ປີຂອງຄະນະພັກບ້ານ ເຊີ່ງບ້ານນ້ຳລ້ອງ ປະກອບມີພົນລະເມືອງທັງໝົດ 499 ຄົນ, ຍິງ 235 ຄົນ, ມີ 78 ຫຼັງຄາເຮືອນ, ມີ 98 ຄອບຄົວ ແລະ ມີ 3 ຊົນເຜົ່າອາໃສ່ຢູ່ຮ່ວມກັນ ປະຊາຊົນພາຍໃນບ້ານແມ່ນມີອາຊີບປູກຝັງລ້ຽງສັດເປັນອາຊີບຕົ້ນຕໍ, ໄລຍະທີ່ຜ່ານມາແມ່ນໄດ້ເອົາໃຈໃສ່ສຶກສາອົບຮົມການເມືອງແນວຄິດໃຫ້ປະຊາຊົນ, ເຜີຍແຜ່ເຊື່ອມຊືມລະບຽບກົດໝາຍ, ແກ້ໄຂຄວາມທຸກຍາກຂອງປະຊາຊົນ, ສຸມໃສ່ພັດທະນາເສດຖະກິດຄອບຄົວມີການຂະຫຍາຍຕົວທີ່ດີຂື້ນ ນອກນັ້ນ ຍັງມີຜົນງານທີ່ພົ້ນເດັ່ນອື່ນໆອີກ ແລະ ມີທັງດ້ານດີ, ດ້ານອ່ອນ, ບົດຮຽນທີ່ຖອດຖອນໄດ້ ຈາກນັ້ນ ບັນດາຜູ້ເຂົ້າຮ່ວມກໍ່ໄດ້ມີການປະກອບຄຳຄິດເຫັນໃສ່ບົດສະຫຼຸບເພື່ອໃຫ້ມີເນື້ອໃນຄົບຖ້ວນສົມບູນຂື້ນ.
ຕໍ່ມາເລຂາຄະນະພັກບ້ານຊຸດເກົ່າກໍ່ໄດ້ຂື້ນກ່າວລາໜ້າທີ່ ແລະ ຄະນະຈັດຕັ້ງເມືອງກໍ່ໄດ້ຜ່ານບັນດາເງື່ອນໄຂມາດຖານຂອງຜູ້ທີ່ຈະສະໝັກເລືອກຕັ້ງເປັນເລຂາພັກບ້ານນາຍບ້ານຊຸດໃໝ່ ຫຼັງຈາກນັ້ນພໍ່ແມ່ປະຊາຊົນພາຍໃນບ້ານກໍ່ ໄດ້ມີການປ່ອນບັດເລືອກຕັ້ງເອົາເລຂາພັກບ້ານນາຍບ້ານຊຸດໃໝ່ ຜ່ານການປ່ອນບັດເລືອກຕັ້ງແມ່ນໄດ້ ທ່ານ ສີວອນ ຫາ ເປັນເລຂາພັກບ້ານນາຍບ້ານຊີ້ນຳລວມ, ທ່ານ ຄໍາເຮືອງ ພົມລໍຕະກູນ ເປັນຮອງເລຂາພັກບ້ານ ຮັບຜິດຊອບວຽກງານອົງການຈັດຕັ້ງມະຫາຊົນ, ທ່ານ ຝຸງຫາ ເປັນຄະນະພັກບ້ານ ຮັບຜິດຊອບວຽກງານວັດທະນະທຳ-ສັງຄົມ, ທ່ານ ສືວື່ ເປັນຮອງນາຍບ້ານຮັບຜິດຊອບວຽກງານປ້ອງກັນຊາດປ້ອງກັນຄວາມສະຫງົບ ແລະ ທ່ານ ນາງ ສີ ພົມມະຈັນ ເປັນຮອງນາຍບ້ານຮັບຜິດຊອບວຽກງານເສດຖະກິດ.
ໃນໂອກາດນີ້ ຍັງໄດ້ຮັບຟັງຄຳຄິດເຫັນຈາກທ່ານເຈົ້າເມືອງ ເຊີ່ງທ່ານກໍ່ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ບັນດາຜົນງານຕ່າງໆທີ່ພົ້ນເດັ່ນຂອງຄະນະພັກບ້ານນ້ຳລ້ອງຊຸດເກົ່າຍາດມາໄດ້ ໃນໄລຍະ 5 ປີທີ່ຜ່ານມາ, ນອກນັ້ນທ່ານຍັງໄດ້ເນັ້ນໜັກໃຫ້ຄະນະພັກບ້ານຊຸດໃໝ່ ຈົ່ງນຳເອົາທິດທາງແຜນການນຳໄປປະຕິບັດໃຫ້ປະກົດຜົນເປັນຈິງ, ມີການສຶກສາອົບຮົມທາງດ້ານການເມືອງແນວຄິດໃຫ້ປະຊາຊົນ, ນໍາເອົາມະຕິຄໍາສັ່ງຂອງຂັ້ນເທິງຜັນຂະຫຍາຍ, ສຸມໃສ່ການປູກຝັງລ້ຽງສັດໃຫ້ກາຍເປັນສິນຄ້າ, ມີແບບແຜນການນໍາພາ ແບບແຜນການເຮັດວຽກ ໂດຍແບ່ງຄວາມຮັບຜິດຊອບໃຫ້ບຸກຄົນ, ແກ້ໄຂຄອບຄົວທຸກຍາກຂອງບ້ານໃຫ້ຫຼຸດລົງ , ເພີ່ມທະວີຄວາມສາມັກຄີ ແລະ ພ້ອມກັນພັດທະນາເສດຖະກິດຄອບຄົວໃຫ້ນັບມື້ນັບດີຂື້ນ.
Editor: ນັກຂ່າວເມືອງທ່າໂທມ