ໃນເມື່ອບໍ່ດົນນີ້ ທີ່ຫ້ອງປະຊຸມທະນາຄານການພັດທະນາລາວ ສາຂາແຂວງສະຫວັນນະເຂດ ໄດ້ຈັດພິທີຮັບນາມມະຍຸດ 4 ບຸກ ໂດຍການເປັນປະທານຂອງສະຫາຍ ລຳແກ້ວ ແສງໜູທອງ, ເລຂາຄະນະບໍລິຫານງານຊາວໜຸ່ມແຂວງສະຫວັນນະເຂດ, ສະຫາຍ ໄລທອງ ວົງດັນຍາ ເລຂາໜ່ວຍພັກທະນາຄານພັດທະນາລາວ ສາຂາແຂວງສະຫວັນນະເຂດ, ແຂກຖືກເຊີນອ້ອມຂ້າງແຂວງ, ຕາງໜ້າອົງການຈັດຕັ້ງມະຫາຊົນ ພ້ອມສະມາຊິກຊາວໜຸ່ມພາຍໃນຮາກຖານຊາວໜຸ່ມທະນາຄານພັດທະນາລາວ ສາຂາແຂວງສະຫວັນນະເຂດ ເຂົ້າຮ່ວມ.
ໃນພິທີສະຫາຍ ພີມມະສອນ ຈັນທະສອນ ເລຂາຄະນະບໍລິຫານງານຊາວໜຸ່ມຮາກຖານທະນາຄານພັດທະນາລາວ ສາຂາແຂວງສະຫວັນນະເຂດ ໄດ້ຍົກໃຫ້ເຫັນຜົນງານທີ່ພົ້ນເດັ່ນຫຼາຍດ້ານ ປັດຈຸບັນປະ ກອບມີຄະນະຮາກຖານຊາວໜຸ່ມ 3 ສະຫາຍ, ຍິງ 01 ສະຫາຍ. ມີສະມາຊິກຊາວໜຸ່ມທັງໝົດ 50 ສະຫາຍ; ຍິງ 33 ສະຫາຍ ໃນນັ້ນ ໄດ້ແບ່ງອອກເປັນ 04 ໜ່ວຍ, ມີສະມາຊິກພັກ 11 ສະຫາຍ; ຍິງ 3 ສະຫາຍ; ສໍາຮອງ 1 ສະຫາຍ; ຍິງ 1 ສະຫາຍ, ສະມາຊິກຊາວໜຸ່ມທີ່ເປັນສະມາຊິກສະຫະພັນກຳມະບານ ມີ 49 ສະຫາຍ; ຍິງ 30 ສະຫາຍ; ເປັນສະມາຊິກເພດຍິງ 30 ສະຫາຍ ເທົ່າກັບ 100% ຂອງສະມາຊິກຊາວໜຸ່ມເພດຍິງ; ດ້ານຄວາມຮູ້ຄວາມສາມາດ ກໍ່ຄືລະດັບການສຶກສາຂອງສະມາຊິກຊາວໜຸ່ມແມ່ນຈົບປະລີນຍາໂທ 6 ສະຫາຍ; ຍິງ 2 ສະຫາຍ; ປະລີນຍາຕີ 30 ສະຫາຍ; ຍິງ 17 ສະຫາຍ; ຊັ້ນສູງ 3 ສະຫາຍ; ຍິງ 2 ສະຫາຍ ໃນນັ້ນ ກໍາລັງສຶກສາຕໍ່ລະດັບປະລີນຍາຕີ 1 ສະຫາຍ; ຍິງ 1 ສະຫາຍ.
ຜ່ານການຈັດຕັ້ງປະຕິບັດຂໍ້ແຂງຂັນ 4 ບຸກ ພາຍໃນຮາກຖານຊາວໜຸ່ມທະນາຄານພັດທະນາລາວ ສາຂາແຂວງສະຫວັນນະເຂດ ສາມາດສະຫຼຸບຕີລາຄາຜົນສຳເລັດໃນການຈັດຕັ້ງປະຕິບັດ ສາມາດສ້າງປະຕິບັດເປັນຮາກຖານ ຊາວໜຸ່ມ 4 ບຸກໄດ້ IV ຄັ້ງ, ໃນພິທີຍັງໄດ້ມອບໃບຢັ້ງຢືນຊາວໜຸ່ມ 4 ບຸກ ນຳອີກດ້ວຍ.
Editor: ຊາວຫນຸ່ມສະຫວັນນະເຂດ