ຕອນເຊົ້າວັນທີ 20 ກຸມພາ 2018 ນີ້ຢູ່ສະໂມສອນບ້ານບົງ ເມືອງປາກຊັນ, ແຂວງບໍລິຄຳໄຊ, ໄດ້ສະຫຼຸບຜົນສໍາເລັດການຝືກອົບຮົມສ້າງບ້ານປ້ອມໝັ້ນສູ້ຮົບຕິດລຽນຢ່າງເປັນທາງການ. ໂດຍເປັນກຽດເຂົ້າຮ່ວມເປັນປະທານຂອງທ່ານ ບຸນຍູ້ ພົມມະວົງສາ ກຳມະການພັກແຂວງ, ເລຂາພັກເມືອງ ເຈົ້າເມືອງປາກຊັນ, ມີບັນດາພະນັກງານທະຫານ-ຕຳຫຼວດ ພ້ອມດ້ວຍນັກສຳມະນະກອນ ບ້ານບົງ ແລະ ບ້ານນາມ່ວງ ເຂົ້າຮ່ວມຢ່າງພ້ອມພຽງ.
ໃນພິທີ ທ່ານ ພັນຕີ ບົວໃສ ຄຳມະວົງ ຫົວໜ້າຂະແໜງການທະຫານທ້ອງຖິ່ນ ເມືອງປາກຊັນ, ໄດ້ຜ່ານບົດສະຫຼຸບຜົນສໍາເລັດ ການຝືກອົບຮົມ-ຮໍ່າຮຽນການສ້າງບ້ານປ້ອມໝັ້ນສູ້ຮົບຕິດລຽນໃຫ້ສອງບ້ານ ຄື: ບ້ານບົງ ແລະ ບ້ານນາມ່ວງ, ກຸ່ມໂພນໄຊ, ເມືອງປາກຊັນ ແຂວງບໍລິຄຳໄຊ. ທີ່ເລີມມາແຕ່ວັນທີ 13-20 ກຸມພາ, ເຊີງໄດ້ຍົກໃຫ້ເຫັນຜົນສຳເສັດການເຄື່ອນໄຫຼວຫັດແອບສ້າງບ້ານປ້ອມໝັ້ນສູ້ຮົບຕິດຫຼຽນໃນໄລຍະ 08 ວັນຜ່ານມາຄື: ໄດ້ນຳພານັກສຳມະນະກອນເຊື່ອມຊືມບັນດາເອກະສານຕ່າງໆ ແລະ ລົງປະຕິບັດໃນພາກສະໜາມຮົບຕົວຈີງ, ອອກແບບແຜນວິທີສູ້ຮົບໃນເວລາພົບກັບສັດຕູ ແລະ ແບບແຜນວິທີປ້ອງກັນບ້ານ ແລະ ເຄື່ອນຍ້າຍປະຊາຊົນໄປລົບໄພຢູ່ບ່ອນປອດໃພ, ສອນວິທີເຮັດອາວຸດພື້ນເມືອງ ແລະ ກັບດັກ, ກຽມພ້ອມປ້ອງກັນເວລາເກີດອັກຄີໃພ, ໃນນີ້ມີນັກສຳມະນາກອນເຂົ້າຮ່ວມທັງໝົດ 30 ຄົນ, ພາຍຫຼັງອົບຮົມ-ຫັດແອບສໍາເລັດອົງການຈັດຕັ້ງຂອງບ້ານ ແລະ ກຳລັງກອງຫຼອນ-ປກສ ຕ້ອງກຳແໜ້ນດ້ານເນື້ອໃນ, ທິດສະດີ-ຫຼັກການແຕ່ລະຂັ້ນຕອນ, ຈັງຫວະບາດກ້າວໃນການສ້າງກຸ່ມສູ້ລົບຕິດລ່ຽນຂອງບ້ານເພື່ອໝູນໃຊ້ເຂົ້າໃນວຽກງານປົກປັກ-ຮັກສາ ແລະ ສ້າງສາພັດທະນາບ້ານຊ່ອງຂອງຕົນໃນຕໍ່ໜ້າໃຫ້ດີຂື້ນເປັນກ້າວໆ, ຜ່ານການຝືກອົບຮົມມາເປັນເວລາ 08 ວັນເຫັນວ່ານັກສຳມະນະກ່ອນມີຄວາມຮັບຮູ້ເຂົ້າໃຈ ແລະ ສາມາດນຳໄປຈັດຕັ້ງປະຕິບັດເຂົ້າໃນວຽກງານຕົວຈີງໄດ້ 100%.
ຕອນທ້າຍທ່ານ ບຸນຍູ້ ພົມມະວົງສາ ກຳມະການພັກແຂວງ, ເລຂາພັກເມືອງ ເຈົ້າເມືອງປາກຊັນ, ກໍ່ໄດ້ໃຫ້ກຽດໂອ້ລົມ ຊຶ່ງໄດ້ຮຽກຮ້ອງໃຫ້ບັນດາສະຫາຍທີ່ເຂົ້າຮ່ວມຝືກຫັດການສ້າງບ້ານປ້ອມໝັ້ນສູ້ຮົບຕິລຽນ ໃນຄັ້ງນີ້ຈົ່ງພ້ອມກັນເກັບກຳເອົາບົດຮຽນເພື່ອນຳໄປຈັດຕົັ້ງປະຕິບັດໃຫ້ໄດ້ຜົນສຳເລັດ 100% , ທ່ານໄດ້ເນັ້ນໜັກໃຫ້ກຳລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ຈົ່ງເອົາໃຈໃສ່ວຽກງານສຶກສາອົບຮົມການເມືອງ-ແນວຄິດ, ສ້າງຖັນແຖວພະນັກງານ-ນັກຮົບໃຫ້ມີຄວາມໜັກແໜ້ນເຂັ້ມແຂງທາງດ້ານການເມືອງ, ມີຄວາມຊື່ສັດບໍລິສຸດຈົງຮັກພັກດີຕໍ່ພັກ, ປະເທດຊາດ ແລະ ປະຊາຊົນ, ເອົາໃຈໃສ່ວຽກງານລົງກໍ່ສ້າງຮາກຖານການເມືອງ, ກໍ່ສ້າງ ປກສ ກຸ່ມບ້ານ, ປຸກລະດົມຂົນຂວາຍປະຊາຊົນເຂົ້າຮ່ວມວຽກງານ ປກຊ-ປກສ ໃຫ້ເປັນຂະບວນການກວ້າງຂວ້າງ ແລະ ເປັນວຽກງານຍຸດທະສາດທົ່ວປວງຊົນ, ເພື່ອຮັບປະກັນຄວາມສະຫງົບທາງດ້ານການເມືອງ,ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມ, ໃຫ້ບັນລຸຜົນສໍາເລັດສູງກວ່າເກົ່າ, ເອົາໃຈໃສ່ສ້າງພັກ, ສ້າງພະນັກງານໃນກຳລັງປ້ອງຊາດ-ປ້ອງກັນຄວາມສະຫງົບ, ກໍາແໜ້ນພາລະບົດບາດ, ສິດ, ໜ້າທີ່ຂອງຕົນໃຫ້ໄດ້ຮັບໝາກຜົນສູງຂື້ນເລື້ອຍໆ.
Editor: ນັກຂ່າວ ປກສ ແຂວງບໍລິຄຳໄຊ