ໃນເມື່ອບໍ່ດົນນີ້; ສະມາຊິກສະພາແຫ່ງຊາດເຂດເລືອກຕັ້ງທີ 13 ແລະ ສະພາປະຊາຊົນແຂວງສະຫວັນນະເຂດ ໄດ້ລົງເຜີຍແຜ່ຜົນສໍາເລັດ ກອງປະຊຸມສະໄໝສາມັນເທື່ອທີ 4 ຂອງສະພາແຫ່ງຊາດຊຸດທີ VIII ແລະ ສະພາປະຊາຊົນແຂວງ ຊຸດທີ I ຢູ່ທີ່ເມືອງອາດສະພັງທອງ ເຊິ່ງນໍາໂດຍທ່ານ ພົນໂທ ແສງນວນ ໄຊຍະລາດ ຮອງປະທານ ສະພາແຫ່ງຊາດ ແລະ ສະມາຊິກສະພາປະຊາຊົນແຂວງ ໄດ້ລົງມພົບປະໂອ້ລົມອໍານາດການປົກຄອງ ແລະ ພໍ່ແມ່ປະຊາຊົນຊາວເມືອງອາດສະພັງທອງ ແຂວງສະຫວັນນະເຂດ. ໂດຍການຕ້ອນຮັບຢ່າງອົບອຸ່ນຂອງທ່ານ ລໍາທອງ ຂອບສີລາວົງ ເຈົ້າເມືອງໆອາດສະພັງທອງ ພ້ອມດ້ວຍຄະນະ, ມີບັນດາພະນັກງານ, ທະຫານ, ຕໍາຫຼວດ, ອໍານາດການປົກຄອງ 5 ບ້ານເທດສະບານ ເມືອງອາດສະພັງທອງ ໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນ.
ການລົງເຜີຍແຜ່ຜົນສໍາເລັດ ກອງປະຊຸມສະໄໝສາມັນເທື່ອທີ 4 ຂອງສະພາແຫ່ງຊາດຊຸດທີ VIII ແລະ ສະພາປະຊາຊົນແຂວງ ຊຸດທີ I ໃນຄັ້ງນີ້; ອໍານາດການປົກຄອງຂັ້ນເມືອງ, ຂັ້ນບ້ານ ແລະ ໄດ້ຮັບຟັງຜົນສໍາເລັດຂອງກອງປະຊຸມໂດຍກອງປະຊຸມໄດ້ຮັບຮອງເອົາບົດລາຍງານລັດຖະບານ ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 6 ເດືອນຕົ້ນປີ, ຄາດຄະເນປີ 2017 ແລະ ແຜນການປີ 2018, ຮັບຮອງເອົາບົດລາຍງານຂອງລັດຖະບານ ກ່ຽວກັບການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ 6 ເດືອນຕົ້ນປີ, ຮັບຮອງເອົາບົດລາຍງານຂອງລັດຖະບານ ກ່ຽວກັບການຈັດຕັ້ງປະຕິບັດແຜນການວຽກງານທ່ອງທ່ຽວ ໃນຊຸມປີຜ່ານມາ ແລະ ທິດທາງແຜນການປີ 2018, ຮັບຮອງເອົາບົດລາຍງານຂອງອົງການກວດກາກວດສອບແຫ່ງລັດ ກ່ຽວກັບຜົນການກວດສອບບົດສະຫຼຸບຂາດຕົວ ການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດສົກປີ 2015-2016 ການເຄື່ອນໄຫວວຽກງານ ປະຈໍາປີ 2017, ທິດທາງແຜນການເຄື່ອນໄຫວປີ 2018 ແລະ ບົດລາຍງານຂອງອົງການກວດກາລັດຖະບານ ກ່ຽວກັບການກວດ ກາຜົນການກວດສອບສົກປີ 2013-2014 ແລະ ສົກປີ 2014-2015, ຮັບຮອງເອົາບົດລາຍງານຂອງອົງການໄອຍະການສູງສຸດ, ສານປະຊາຊົນສູງສຸດ ກ່ຽວກັບການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ ປະຈໍາປີ 2018 ແລະ ບົດລາຍງານຂອງກະຊວງຍຸຕິທໍາ ກ່ຽວກັບສະພາບການຈັດຕັ້ງປະຕິບັດຄໍາຕັດສິນຂອງສານໃນໄລຍະຜ່ານມາ ແລະ ທິດທາງແຜນການແກ້ໄຂໃນຕໍ່ໜ້າ, ຮັບຮອງເອົາບົດລາຍງານຂອງສະພາແຫ່ງຊາດ ກ່ຽວກັບການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ ປະຈໍາປີ 2017 ແລະ ແຜນການເຄື່ອນໄຫວວຽກງານປະຈໍາປີ 2018 ແຜນການຕິດຕາມກວດກາ ປະຈໍາປີ 2018 ແລະ ແຜນການສ້າງ, ປັບປຸງກົດໝາຍ ປະຈໍາປີ 2018 ແລະ ໄດ້ພິຈາລະນາການສ້າງ, ປັບປຸງກົດໝາຍທັງໝົດ 16 ສະບັບ, ໃນນີ້, ຮັບຮອງເອົາ 15 ສະບັບເຊິ່ງປະກອບມີ ກົດໝາຍສ້າງໃໝ່ 8 ສະບັບ, ກົດໝາຍສະບັບປັບປຸງ 7 ສະບັບ ແລະ ກົດໝາຍທາບທາມ 1 ສະບັບ.
ນອກຈາກນັ້ນ ຍັງໄດ້ເດີນທາງໄປຢ້ຽມຢາມ ທີ່ກອງພັນ 14 (ສິບສີ່) ວິລະຊົນ, ກຸ່ມບ້ານ ແຈລະມ໋ອງ ແລະ ກຸ່ມບ້ານສີວິໄລ. ພ້ອມດ່ຽວກັນນີ້ກໍ່ຍັງໄດ້ນໍາເອົາຜ້າຫົ່ມກັນໜາວ ຈໍານວນ 70 ຜືນ ມອບໃຫ້ການນໍາຂັ້ນເມືອງ ເພື່ອໄປແຈກຢາຍແກ່ຄອບຄົວທຸກຍາກ, ຄອບຄົວທີ່ຖືກອັກຄີໄພ ແລະ ໄພພິບັດຕ່າງໆພາຍໃນເມືອງຕື່ມອີກ.
Editor: ນັກຂ່າວເມືອງອາດສະພັງທອງ