ໃນວັນທີ 19 ກຸມພາ ຜ່ານມານີ້ ຄະນະບໍລິຫານງານກໍາມະບານເມືອງພູຄູນ ໄດ້ຈັດກອງປະຊຸມ ເຜີຍແຜ່ຜົນສຳເລັດກອງປະຊຸມຄົບຄະນະບໍລິຫານງານສູນກາງສະຫະພັນກຳມະບານລາວ ແລະ ສະຫະພັນກຳມະບານແຂວງ ຄັ້ງທີ 3 ສະໄໝທີ 7 ຢູ່ສະໂມສອນໃຫຍ່ຂອງເມືອງ ໂດຍເປັນປະທານຂອງທ່ານ ສົມເພັດ ວັນນະກອນ, ຮອງປະທານສະຫະພັນກໍາມະບານແຂວງ, ມີຄະນະບໍລິຫານງານສະຫະພັນກໍາມະບານເມືອງ, ເລຂາ-ຮອງເລຂາ, ໜ່ວຍກໍາມະບານອ້ອມຂ້າງເມືອງ, ສະມາຊິກກໍາມະບານເຂົ້າຮ່ວມ.
ທ່ານ ແຫຼມທອງ ຈາວຢ່າງ ປະທານສະຫະພັນກໍາມະບານເມືອງພູຄູນ ໄດ້ລາຍງານການເຄື່ອນໄຫວ ຈັດຕັ້ງປະຕິບັດວຽກງານ ຂອງສະຫະພັນກຳມະບານເມືອງພູຄູນໄລຍະ 1 ປີຜ່ານມາ ແລະ ທິດທາງແຜນການໃນຕໍ່ໜ້າ. ສະຫະພັນກຳມະບານເມືອງ ໄດ້ຖືເອົາວຽກງານສຶກສາອົບຮົມການເມືອງ-ແນວຄິດ ເປັນບັນຫາສຳຄັນ ໂດຍນຳເອົາເອກະສານ ກົດລະບຽບສະຫະພັນກຳມະບານລາວ, ພາລະບົດບາດ, ສິດ ແລະ ໜ້າທີ່ຂອງກໍາມະບານ, ມູນເຊື້ອວັນກໍາມະບານ, ຂໍ້ແຂ່ງຂັນ 5 ເປັນເຈົ້າ ເຜີຍແຜ່ໃຫ້ແກ່ສະມາຊິກກໍາມະບານ ພ້ອມທັງ ປັບປຸງການຈັດຕັ້ງ ກຳມະບານຂະແໜງການ ແລະ ຮາກຖານ ໄດ້ດຳເນີນກອງປະຊຸມໃຫຍ່ ຂອງຫນ່ວຍກຳມະບານພາຍໃນເມືອງ ທັງໝົດ 18 ໜ່ວຍ, ຂະແໜງການຂອງເມືອງ 11 ໜ່ວຍ ແລະ ໜ່ວຍຮາກຖານ 7 ໜ່ວຍ ກວມເອົາ 69,23% ຂອງຈໍານວນໜ່ວຍກໍາມະບານທັງໝົດ.
ໃນກອງປະຊຸມທ່ານ ສົມເພັດ ວັນນະກອນ ໄດ້ໃຫ້ກຽດເຜີຍແຜ່ຜົນສຳເລັດ ກອງປະຊຸມຄົບຄະນະບໍລິຫານງານສູນກາງສະຫະພັນກຳມະບານລາວ ແລະ ສະຫະພັນກຳມະບານແຂວງ ຄັ້ງທີ 3 ສະໄໝທີ 7 ພ້ອມທັງ ມີຄໍາເຫັນ ຮຽກຮ້ອງໃຫ້ຄະນະໜ່ວຍກຳມະບານທຸກຂັ້ນ, ພະນັກງານ ແລະ ສະມາຊິກ ຈົ່ງເອົາໃຈໃສ່ປະຕິບັດ ລະບຽບສະຫະພັນກຳມະບານລາວທີ່ໄດ້ວາງອອກ ໂດຍສະເພາະແມ່ນດ້ານເນື້ອໃນຂໍ້ແຂ່ງຂັນ 5 ເປັນເຈົ້າ, ເພີ່ມທະວີຄວາມສາມັກຄີເປັນເອກະພາບທາງດ້ານແນວຄິດ ແລະ ພ້ອມກັນຈັດຕັ້ງປະຕິບັດວຽກງານກຳມະບານ ໃຫ້ມີບາດກ້າວທີ່ດີຂຶ້ນເທື່ອລະກ້າວ.
Editor: ນັກຂ່າວເມືອງພູຄູນ