ວັນທີ 21 ກຸມພາ 2018 ແຂວງວຽງຈັນ ໄດ້ຈັດກອງປະຊຸມເຜີຍແຜ່ເຊື່ອມຊຶມ, ແນະນຳກ່ຽວກັບວຽກງານກໍ່ສ້າງພັກ ແລະ ວຽກງານຄຸ້ມຄອງພະນັກງານຂື້ນ ຢູ່ທີ່ສະໂມສອນໃຫຍ່ຂອງແຂວງ ໂດຍພາຍໃຕ້ການເປັນປະທານຂອງ ສະຫາຍ ວິດົງ ໄຊຍະສອນ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງໆວຽງຈັນ ເຂົ້າຮ່ວມມີບັນດາທ່ານໃນຄະນະປະຈຳ, ກຳມະການພັກແຂວງ ແລະ ບັນດາທ່ານການນຳຂອງເມືອງເຂົ້າຮ່ວມ.
ບັນດາທ່ານຜູ້ເຂົ້າຮ່ວມກອງປະຊຸມໃນຄັ້ງນີ້ ແມ່ນໄດ້ພ້ອມກັນຮັບຟັງມະຕິຂອງກົມການເມືອງສູນກາງພັກ ເລກທີ 032/ກມສພ ລົງວັນທີ 3 ມັງກອນ 2018 ວ່າດ້ວຍ : ວຽກງານສ້າງແຜນກຳນົດພະນັກງານນຳພາ – ຄຸ້ມຄອງ, ມະຕິຂອງກົມການເມືອງສູນກາງພັກເລກທີ 030/ກມສພ ລົງວັນທີ 3 ມັງກອນ 2018 ວ່າດ້ວຍ: ມາດຕະຖານຂອງພະນັກງານນຳພາ – ຄຸ້ມຄອງ, ມະຕິຂອງກົມການເມືອງສູນກາງພັກເລກທີ 031/ກມສພ ລົງວັນທີ 3 ມັງກອນ 2018 ວ່າດ້ວຍ : ວຽກງານຄຸ້ມຄອງພະນັກງານ ແລະ ຄຳສັ່ງຂອງກົມການເມືອງສູນກາງພັກສະບັບເລກທີ 01/ກມສພ ລົງວັນທີ 3 ມັງກອນ 2018 ວ່າດ້ວຍ: ການເພີ່ມທະວີການກໍ່ສ້າງຫນ່ວຍພັກປອດໃສ,ເຂັ້ມແຂງ, ຫນັກແຫນ້ນ.
ຈຸດປະສົງ ຂອງການເຜີຍແຜ່ໃນຄັ້ງນີ້ ກໍເພື່ອເປັນການຈັກຕັ້ງປະຕິບັດວຽກງານກໍ່ສ້າງພັກ–ພະນັກງານ ເພື່ອຮັບປະກັນໃຫ້ແກ່ການຈັດຕັ້ງປະຕິບັດວຽກງານໃນທົ່ວແຂວງວຽງຈັນ, ໃຫ້ມີບາດກ້າວຂະຫຍາຍຕົວ ແລະ ເຂັ້ມ
ແຂງ ໃນການສ້າງແຜນກຳນົດພະນັກງານເປັນວຽກງານພື້ນຖານທີ່ສຳຄັນ, ຮັບປະກັນໃນການຫັນວຽກພະນັກງານ ດຳເນີນຕາມລະບຽບແບບແຜນ ເພື່ອຕອບສະໜອງໜ້າທີ່ການເມືອງຂອງພັກ–ລັດ ໃນສະເພາະໜ້າ ແລະ ຍາວນານ, ເປັນການຫັນຍຸດທະສາດກ່ຽວກັບວຽກງານພະນັກງານເປັນອັນລະອຽດ, ສ້າງໂຄງການສັງລວມພື້ນຖານໃຫ້ແກ່ການສ້າງແຜນກໍ່ສ້າງບໍາລຸງຄາດຄະເນຊັບຊ້ອນ ແລະ ຈັດວາງພະນັກງານຢ່າງສົມເຫດສົມຜົນ ເຂົ້າໃນຕໍາແໜ່ງນຳພາຄຸ້ມຄອງແຕ່ລະຂັ້ນ, ແຕ່ລະຂະແໜງການ ແນໃສ່ຮັບປະກັນ ລັກສະນະສືບທອດ ປ່ຽນແທນ ໃຫ້ໄດ້ທາງດ້ານຈໍານວນ ແລະ ຄຸນນະພາບ.
ເພື່ອພ້ອມກັນຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ–ສັງຄົມ ແລະ ການຫັນປະເທດເປັນອຸດສະຫະກຳ ແລະ ທັນສະໄໝ ແນໃສ່ສ້າງສາປະເທດຊາດຕາມຈຸດໝາຍສັງຄົມນິຍົມ ເພື່ອຍົກສູງຄວາມສາມາດນໍາພາຂອງພັກ ຕອບສະໜອງໄດ້ຄວາມເລັ່ງທວງຂອງການພັດທະນາປະເທດຊາດ ໃນເງື່ອນໄຂ ແລະ ສະພາບແວດລ້ອມໃໝ່
ພັກເຮົາ ຕ້ອງມີຄວາມຈໍາເປັນໃນການກໍ່ສ້າງໜ່ວຍພັກ, ຄະນະພັກ ແລະ ສະມາຊິກພັກໃຫ້ມີຄວາມສາມາດນໍາພາຈັດຕັ້ງປະຕິບັດໜ້າທີ່ການເມືອງຂອງພັກ ແລະ ແຜນພັດທະນາເສດຖະກິດຂອງລັດວາງອອກແຕ່ລະໄລຍະ ໃຫ້ປະກົດຜົນເປັນຈິງ ແລະ ອີກດ້ານໜື່ງ ກໍເພື່ອເປັນການສືບຕໍ່ເສີມຂະຫຍາຍມູນເຊື້ອ ແລະ ຜົນງານອັນໂດດເດັ່ນດ້ານດີ, ເດັດດ່ຽວປັບປຸງແກ້ໄຂຂໍ້ຄົງຄ້າງ ທີ່ເປັນໄພອັນຕະລາຍ ຕໍ່ພັກ ເພື່ອເຊີດຊູບົດບາດຄວາມສາມາດນໍາພາ ແລະ ຍົກສູງຄວາມເປັນແບບຢ່າງນໍາໜ້າໃຫ້ພັກເຮົາ ປອດໃສເຂັ້ມແຂງ ແລະ ໜັກແໜ້ນ.
Editor: ນັກຂ່າວແຂວງວຽງຈັນ