ໃນວັນທີ 20 ກຸມພາ 2018 ທ່ານ ນາງ ສູນທອນ ໄຊຍະຈັກ ຫົວໜ້າ ຄະນະພົວພັນຕ່າງປະເທດສູນກາງພັກ ໄດ້ຕ້ອນຮັບ ການເຂົ້າຢ້ຽມຂໍ່ານັບຂອງທ່ານ ໄອດາ ຢູຊິ ຮອງປະທານສະມາຄົມມິດຕະພາບ ໄຊຕະມະ-ລາວ ທີ່ເດີນທາງ ມາຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ ລະຫວ່າງ ວັນທີ 19-22 ກຸມພາ 2018 ນີ້.
ໃນໂອກາດດັ່ງກ່າວ, ທ່ານ ນາງ ສູນທອນ ໄຊຍະຈັກ ໄດ້ສະແດງ ຄວາມຊົມເຊີຍ ແລະ ຕີລາສູງຕໍ່ການມາຢ້ຽມຢາມ ຂອງຄະນະໃນຄັ້ງນີ້, ເຊິ່ງເປັນການ ປະກອບສ່ວນສຳຄັນ ເຂົ້າໃນການ ເສີມສ້າງສາຍ ພົວພັນມິດຕະພາບ ແລະ ການຮ່ວມມື ລະຫວ່າງ ລາວ ແລະ ຍີ່ປູ່ນ ກໍຄື ສອງສະມາຄົມມິດຕະພາບ ລາວ-ໄຊຕະມະ ໃຫ້ຂະຫຍາຍຕົວຂຶ້ນເລື້ອຍໆ
ໃນ ໂອກາດດຽວກັນນີ້, ທ່ານ ໄອດາ ຢູຊິ ພ້ອມຄະນະ ກໍໄດ້ສະແດງຄວາມຂອບໃຈເປັນຢ່າງສູງຕໍ່ ທ່ານ ນາງ ສູນທອນ ໄຊຍະຈັກ ທີ່ໄດ້ສະຫລະເວລາອັນມີຄ່າ ໃຫ້ການຕ້ອນຮັບອັນອົບອຸ່ນ ໃນຄັ້ງນີ້, ພ້ອມທັງ ແຈ້ງຈຸດປະສົງ ຂອງການເດີນທາງ ມາຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ ໃນຄັ້ງນີ້ ໃຫ້ທ່ານຫົວໜ້າ ຄະນະພົວພັນຕ່າງປະເທດສູນກາງພັກ ໄດ້ຮັບຊາບຕື່ມອີກ.
Editor: ຂ່າວສານປະເທດລາວ