ອາທິດທີ່ຜ່ານມາ ສູນຂໍ້ມູນຂ່າວສານ ແລະ ຫໍມູນເຊື້ອແມ່ຍິງລາວ ໄດ້ຈັດກອງປະຊຸມປືກສາຫາລື ເຜີຍແຜ່ຮ່າງບົດລາຍງານ ການຄົ້ນຄົ້ວວິໄຈ ພາຍໃຕ້ຫົວຂໍ້: ວຽກທີ່ບໍ່ທັນໄດ້ຮັບຄ່າຈ້າງ ສໍາລັບແມ່ຍິງ ໃນ ສປປລາວ. ໃຫ້ກຽດເປັນປະທານໃນກອງປະຊຸມໂດຍ ທ່ານ. ນາງ ວົງສະໝອນ ດາລາວົງ ຫົວຫນ້າກົມແຜນການ ແລະ ການຮ່ວມມື ກັບຕ່າງປະເທດ ທ່ານ ນາງ ແຖວນະເຂດ ຊາມົນຕີ ຫົວຫນ້າໜ່ວຍງານພັດທະນາບົດບາດຍິງ-ຊາຍ ຫ້ອງການທະນາຄານພັດທະນາອາຊີ, ທ່ານ ນາງ ສາດສະດາຈານ. ດຣ. ກ່ຽວໂກະ ຄຸຊ່າກາເບ ຊ່ຽວຊານ ຈານ ເອໄອທີ ປະເທດໄທ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ກອງປະຊຸຸມໃນຄັ້ງນີ້ແມ່ນເພື່ອ ເຜີຍແຜ່ຜົນການຄົ້ນຄົ້ວວິໄຈ ພາຍໃຕ້ຫົວຂໍ້ ການສຶກສາຄົ້ນຄົ້ວວຽກທີ່ບໍ່ທັນໄດ້ຮັບຄ່າຈ້າງ ສໍາລັບແມ່ຍິງ ໃນ ສປປລາວ ໃນນີ້ຜູ້ເຂົ້າຮ່ວມແມ່ນໄດ້ຮັບຟັງການສະເໜີ ວຽກທີ່ບໍ່ທັນໄດ້ຮັບຄ່າຈ້າງ ສໍາລັບແມ່ຍິງ ໃນ ສປປລາວ ໂດຍສະເພາະ ກໍລະນີສືກສາທີ່ແຂວງ ຫຼວງນໍ້າທາ, ແຂວງ ວຽງຈັນ ແລະ ແຂວງ ຈໍາປາສັກ ເຊິ່ງການສຶກສາວຽກດັ່ງກ່າວ ເປັນການສ້າງຄວາມຮັບຮູ້-ເຂົ້າໃຈ ຫຼຸດຜ່ອນ ແລະ ກະຈ່າຍວຽກງານທີ່ບໍ່ໄດ້ຮັບຄ່າຈ້າງຂອງ ແມ່ຍິງ ເພື່ອກໍານົດປະເພດວຽກຂອງແມ່ຍິງ-ເພດຊາຍ ທີ່ບໍ່ໄດ້ຮັບຄ່າຈ້າງ ໃນພື້ນທີ່ການສຶກສາ ໃຫ້ຮູ້ເຖິງລັກສະນະຂອບເຂດ ໄລຍະຂອງວຽກດັ່ງກ່າວ, ພ້ອມທັງວິເຄາະວິໄຈວຽກງານທີ່ຕິດພັນກັບ ບົດບາດຍິງ-ຊາຍ ໂດຍສະເພາະຄວາມສະເໝີພາບຍິງ-ຊາຍ ແລະ ການສ້າງຄວາມເຂັ້ມແຂງໃຫ້ແກ່ແມ່ຍິງ ທີ່ໄດ້ມີການລົງເລີກຫົວຫນ້າຄອບຄົວທີ່ເປັນແມ່ຍິງ, ຄອບຄົວທີ່ທຸກຍາກ, ແມ່ຍິງທີ່ມີລູກແຕ່ຍັງນ້ອຍ, ຄອບຄົວທີ່ມີການເຄື່ອນຍ້າຍແຮງງານ ແລະ ຄອບຄົວທີ່ມີຜູ້ ອາວຸໂສ ຈາກການສຶກສາຂໍ້ມູນເຫັນວ່າ 60 ສ່ວນຮ້ອຍ ຂອງແມ່ຍິງ ແມ່ນເຮັດວຽກເປັນແຮງງານທີ່ບໍ່ໄດ້ຮັບຄ່າຈ້າງ ຢູ່ໃນຄອບຄົວ ທຽບໃສ່ເພດຊາຍແມ່ນ ຢູ່ໃນ 26,7 ສ່ວນຮ້ອຍ, ວຽກທີ່ບໍ່ໄດ້ຮັບຄ່າຈ້າງສ່ວນຫຼາຍແມ່ນແມ່ຍິງ ເປັນຜູ້ແບກຫາບພາລະອັນໜັກໜ່ວງເຊັ່ນ: ການຫາບນໍ້າ, ເກັບຟືນ, ລ້ຽງດູລູກນ້ອຍ, ເບິ່ງແຍງຄອບຄົວ ແລະ ອື່ນໆ.
ນອກນັ້ນໃນກອງປະຜູ້ເຂົ້າຮ່ວມຍັງໄດ້ປຶກສາຫາລື ແລະ ເຫັນໄດ້ເຖິງຂໍ້ສະດວກ ແລະ ຂໍ້ຫຍຸ້ງຍາກ ໃນການຈັດຕັ້ງປະຕິບັດວຽກງານດັ່ງກ່າວໃນຂັ້ນທ້ອງຖີ່ນ ໂດຍສະເພາະແມ່ນເຂດຫ່າງໄກສອກຫຼີກ ໃນການແບ່ງວຽກ ແບ່ງຄວາມຮັບຜິດຊອບ ທີ່ຍັງຖືຮີດຄອງປະເພນີ ແຕ່ເຄົ້າເດີມ ພ້ອມດຽວກັນນີ້ ໃນກອງປະຊຸມໄດ້ປຶກສາຫາລືຫຼາຍຂໍ້ສະເໜີ ໃນການປັບປຸງແກ້ແຂບາງຈຸດ ກ່ຽວກັບຮ່າງບົດລາຍງານດັ່ງກ່າວ ເພື່ອເປັນທິດໃນການ ແກ້ໄຂປັບປຸງຮ່າງບົດລາຍງານດັ່ງກ່າວໃຫ້ສົມບູນ ແລະ ມີເນື້ອໃນສອດຄ່ອງກັບສະພາບຕົວຈິງໃນແຕ່ລະໄລຍະ.
Editor: ກຳປານາດ ລັດຖະເຮົ້າ