ກອງປະຊຸມໃຫ່ຍຄັ້ງທີ່ II ຂອງໜ່ວຍພັກໂຮງຮຽນປະຖົມເມືອງ ທ່າແຕງແຂວງ ເຊກອງ ໄດ້ໄຂຂຶ້ນ ແລະ ສຳເລັດລົງຕອນບ່າຍໃນວັນທີ 6 ມີນາ ຜ່ານມານີ້ ຢູ່ທີ່ສະໂມສອນຫ້ອງການສຶກສາທິການແລະກິລາເມືອງ,ໂດຍເປັນກຽດເຂົ້າຮວ່ມຂອງສະຫາຍນາງ ດວງຈັນ ເທບບົວລະບັດ ກໍາມະການພັກເມືອງ ເລຂາຄະນະພັກຮາກຖານຫ້ອງການສຶກສາທິການ ແລະ ກິລາເມືອງ ທ່າແຕງ, ຫົວໜ້າຈຸ-ຮອງຈຸ, ໜ່ວຍພັກອ້ອມຂ້າງ,ແຂກຖືກເຊີນ ພ້ອມດ້ວຍສະມາຊິກພັກສົມບູນ ແລະ ສະມາຊິກພັກສໍາຮອງພາຍໃນໜ່ວຍເຂົ້າຮ່ວມ.
ທ່ານ ນາງ ແສງເພັດ ພົ້ວປັນຍາ ເລຂາໜ່ວຍພັກປະຖົມ ໄດ້ລາຍງານການເຄື່ອນໄຫວຊີ້ນໍາ-ນໍາພາ ໜ່ວຍພັກໂຮງຮຽນປະຖົມໃນໄລຍະ 3 ປີຜ່ານມາວ່າ ໜ່ວຍພັກໂຮງຮຽນປະຖົມ ແມ່ນໜ່ວຍພັກໜຶ່ງທີ່ຂື້ນກັບໜ່ວຍພັກຄະນະພັກຮາກຖານ ຫ້ອງການສຶກສາທິການ ແລະ ກິລາເມືອງ ທ່າແຕງ, ປະກອບມີ 8 ໂຮງຮຽນປະຖົມທີ່ຂື້ນກັບເຊັ່ນ: ໂຮງຮຽນປະຖົມທ່າແຕງໄຕ້, ອະນຸບານທ່າແຕງໄຕ້, ປະຖົມຫ້ວຍຊາຍ,ອະນຸບານຫ້ວຍຊາຍ, ປະຖົມຫົວເມືອງ, ອະນຸບານຫົວເມືອງ, ມສ ບໍາລຸງ, ໜ່ວຍງານສຶກສານິເທດ ແລະ ໂຮງຮຽນປະຖົມຫົວເຊໂດນ, ຜ່ານມາຄະນະໜ່ວຍພັກ ໄດ້ຖືເອົາວຽກງານການເມືອງແນວຄິດເປັນກົກ ເພື່ອສຶກສາອົບຮົມ ແລະ ຕໍານິສົ່ງຂ່າວຢ່າງເປັນປົກກະຕິ ເພື່ອເຮັດໃຫ້ສະມາຊິກກໍາແໜ້ນນະໂຍບາຍຂອງພັກ, ມີຄຸນທາດການເມືອງໜັກແໜ້ນ, ມີຄຸນສົມບັດສິນທໍາປະຕິວັດ, ມີຈັນຍາບັນທີ່ຖືກຕ້ອງ ແລະ ເປັນແບບຢ່າງໃນການເຄົາລົບປະຕິບັດລະບຽບກົດໝາຍ ດ້ວຍການເອົາບັນດາມະຕິຄໍາສັ່ງ, ຄໍາແນະນໍາ, ແຈ້ງການຕ່າງໆຂອງຂັ້ນເທິງມາເຜີຍແຜ່ເຊື່ອມຊຶມ ແລະ ຈັດຕັ້ງປະຕິບັດຢ່າງກວ້າງຂວາງ, ນອກນີ້ ກໍ່ໄດ້ສຸມໃສ່ຈັດຕັ້ງປະຕິບັດການແຕ່ງບົດສອນໃນບາງວິຊາສໍາເລັດ 100 ສ່ວນຮ້ອຍ, ການຜະລິດສື່ການສອນໄດ້ 75 ຫາ 95 ສ່ວນຮ້ອຍ, ປະຕິບັດໂຄງການຫຼັກສູດ, ການສອບເສັ່ງປະຈໍາເດືອນ, ພາກຮຽນແຕ່ລະຫ້ອງ ແລະ ເຮັດກິດຈະກໍາຕ່າງໆໃນແຕ່ລະໂຮງຮຽນໄດ້ 85 ຫາ 100 ສ່ວນຮ້ອຍ, ຈັດສົ່ງມະຫາຊົນກ້າວໜ້າເຂົ້າຮຽນສະໜັບສະໜູນ, ຮຽນກົດລະບຽບ, ເລື່ອນເຂົ້າເປັນສະມາຊິກພັກສໍາຮອງ, ເລື່ອນສະມາຊິກພັກສໍາຮອງເຂົ້າເປັນສະມາຊິກພັກສົມບູນ, ສະມາຊິກພັກໄດ້ຮັບບັດແດງ, ຈັດປະເພດສະມາຊິກພັກແຂງຮອບດ້ານ, ແຂງບາງດ້ານ, ຂະນະດຽວກັນກອງປະຊຸມກໍ່ໄດ້ເປັນເອກະພາບກັນປ່ອນບັດຄັດເລືອກເອົາຄະນະໜ່ວຍພັກປະຖົມຊຸດໃຫ່ມ, ໃນນີ້ເຫັນດີເລືອກເອົາ ທ່ານ ນາງ ແສງເພັດ ພົ້ວປັນຍາ ເປັນເລຂາໜ່ວຍພັກ,ສະຫາຍນາງ ປານີ ວົງສາລາດ ເປັນຮອງ ແລະ ເຫັນດີເລືອກເອົາ ທ່ານ ພອນເທວາ ສຸຍປະເສີດ ເປັນປະທານກວດກາໜ່ວຍພັກໂຮງຮຽນປະຖົມເມືອງທ່າແຕງຊຸດໃໝ່ ເພື່ອສືບຕໍ່ຊີ້ນໍາ - ນໍາພາວຽກງານດັ່ງກ່າວໃຫ້ດີຂຶ້ນກວ່າເກົ່າ.
Editor: ສິງຫາ ເລືອງວັນ