ວັນທີ່ 3 ມີນາ 2018 ສະຫະພັນກຳມະບານ ເມືອງຄຳ ໄດ້ຈັດກອງປະຊຸມ ແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນກັບສະຫະພັນກຳມະບານ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນຂື້ນ ທີ່ ຫ້ອງກອງປະຊຸມຊັ້ນ 2 ຫ້ອງວ່າການປົກຄອງເມືອງຄຳ ແຂວງຊຽງຂວາງຢ່າງເປັນທາງການ.
ໂດຍເປັນກຽດເຂົ້າຮ່ວມເປັນປະທານຂອງ ທ່ານ ພົມມາ ເທບທິລາດ ຄະນະປະຈຳພັກເມືອງ ປະທານແນວລາວສ້າງຊາດເມືອງ, ມີທ່ານ ບຸນຊູ ພະວິເສດ ຄະນະປະຈຳພັກເມືອງ ປະທານກວດ ກາພັກຫົວໜ້າຫ້ອງການລັດ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ, ມີຄະນະປະຈໍາພັກເມືອງ, ກຳມະ ການພັກເມືອງ, ຫົວໜ້າ, ຮອງຫົວໜ້າຫ້ອງການພ້ອມດ້ວຍພະນັກງານລັດຖະກອນຫຼັກແຫຼ່ງທັງ 2 ເມືອງ ເຂົ້າຮ່ວມ.
ຈາກນັ້ນ ທ່ານ ພົມມາ ເທບທິລາດ ຄະນະປະຈຳພັກເມືອງ ປະທານແນວລາວສ້າງຊາດເມືອງ ໄດ້ຂື້ນຜ່ານບົດລາຍງານໂດຍຫຍໍ້ໃຫ້ຮູ້ວ່າ: ເມືອງຄຳກໍ່ເປັນເມືອງໜຶ່ງຮອງອັນດັບ 2 ຂອງແຂວງເຊິ່ງຫ່າງ ຈາກເທດສະບານແຂວງ 53 ກິໂລແມັດ, ປະກອບມີ 6 ກຸ່ມ, ມີ 90 ບ້ານ, ມີ 8.379 ຫຼັງຄາເຮືອນ ພາຍໃນເມືອງຍັງຖືເອົາການປູກຝັງລ້ຽງສັດເປັນບູລິມາສິດທີ່ 1 ແລະ ເອົາການທ່ອງທ່ຽວເປັນບູລິມາສິດທີ໋ 2 ໃນການພັດທະນາເສດຖະກິດ-ສັງຄົມ ເຮັດໃຫ້ ເສດຖະກິດມີການຂະຫຍາຍຕົວຢ່າງຕໍ່ເນື່ອງ ສະເລ່ຍໄດ້ 8,5 ສ່ວນຮ້ອຍ ຕໍ່ປີສາມາດສ້າງລາຍຮັບເຂົ້າເມືອງໄດ້ ເຖິງ 551 ຕື້ກວ່າກີບ ສະເລ່ຍ 10 ລ້ານກວ່າກີບຕໍ່ຄົນຕໍ່ປີ. ຫຼັງຈາກນັ້ນ ທ່ານ ບຸນພອນ ໄຊວົງຄຳ ກຳມະການພັກເມືອງ ປະທານກຳມະບານ ເມືອງຄຳ ໄດ້ຜ່ານບົດລາຍງານການເຄື່ອນໄຫວຂອງ ສະຫະພັນກຳມະບານເມືອງຄຳໃຫ້ຮູ້ອີກວ່າ: ຫ້ອງການສະຫະພັນກຳມະບານເມືອງ ມີ 75 ໜ່ວຍກຳມະບານ ຜ່ານການຈັດຕັ້ງປະຕິບັດ ໃນໄລຍະຜ່ານມາ ສະຫະພັນກຳມະບານເມືອງກໍ່ ໄດ້ເອົາໃຈໃສ່ສຶກສາອົບຮົມການເມືອງແນວຄິດ ໃຫ້ແກ່ພະນັກງານລັດຖະກອນ, ສະມາຊິກກຳມະບານ ແລະ ຊາວຜູ້ອອກແຮງງານບັນດາເຜົ່າ ໃຫ້ມີຄວາມອຸ່ນອຽງທຸ່ນທ່ຽງຕໍ່ການຊີ້ນຳນຳພາຂອງພັກ-ລັດ ແລະ ກໍ່ໄດ້ນຳເອົາມະຕິເອກະສານຕ່າງໆຂອງ ພັກ-ລັດ ລົງມາເຜີຍແຜ່ເຊື່ອມຊືມໃຫ້ສະມະຊິກຊາວຜູ້ອອກແຮງງານ ໄດ້ຮັບຮູ້ ແລະ ຈັດຕັ້ງປະຕິບັດໄດ້ຢ່າງເລິກເຊິ່ງ ພ້ອມນີ້ກໍ່ຍັງໄດ້ນຳເອົາມະຕິມາສ້້າງຕັ້ງເປັນແຜນງານການ ປະເມີນຕີລາຄາສ້າງພະນັກງານສືບທອດແຕ່ປະຈຸບັນເຖິງປີ 2020 ແລະ ວຽກງານອື່ນໆເຊັ່ນ: ວຽກງານ ປົກປ້ອງແຮງງານ, ວຽກງານຂະບວນການ, ວຽກງານນະໂຍບາຍຍ້ອງຍໍ, ວຽກງານບໍລິຫານ ແລະ ການເງິນ ແລະ ວຽກງານກວດກາ ແລະ ກຳແໜ້ນຕໍ່ແນວທາງນະໂຍບາຍການປ່ຽນແປງໃໝ່ຮອບດ້ານ ຂອງພັກ ແລະ ຄຸ້ມຄອງຕາມລະບຽບກົດໝາຍຂອງລັດເພື່ອຫັນເປັນທິດທາງແຜນການ, ໂຄງການຢ່າງລະ ອຽດຂອງແຕ່ລະດ້ານໃຫ້ມີການຂະຫຍາຍຕົວຂື້ນເປັນກ້າວໆ. ພ້ອມດຽວກັນນັ້ນ ທ່ານ ນາງ ແສງແກ້ວ ທຸມມະວົງ ກຳມະການພັກເມືອງ ປະທານກຳມະບານ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ກໍ່ໄດ້ຂື້ນ ຜ່ານບົດລາຍງານຂອງສະຫະພັນກຳມະບານ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ພ້ອມນັ້ນກໍ່ຍັງໄດ້ກ່າວມອບເຄື່ອງຈຳນວນໜຶ່ງ ເປັນຕົ້ນແມ່ນ : ເຄື່ອງຄອມຜີວເຕີ, ເສື້ອເຊີດ ແລະ ເຄື່ອງກິລາລວມເປັນມູນຄ່າ ທັງໝົດ 6 ລ້ານກ່ວາກີບໂດຍເປັນກຽດກ່າວຮັບຂອງສະຫາຍ ພົມມາ ເທບທິລາດ ຄະນະປະຈຳພັກເມືອງ ປະທານແນວລາວສ້າງຊາດເມືອງຄຳພ້ອມນີ້ທັງ 2 ເມືອງກໍ່ໄດ້ພັດປ່ຽນກັນຂື້ນມອບຂອງຂັວນທີລະນຶກກັນ ແລະ ກັນ. ຫຼັງຈາກນັ້ນ, ຄະນະປະຈຳພັກເມືອງ, ກຳມະການພັກເມືອງ, ຫົວໜ້າ, ຮອງຫົວໜ້າຫ້ອງການ, ພະນັກງານລັດຖະກອນທັງ 2 ເມືອງກໍ່ໄດ້ພັດປ່ຽນກັນຂື້ນແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນຕື່ມອີກ.
ທັງນີ້ກໍ່ເພື່ອເປັນການເຕົ້າໂຮມຄວາມສາສັກຄີ ລະຫວ່າງ ເມືອງຕໍ່ເມືອງ ແລະ ພະນັກງານລັດຖະ ກອນຫຼັກແຫຼ່ງ ແລະ ສະມາຊິກກຳມະບານເພື່ອແລກປ່ຽນບົດຮຽນສະພາບການຈັດຕັ້ງປະຕິບັດໜ້າທີ່ວຽກ ງານການຄຸ້ມຄອງການພັດທະນາເສດຖະກິດສັງຄົມໃຫ້ມີບາດກ້າວຜັນຂະຫຍາຍປ່ຽນແປງໃໝ່ຕາມຄວາມ
ເປັນຈິງຂອງແຕ່ລະເມືອງ.
Editor: ກຳປານາດ ລັດຖະເຮົ້າ