ໜ່ວຍຮາກຖານ ສະຫະພັນແມ່ຍິງ ພະແນກສາທາລະນະສຸກ ແຂວງເຊກອງ ພ້ອມດ້ວຍສະມາຊິກ ໄດ້ຈັດພິທີສະເຫຼີມສະຫຼອງວັນແມ່ຍິງສາກົນ ຄົບຮອບ 108 ປີ ( 8/3/1910-8/3/2018 ) ຢູ່ທີ່ສະໂມສອນແຂວງ ໂດຍການເຂົ້າຮ່ວມຂອງ ທ່ານ ນາງ ບຸນຮຽງ ບຸນຈິດ ຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ,ປະທານສະຫະພັນແມ່ຍິງແຂວງ,ມີພະນັກງານອາວຸໂສປະຕິວັດ ພ້ອມດ້ວຍຄະນະປະທານ ແລະ ສະມາຊິກ ເຂົ້າຮ່ວມຢ່າງພ້ອມພຽງ.
ໃນພິທີ ທ່ານ ນາງ ມະໂນລາ ສຸດທິຈັກ ປະທານໜ່ວຍສະຫະພັນແມ່ຍິງພະແນກສາທາລະນະສຸກແຂວງ ໄດ້ເລົ່າຫວນຄືນມູນເຊື້ອວັນແມ່ຍິງສາກົນ ຊຶ່ງທ່ານໄດ້ຍົກໃຫ້ເຫັນວ່າ: ວັນແມ່ຍິງສາກົນໄດ້ກຳເນີດເກີດຂຶ້ນ ໃນທ່າມກາງສະພາບເສດຖະກິດຂອງພວກສັກດິນາ ແລະ ນາຍທຶນຂະຫຍາຍຕົວ, ມາຮອດວັນທີ 8 ມີນາ 1908 ແມ່ຍິງຈຳນວນ 15,000 ຄົນໄດ້ເດີນຂະບວນປະທ້ວງຕໍ່ຄວາມບໍ່ຍຸດຕິທຳ ຕໍ່ ແມ່ຍິງຂຶ້ນທີ່ເມືອງນິວຢອກ ປະເທດສະຫາລັດອາເມລິກາ, ມາເຖິງປີ 1910 ຂະບວນການຕໍ່ສູ້ຂອງແມ່ຍິງໄດ້ເລັ່ງທວງເອົາສິດຜົນປະ ໂຫຍດອັນເປັນທຳໃຫ້ແກ່່ແມ່ຍິງຊາວຜູ້ອອກແຮງງານ ໃນທົ່ວໂລກເຮັດວຽກສະເໝີພາບ ຄືກັບ ເພດຊາຍ ນັບແຕ່ນັ້ນມາຈຶ່ງໄດ້ກໍານົດເອົາວັນທີ 8 ມີນາ ເປັນວັນແມ່ຍິງສາກົນ.
ທ່ານ ນາງ ບຸນຮຽງ ບຸນຈິດ ປະທານສະຫະພັນແມ່ຍິງແຂວງ ໄດ້ເນັ້ນໃຫ້ເອື້ອຍນ້ອງແມ່ຍິງທຸກຊັ້ນຄົນຕັ້ງໜ້າສຶກສາອົບຮົມ ການເມືອງແນວຄິດ ໃຫ້ສະນະພັນແມ່ຍິງ, ແມ່ຍິງລາວບັນດາເຜົ່າມີຄຸນທາດການເມືອງໜັກແໜ້ນ, ມີຄຸນສົມບັດສິນທໍາປະຕິວັດ, ແມ່ຍິງທຸກຄົນຕ້ອງສູ້ຊົນໃຫ້ໄດ້ເຂົ້າເຖິງຕໍາແໜ່ງງານທີ່ສູງກວ່າເກົ່າ ທຽບເທົ່າກັບເພດຊາຍ ແລະ ສືບຕໍ່ປົກປັກຮັກສາ ແລະ ເສີມຂະຫຍາຍມູນເຊື້ອວັດທະນະທຳອັນດີງາມຂອງຊາດ ແລະ ຄຸນລັກສະນະທີ່ເປັນມູນເຊື້ອຂອງແມ່ຍິງລາວໃຫ້ໝັ້ນຄົງຕະຫຼອດໄປ.
Editor: ກຳປານາດ ລັດຖະເຮົ້າ