ທ້າຍອາທິດຜ່ານມາ ຢູ່ທີ່ສະໂມສອນເມືອງທ່າແຕງ ແຂວງ ເຊກອງ ຫ້ອງ¬ການສຶກສາທິການ ແລະ ກີິລາເມືອງໄດ້ ຈັດ¬ການສອບ¬ເສັງຄັດເລືອກເອົາຕົວແທນນັກ¬ຮຽນເກັ່ງຊັ້ນ ປໍ 5,ມີ 3 ວິຊາຄື: ວິຊາພາສາລາວ,ຄະນິດສາດ, ໂລກອ້ອມຕົວ, ມໍ 4 ແລະ ມໍ 7 ມີ 4 ວິຊາຄື: ວິຊາພາສາລາວ,ຄະນິດສາດ, ເຄມີສາດ, ຟິຊິກສາດ ໂດຍການເປັນປະທານຂອງ ທ່ານ ນາງ ດວງຈັນ ເທບບົວລະບັດ ກໍາມະການພັກເມືອງ ຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງ ທ່າແຕງ,ມີຄູອາຈານ,ນັກ¬ຮຽນທີ່ເປັນຕົວແທນຈາກໂຮງຮຽນແຫ່ງຕ່າງໆທົ່ວເມືອງ ທ່າແຕງ ພ້ອມດ້ວຍແຂກຖືກເຊີນ 170 ຄົນ,ຍິງ 75 ຄົນເຂົ້າຮ່ວມ.
ທ່ານ ສຸກກັນຍາ ຊາພັກດີ ຫົວໜ້າໜ່ວຍງານເດັກກ່ອນໄວຮຽນ ຫ້ອງການສຶກສາທິການ ແລະ ກິລາ ເມືອງທ່າແຕງ ໄດ້ຊີ້ແຈງວ່າ ການສອບເສັ່ງຄັດເລືອກເອົາຕົວແທນນັກ¬ຮຽນເກັ່ງຊັ້ນ ປໍ 5,ມໍ 4 ແລະ ມໍ 7 ຄັ້ງນີ້ ມີນັກສອບເສັ່ງເຂົ້າຮ່ວມມີທັງໝົດ 90 ຄົນ,ຍິງ 56 ຄົນ, ເພື່ອຄັດເລືກເປັນຕົວແທນ ນັກຮຽນເກັ່ງ ໃນແຕ່ລະວິຊາ ຂອງເມືອງ ທ່າແຕງ ເພື່ອກະກຽມບັ້ນການສອບເສັ່ງຄັດເລືອກນັກຮຽນເກັ່ງຂັ້ນແຂວງເຊກອງ ໃນເດືອນ ມີນາ ນີ້.
ພ້ອມນີ້ ຫ້ອງການສຶກສາທິການ ແລະ ກິລາເມືອງ ທ່າແຕງ ຍັງໄດ້ມອບຂອງຂວັນລາງວັນສຳລັບຜູ້ທີ່ໄດ້ທີ 1 ທີ 2 ກໍ່ຄືລາງວັນຊົມເຊີຍ ເປັນທຶນຊຸກຍູ້ການສຶກສາ. ທັງນີ້ ກໍ່ເພື່ອກະຕຸກຊຸກຍູ້ສົ່ງເສີມໃຫ້ນັກຮຽນບຸກໜ້າບືນຕົວສ້າງຕົນເອງໃຫ້ກາຍເປັນຄົນຮຽນດີ,ຮຽນເກັ່ງ ເປັນຄົນເຊື່ອຟັງຄຳສອນຂອງພໍ່ແມ່,ຄູ-ອາຈານ ແລະ ຜູ້ໃຫຍ່ ຝືກຝົນຕົນເອງໃຫ້ເປັນແບບຢ່າງຕໍ່ການຮໍ່າຮຽນທີ່ດີ, ທັງເປັນການຫຼີກລຽງຈາກສິ່ງເສບຕິດ.
Editor: ກຳປານາດ ລັດຖະເຮົ້າ