ໃນລະຫວ່າງວັນທີ 27 ກຸມພາຫາ 5 ມີນາ 2018 ຜ່ານມາ, ທ່ານ ດົງເພັດ ພະຍົນ ແລະ ທ່ານ ນີສອນ ວືອິນຢາວ ຮອງປະທານສະພາປະຊາຊົນ ແຂວງເຊກອງ, ພ້ອມດ້ວຍບັນດາ ທ່ານສະມາຊິກສະພາແຫ່ງຊາດ ຊຸດທີ 8 ເຂດເລືອກຕັ້ງທີ 16 ແຂວງເຊກອງ ແລະ ສະມາຊິກສະພາປະຊາຊົນແຂວງ ໄດ້ເຄື່ອນໄຫວພົບປະຢ້ຽມຢາມ ອຳນາດການປົກຄອງ ແລະ ປະຊາຊົນຕາມຈຸດຕ່າງໆ 2 ເມືອງພູດອຍ (ກະລຶມ-ດາກຈຶງ) ພ້ອມທັງ ມອບເຄື່ອງຊ່ວຍເຫຼືອຈໍານວນໜຶ່ງ ໃຫ້ປະຊາຊົນທີ່ຍັງທຸກຍາກ ແລະ ໂຮງຮຽນໃນແຕ່ບ້ານເປັນຕົ້ນເຄື່ອງນຸ່ງຫົ່ມ, ຜ້າຫົ່ມ, ເກີບ, ປຶ້ມອ່ານ-ຂຽນ ແລະອຸປະກອນກີລາ.
ການລົງເຄື່ອນໄຫວຄັ້ງນີ້ ກໍເພື່ອເປັນການຈັດຕັ້ງຜັນຂະຫຍາຍເນື້ອໃນຜົນສຳເລັດ ກອງປະຊຸມສະໄໝສາມັນເທື່ອທີ 4 ຂອງສະພາແຫ່ງຊາດຊຸດທີ VIII ແລະ ກອງປະຊຸມສະໄໝສາມັນເທື່ອທີ 4 ຂອງສະພາປະຊາຊົນ ແຂວງເຊກອງຊຸດທີ I ທັງນີ້ ກໍເພື່ອແນໃສ່ເຮັດໃຫ້ອົງການຈັດຕັ້ງພັດ-ລັດ, ແນວລາວສ້າງຊາດ, ອົງການຈັດຕັ້ງມະຫາຊົນທຸກຂັ້ນ, ພະ ນັກງານ-ລັດຖະກອນ, ທະຫານ-ຕຳຫຼວດ ແລະປະຊາຊົນລາວບັນດາເຜົ່າໄດ້ຮັບຮູ້ເຊື່ອມຊຶມ ແລະກໍາໄດ້ບັນດາເນື້ອໃນວຽກງານທີ່ສຳຄັນຕ່າງໆຂອງຊາດເຊິ່ງໄດ້ພິຈາລະນາຮັບຮອງເອົາໃນກອງປະຊຸມ ແລະພ້ອມກັນຈັດຕັ້ງປະຕິບັດໃຫ້ບັນລຸຜົນສຳເລັດຕາມຈຸດປະສົງລະດັບຄາດໝາຍທີ່ວາງໄວ້.
ພ້ອມດຽວກັນນີ້, ຍັງເປັນການເປີດ ໂອກາດໃຫ້ອໍານາດການປົກຄອງທ້ອງຖິ່ນ ໂດຍສະເພາະແມ່ນກຸ່ມບ້ານ, ບ້ານ ແລະ ປະຊາຊົນບັນດາເຜົ່າ ໄດ້ປະກອບຄໍາຄິດຄໍາເຫັນເຫັນຄຳສະເໜີຕ່າງໆ ເພື່ອສົນທະນາປຶກສາຫາລືຮ່ວມກັນ. ຫຼັງຈາກນັ້ນ, ບັນດາທ່ານສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງ ແລະສະມາຊິກສະພາປະຊາຊົນແຂວງ ກໍໄດ້ຜັດ ປ່ຽນກັນຂຶ້ນອະທິບາຍ, ຊີ້ແຈງ ແລະໃຫ້ທິດຊີ້ນຳ.
Editor: ກຳປານາດ ລັດຖະເຮົ້າ