ໃນວັນທີ 16 ກຸມພາ 2018 ນີ້ ເມືອງອາດສະພັງທອງ ໄດ້ຈັດພິທີປາຖະກະຖາ ວັນສ້າງຕັ້ງສະຫະພັນກໍາມະບານ ວັນທີ 1 ກຸມພາ 1956 ຫາ ວັນທີ 1 ກຸມພາ 2018 ຄົບຮອບ 62 ປີ. ໂດຍການເຂົ້າຮ່ວມຂອງສະຫາຍ ບຸນແກດ ຫອມພະມາໄລ ປະທານແນວລາວສ້າງຊາດ ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນ, ມີຄະນະປະຈໍາພັກເມືອງ, ກໍາມະການພັກເມືອງ, ຫົວໜ້າຫ້ອງການ, ຮອງຫົວໜ້າຫ້ອງການ, ທະຫານ, ຕໍາຫຼວດ ພະນັກງານວິຊາການຈາກບັນດາກົມກອງຫ້ອງການອ້ອມຂ້າງເມືອງເຂົ້າຮ່ວມ.
ສະຫາຍ ບຸນແກດ ຫອມພະມາໄລ ປະທານແນວລາວສ້າງຊາດ ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນ ໂດຍສະຫາຍໄດ້ເວົ້າເຖິງປະຫວັດຄວາມເປັນມາຂອງວັນສ້າງຕັ້ງສະຫະພັນກໍາມະບານ ແລະ ມູນເຊື້ອແຫ່ງການຕໍ່ສູ້ສັດຕູ ຢ່າງເດັດດ່ຽວໜຽວແໜ້ນຂອງບັນພະບູລຸດລາວເຮົາ. ໂດຍພາຍຫຼັງສ້າງຕັ້ງກໍາມະບານ ວັນທີ 1 ກຸມພາ 1956 ສູນກາງພັກໄດ້ວາງມະຕິຕົກລົງ ສ້າງຕັ້ງຫ້ອງການກໍາມະບານລາວຢ່າງເປັນທາງການຢູ່ທີ່ເຂດທີ່ໝັ້ນແຂວງຫົວພັນ ແລະ ມອບໃຫ້ສະຫາຍ ສີສົມພອນ ລໍວັນໄຊ ເປັນຜູ້ຮັບຜິດຊອບ, ໂດຍພາຍໃຕ້ການຊີ້ນໍາ-ນໍາພາຂອງສູນກາງພັກ.
ຈຸດປະສົງ ເພື່ອສືບຕໍ່ໂຄສະນາຂົນຂວາຍ, ເຕົ້າໂຮມຄວາມສາມັກຄີຂອງບັນດາກໍາມະກອນໃຫ້ມີຄວາມຕື່ນຕົວທາງດ້ານຊົນຊັ້ນ ເປັນຕົວແທນໃຫ້ແກ່ການປົກປັກຮັກສາປະເທດຊາດ ຕາມເສັ້ນທາງກ້າວຂຶ້ນສັງຄົມນິຍົມ ໂດຍພາຍຫຼັງຂະບວນການວິວັດແຫ່ງການຕໍ່ສູ້ ພາຍໃຕ້ທຸງເອກະລາດ ປະຊາທິປະໄຕຂອງພັກ, ອົງການຈັດຕັ້ງກໍາມະບານລາວໃຫ້ມີຄວາມເຕີບໃຫ່ຍເຂັ້ມແຂງຢ່າງບໍ່ຢຸດຢັ້ງ ນັບແຕ່ມື້ນັ້ນອົງການຈັດຕັ້ງສະຫະພັນກໍາມະບານລາວ ແມ່ນມີຄວາມເຕີບໃຫ່ຍຂະຫຍາຍຕົວທາງດ້ານປະລິມານ ແລະ ຄຸນນະພາບ ຂຶ້ນເປັນກ້າວໆ. ຈົນມາຮອດປະຈຸບັນນີ້ ມີສະມາຊິກກໍາມະບານລາວ ທັງໝົດ 184.314 ສະຫາຍ, ຍິງ 77.226 ສະຫາຍ.
ນອກນັ້ນຍັງມີແຜນການ ແຕ່ປີ 2015–2020 ພ້ອມດ້ວຍແຜນຍຸດທະສາດພັດທະນາອົງການຈັດຕັ້ງກໍາມະບານລາວ ຮອດປີ 2025 ແລະ ວິໄສທັດຮອດປີ 2030. ແຕ່ປີ 2015–2020 ໄດ້ກໍານົດແຜນຍຸດທະສາດຂອງກໍາມະບານປະກອບມີ 8 ແຜນງານ, 47 ໂຄງການແນ່ໃສ່ເຮັດໃຫ້ການເຄື່ອນໄຫວວຽກງານກໍາມະບານນັບມື້ນັບມີປະສິດທິຜົນຂື້ນ.
Editor: ນັກຂ່າວເມືອງອາດສະພັງທອງ