ພິທີດັ່ງກ່າວໄດ້ຈັດຂຶ້ນຢ່າງເປັນທາງການໃນວັນທີ 16 ກຸມພາ 2018 ຜ່ານມາ ຢູ່ທີ່ ພະແນກກະສິກຳ ແລະ ປ່າໄມ້ ແຂວງວຽງຈັນ ໂດຍການເປັນກຽດເຂົ້າຮ່ວມຂອງທ່ານນາງ ຈັນທະບູນ ໂພສະລາດ ກຳມະການພັກແຂວງ ປະທານສະຫະພັນແມ່ຍິງ ແຂວງວຽງຈັນ ມີທ່ານ ພູວົງ ບຸນຊູ ຫົວຫນ້າພະແນກກະສິກຳ ແລະ ປ່າໄມ້ ແຂວງວຽງຈັນ ມີບັນດາຫົວຫນ້າຫນ່ວຍສະຫະພັນແມ່ຍິງ ພະແນກການ,ອົ ງການອ້ອມຂ້າງ ແລະ ບັນດາສະມາຊິກແມ່ຍິງພາຍໃນພະແນກກະສິກຳ ແລະ ປ່າໄມ້ ແຂວງວຽງຈັນເຂົ້າຮ່ວມ.
ທ່ານ ນາງ ໄກສອນ ສໍພາບມີໄຊ ຫົວຫນ້າຫນ່ວຍສະຫະພັນແມ່ຍິງ ພະແນກກະສິກໍາ ແລະ ປ່າໄມ້ ແຂວງວຽງຈັນ ໄດ້ຂຶ້ນຜ່ານບົດສະຫລຸບການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 3 ດີ ໃນໄລຍະຜ່ານມາ ຄະນະຫນ່ວຍສະຫະພັນແມ່ຍິງ ພະແນກກະສິກຳ ແລະ ປ່າໄມ້ ແມ່ນໄດ້ຖືເອົາວຽກງານສຶກສາອົບຮົມການເມືອງແນວຄິດເປັນວຽກງານສຳຄັນ ເພື່ອເຮັດໃຫ້ບັນດາສະມາຊິກເອື້ອຍນ້ອງແມ່ຍິງ ໄດ້ເຊື່ອມຊຶມ ກຳແຫນ້ນແນວທາງຂອງພັກ, ລະບຽບກົດຫມາຍຂອງລັດ ແລະ ມະຕິຄຳສັ່ງຕ່າງໆ ໂດຍສະເພາະແມ່ນການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 3 ດີຂອງສະຫະພັນແມ່ຍິງລາວວາງອອກ.
ຜ່ານການຈັດຕັ້ງປະຕິບັດຂໍ້ແຂ່ງຂັນດັ່ງກ່າວ ສາມາດສະຫລຸບຕີລາຄາຄືນ ສາມາດສັງລວມໄດ້ເອື້ອຍນ້ອງແມ່ຍິງ ພົນລະເມືອງດີ ໄດ້ຈຳນວນ 72 ສະຫາຍ, ພັດທະນາດີ 67 ສະຫາຍ, ສ້າງຄອບຄົວດີ ໄດ້ 71 ສະຫາຍ ແລະ ໄດ້ຈັດແບ່ງປະເພດເອື້ອຍນ້ອງແມ່ຍິງ ກໍຄືບຸກຄົນ 3 ດີ ປະເພດ 1 ໄດ້ຈຳນວນ 66 ສະຫາຍ ແລະ ບຸກຄົນ 3 ດີປະເພດ 2 ມີ 6 ສະຫາຍ.
ໂອກາດດັ່ງກ່າວນີ້ຍັງໄດ້ມອບໃບຍ້ອງຍໍ ແລະ ໃບຢັ້ງຢືນໃຫ້ບັນດາສະມາຊິກເອື້ອຍນ້ອງແມ່ຍິງພະແນກກະສິກຳ ແລະ ປ່າໄມ້ ແຂວງວຽງຈັນ ເປັນກຽດຂຶ້ນມອບຂອງທ່ານ ນ ຈັນທະບູນ ໂພສະລາດ ປະທານສະຫະພັນ ແມ່ຍິງແຂວງວຽງຈັນ ແລະ ເປັນກຽດຂຶ້ນຮັບຂອງ ທ່ານ ນາງ ໄກສອນ ສໍພາບມີໄຊ ຫົວຫນ້າຫນ່ວຍສະຫະພັນແມ່ຍິງ ພະແນກກະສິກຳ ແລະ ປ່າໄມ້ ແຂວງວຽງຈັນ.
Editor: ນັກຂ່າວແຂວງວຽງຈັນ