ພິທີປະກາດຮັບຮອງ ເອົາເມືອງເຟືອງ ເປັນເມືອງສະຫະພັນແມ່ຍິງ 3 ດີ ຄັ້ງທີ 2 ໄດ້ຈັດຂື້ນໃນກາງເດືອນ ກຸມພາ 2018 ຜ່ານມາ ທີ່ ສະໂມສອນເມືອງດັ່ງກ່າວ, ໂດຍໃຫ້ກຽດເຂົ້າຮ່ວມມີ ທ່ານ ນາງ ຈັນທະບຸນ ໂພສະລາດ ກຳມະການພັກແຂວງ ປະທານສະຫະພັນແມ່ຍິງແຂວງວຽງຈັນ, ມີທ່ານ ສີຕານ ສຸກປັນຍາ ກຳມະການພັກແຂວງ ເລຂາພັກເມືອງເຈົ້າເມືອງໆເຟືອງ, ມີບັນເຈົ້າເມືອງອ້ອມຂ້າງ, ປະທານ, ຮອງປະທານອົງການຈັດຕັ້ງມະຫາຊົນຂັ້ນແຂວງ, ຂັ້ນເມືອງ, ມີບັນດາຕົວແທນສະຫະພັນແມ່ຍິງທົ່ວເມືອງເຂົ້າຮ່ວມ.
ທ່ານນາງ ບົວພັນ ປະສວຍຄຳ ຮອງປະທານສະຫະພັນແມ່ຍິງເມືອງເຟືອງ ໄດ້ຂື້ນຜ່ານບົດລາຍງານການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 3 ດີ ໃນໄລຍະຜ່ານມາວ່າ: ສະຫະພັນແມ່ຍິງເມືອງເຟືອງໄດ້ຖືເອົາວຽກງານ ສຶກສາອົບຮົມການເມືອງແນວຄິດ ເປັນວຽກງານຕົ້ນຕໍສຳຄັນ, ເອົາໃຈໃສ່ໂຄສະນາເຜີຍແຜ່ແນວທາງນະໂຍບາຍຂອງພັກ, ກົດ ໝາຍຂອງລັດ, ປຸກລະດົມເອື້ອຍນ້ອງແມ່ຍິງເຂົ້າຮ່ວມຮໍ່າຮຽນນໍາຄະນະພັກ, ອຳນາດການປົກຄອງແຕ່ລະຂັ້ນ ລວມທັງເຂົ້າຮ່ວມຮັບຟັງປາຖະກະຖາເລົ່າມູນເຊື້ອສຳຄັນຕ່າງໆ, ເອື້ອຍນ້ອງແມ່ຍິງບັນດາເຜົ່າໃນທົ່ວເມືອງ ໄດ້ເປັນເຈົ້າການ ອະນຸລັກຮັກສາ, ສົ່ງເສີມມູນເຊື້ອອັນດີງາມຂອງຊາດ, ມີແບບແຜນໃນການດຳລົງຊີວິດ ທີ່ປອດໃສ ເປັນເອກະລັກທ້ອງຖີ່ນ, ຮັກສາຮີດຄອງປະເພນີຂອງບັນດາເຜົ່າ ແລະ ວັດທະນະທໍາອັນດີງາມຂອງຊາດ, ປົກປັກຮັກສາເຄົາລົບທຳນຽມການນຸ່ງຖືທີ່ເປັນເອກະລັກຂອງລາວເຮົາ ພ້ອມກັນນັ້ນກໍໄດ້ເສີມຂະຫຍາຍສີໄມລາຍມືອັນປານີດຂອງແມ່ຍິງລາວ.
ຜ່ານການສະຫຼຸບຕີລາຄາ, ປະເມີນຜົນການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 3 ດີ ປັດຈຸບັນສາມາດຮັບຮອງໜ່ວຍແມ່ຍິງ 3 ດີ ໄດ້ 23 ໜ່ວຍໃນຈໍານວນ 26 ໜ່ວຍອ້ອມຂ້າງ ແລະ ບ້ານແມ່ຍິງ 3 ດີ ໄດ້ 39 ບ້ານໃນຈໍານວນ 43 ບ້ານ; ໃນນັ້ນ ເປັນພົນລະເມືອງດີ 5.631 ຄົນ, ພັດທະນາດີ 4.754 ຄົນ, ສ້າງຄອບຄົວດີ 4.644 ຄົນ, ສາມາດຕີລາຄາບຸກຄົນ 3 ດີ ປະເພດໜື່ງໄດ້ 4.644 ຄົນ, ບຸກຄົນ 3 ດີ ປະເພດ 2 ໄດ້ 969 ຄົນ, ສ້າງບ້ານຕົວແບບສະຫະພັນແມ່ຍິງ 3 ດີໄດ້ 11 ບ້ານ ແລະ ໜ່ວຍຕົວແບບ 3 ດີໄດ້ 11 ໜ່ວຍ.
ເປັນກຽດຂື້ນມອບໃບຢັ້ງຢືນເມືອງສະຫະພັນແມ່ຍິງ 3 ດີ ຄັ້ງທີ 2 ໃນຄັ້ງນີ້ ໂດຍແມ່ນ ທ່ານ ນາງ ຈັນທະບູນ ໂພສະລາດ ກຳມະການພັກແຂວງ ປະທານສະຫະພັນແມ່ຍິງແຂວງ ແລະ ໃນຕອນທ້າຍຂອງພິທີ ທ່ານ ນາງ ຈັນທະບູນ ໂພສະລາດ ກຳມະການພັກແຂວງ ປະທານສະຫະພັນແມ່ຍິງແຂວງ ພ້ອມດ້ວຍ ທ່ານ ສີຕານ ສຸກປັນຍາ ກຳມະການພັກແຂວງ ເລຂາພັກເມືອງເຈົ້າເມືອງໆເຟືອງ ຍັງໄດ້ໃຫ້ກຽດລັ່ງຄ້ອງ 9 ບາດ ພ້ອມທັງເປີດປ້າຍເພື່ອເປັນສິຣິມຸງຄຸນໃຫ້ແກ່ເມືອງອີກດ້ວຍ.
Editor: ນັກຂ່າວແຂວງວຽງຈັນ