ໃນວັນທີ 14 ກຸມພາ 2018 ນີ້; ເມືອງອາດສະພັງທອງ ໄດ້ຈັດພິທີປາຖະກະຖາ 2 ວັນປະຫວັດສາດ ຄື: ວັນສ້າງຕັ້ງພັກກອມມູນິດຫວຽດນາມ ວັນທີ 3 ກຸມພາ 1930 ຫາ ວັນທີ 3 ກຸມພາ 2018 ຄົບຮອບ 88 ປີ ແລະ ວັນການຕໍ່ຕ້ານການສໍ້ລາດບັງຫຼວງສາກົນ ວັນທີ 9 ທັນວາ 2003 ຫາ ວັນທີ 9 ທັນວາ 2018 ຄົບ 15 ປີ ໂດຍການເຂົ້າຮ່ວມຂອງທ່ານ ລໍາທອງ ຂອບສີລາວົງ ກໍາມະການພັກແຂວງ ເລຂາຄະນະບໍລິຫານງານ ເມືອງອາດສະພັງທອງ, ມີຮອງເລຂາພັກເມືອງ, ຄະນະປະຈໍາພັກເມືອງ, ກໍາມະການພັກເມືອງ, ຫົວໜ້າຮອງຫົວໜ້າຫ້ອງການ, ທະຫານ, ຕໍາຫຼວດ ຕະຫຼອດພະນັກງານວິຊາການຈາກບັນດາກົມກອງຫ້ອງການອ້ອມຂ້າງເມືອງເຂົ້າຮ່ວມ.
ໃຫ້ກຽດຂຶ້ນປາຖະກະຖາໂດຍທ່ານ ລໍາທອງ ຂອບສີລາວົງ ກໍາມະການພັກແຂວງ ເລຂາຄະນະບໍລິຫານງານ ເມືອງ ອາດສະພັງທອງ ໂດຍທ່ານໄດ້ເວົ້າເຖິງ ການກໍາເນີດເກີດຂຶ້ນຂອງພັກກອມມູນິດຫວຽດນາມ, ຜົນງານການນໍາພາຂອງພັກກອມມູນິດຫວຽດນາມ ແລະ ການພົວພັນຮ່ວມມືຄວາມສາມັກຄີພິເສດ ລະຫວ່າງ ລາວ-ຫວຽດນາມ. ຈາກນັ້ນ; ທ່ານ ສີທອງ ເພັດສະພັງທອງ ຄະນະປະຈໍາພັກເມືອງ ປະທານກວດກາ ພັກ-ລັດ ປະຈໍາເມືອງອາດສະພັງທອງ ກໍ່ໄດ້ເປັນກຽດຂຶ້ນປາຖະການຖາແກ່ວັນການຕໍ່ຕ້ານການສໍ້ລາດບັງຫຼວງສາກົນ ວັນທີ 9 ທັນວາ 2003 ຫາວັນທີ 9 ທັນວາ 2018 ຄົບ 15 ປີ ໂດຍທ່ານໄດ້ເວົ້າເຖິງ ສະພາບລວມຂອງການສໍ້ລາດບັງຫຼວງ ແລະ ການກໍານົດ ວັນຕ້ານການສໍ້ລາດບັງຫຼວງສາກົນ, ການສະກັດກັ້ນ ແລະ ຕໍ່ຕ້ານການສໍ້ລາດບັງຫຼວງຢູ່ ສປປ ລາວ ແລະ ທິດທາງໜ້າທີ່ໃນການຕໍ່ຕ້ານການສໍ້ລາດບັງຫຼວງໃນຕໍ່ໜ້າຕື່ມອີກ.
Editor: ນັກຂ່າວເມືອງອາດສະພັງທອງ