ໃນວັນທີ14 ກຸມພາ 2018 ນີ້ ຢູ່ຫ້ອງປະຊຸມພະແນກໄປສະນີ, ໂທລະຄົມ ແລະ ການສື່ສານ ແຂວງ ສະຫວັນນະເຂດ ໄດ້ຈັດກອງປະຊຸມສະຫຼຸບວຽກງານການເຄື່ອນໄຫວຂອງຄະນະຊາວໜຸ່ມແຂວງສະຫວັນນະເຂດ ປະຈຳເດືອນຂຶ້ນ ໂດຍການເຂົ້າຮ່ວມຂອງສະຫາຍ ລໍາແກ້ວ ແສງໜູທອງ ເລຂາຄະນະບໍລິຫານງານຊາວໜຸ່ມແຂວງສະຫວັນນະເຂດ, ສະຫາຍ ຄໍາສິງ ພອນລາວັນ ຄະນະພັກຮາກຖານ, ຮອງຫົວໜ້າພະແນກ ໄປສະນີ, ໂທລະຄົມ ແລະ ການສື່ສານແຂວງ, ມີຫົວໜ້າຂະແໜງ, ຮອງຂະແໜງພາຍໃນຫ້ອງການຊາວໜຸ່ມແຂວງ, ຄະນະບໍລິຫານງານຮາກຖານ ແລະ ໜ່ວຍຊາວໜຸ່ມຈາກພະແນກການອ້ອມຂ້າງແຂວງເຂົ້າຮ່ວມ.
ຈຸດປະສົງ ຂອງການຈັດກອງປະຊຸມໃນຄັ້ງນີ້ ແມ່ນເພື່ອສະຫລຸບລາຍງານຄືນເຖິງຜົນງານການເຄື່ອນໄຫວຂອງຊາວໜຸ່ມແຕ່ລະພາກສ່ວ ນທີ່ໄດ້ປະຕິບັດພາຍໃນໜຶ່ງເດືອນຜ່ານມາ ແລະ ໄດ້ຕີລາຄາເຖິງດ້ານດີ, ດ້ານອ່ອນ, ຂໍ້ທີ່ຍັງຄົງຄ້າງ, ພ້ອມນັ້ນ ກໍ່ໄດ້ມີການສະເໜີຄຳຄິດຄຳເຫັນຕ່າງໆຕໍ່ຄະນະບໍລິຫານງານຊາວໜຸ່ມແຂວງສະຫວັນນະເຂດ ເພື່ອຫາວິທີປັບປຸງແກ້ໄຂໃນຕໍ່ໜ້າໃຫ້ດີຂຶ້ນເທື່ອລະກ້າວ ຈາກນັ້ນ ເພື່ອເປັນການສ້າງຂະບວນການຂໍ່ານັບຮັບຕ້ອນໃຫ້ແກ່ວັນປະກາດແຂວງສະຫວັນນະເຂດເປັນແຂວງຊາວໜຸ່ມຕົວແບບ 4 ບຸກ ແລະ ວັນສໍາຄັນຕ່າງໆຂອງຊາດ ຂອງພັກ ທີ່ຈະມາເຖິງໃນມໍ່ໆນີ້ ສະຫາຍ ລໍາແກ້ວ ແສງໜູທອງ ເລຂາຄະນະບໍລິຫານງານຊາວໜຸ່ມແຂວງສະຫວັນນະເຂດ ກໍ່ຍັງໄດ້ປຶກສາຫາລືປຸກລະດົມ ແລະ ອອກແຈ້ງການໃຫ້ຄະນະໜ່ວຍ, ຮາກຖານຊາວໜຸ່ມແຕ່ລະຂັ້ນ ແລະ ບັນດາເມືອງຕ່າງໆໃນທົ່ວແຂວງຈັດຕັ້ງປາຖະກະຖາເລົ່າມູນເຊື້ອຂອງວັນສ້າງຕັ້ງຊາວໜຸ່ມປະຊາຊົນປະຕິວັດລາວ (14 ເມສາ1955-14 ເມສາ 2018) ຄົບຮອບ 63 ປີ ແລະ ສ້າງຜົນງານຂະບວນການເພື່ອຂໍ່ານັບຮັບຕ້ອນໃຫ້ແກ່ວັນດັ່ງກ່າວໃຫ້ເປັນຂະບວນຟົດຟຶ້ນ, ໃຫ້ສູ້ຊົນໃຫ້ໄດ້ນາມມະຍົດ 4 ບຸກຂອງວຽກງານຊາວ ໜຸ່ມ ປະຊາຊົນ ປະຕິວັດລາວ ທຸກໜ່ວຍ ແລະ ຮາກຖານ ອອ້ມຂ້າງແຂວງສະຫວັນນະເຂດໃຫ້ປະກົດເປັນຈິງ
Editor: ຊາວຫນຸ່ມແຂວງສະຫວັນະເຂດ