ທ່ານ ຄຳໝັ້ນ ສູນວິເລີດ ກຳມະການສູນກາງພັກ, ລັດຖະມົນຕີກະຊວງພາຍໃນ, ພ້ອມດ້ວຍບັນດາຫົວໜ້າກົມ ໄດ້ລົງຊີ້ນຳວຽກງານຢູ່ພະແນກພາຍໃນ ແຂວງວຽງຈັນ. ມີພະນັກງານລັດຖະກອນພະແນກດັ່ງກ່າວ ແລະ ຫ້ອງການພາຍໃນ 4 ເມືອງ ທົ່ງພຽງຂອງແຂວງວຽງຈັນ ເຂົ້າຮ່ວມຢ່າງພ້ອມພຽງ. ພາຍຫຼັງທີ່ໄດ້ຮັບຟັງການລາຍງານຫຍໍ້ ກ່ຽວກັບການຈັດຕັ້ງປະຕິບັດວຽກງານຂະແໜງ ພາຍໃນແຂວງວຽງຈັນ ຈາກ ທ່ານ ສົມປະສົງ ສຸວົງຄຳຈັນ ກຳມະການພັກແຂວງ,ຫົວໜ້າພະແນກພາຍໃນແຂວງວຽງຈັນ ແລະ ການປະກອບຄໍາຄິດເຫັນ ຈາກບັນດາກົມຂອງກະຊວງພາຍໃນແລ້ວ ທ່ານ ຄຳໝັ້ນ ສູນວິເລີດ ລັດຖະມົນຕີກະຊວງພາຍໃນ ກໍ່ໄດ້ມີຄໍາເຫັນຊີ້ນໍາໃຫ້ແຂວງວຽງຈັນຕ້ອງໄດ້ເອົາໃຈໃສ່ຕື່ມໃນບາງບັນຫາ ເປັນຕົ້ນແມ່ນ: ບັນຫາກົງຈັກການຈັດຕັ້ງ, ບຸກຄະລາກອນ ຕ້ອງກະທັດຮັດ, ເບົາບາງ,ສົມເຫດສົມຜົນ, ມີປະສິດທິພາບ,ການແບ່ງປັນຕົວເລກຂອງລັດຖະບານ ແລະ ກະຊວງສາຍຕັ້ງຕ້ອງມີຄວາມເປີດເຜີຍ, ໂປ່ງໃສ່, ຍຸຕິທຳ ແລະ ຖືກຕ້ອງສອດຂ່ອງ ກັບຕຳແໜ່ງງານວິຊາສະເພາະຢ່າງສົມເຫດສົມຜົນ. ວຽກງານຄຸ້ມຄອງພົນລະເມືອງຕ້ອງໄດ້ເອົາໃຈໃສ່ແກ້ໄຂການຍົກຍ້າຍ ເຂົ້າ-ອອກ ຫຼື ຕັ້ງຖິ່ນຖານບ້ານເຮືອນຂອງປະຊາຊົນແບບບໍ່ຖືກຕ້ອງ, ຕ້ອງປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງ,ພ້ອມກັນແກ້ໄຂຂອດປະສານງານດ້ານຕ່າງໆ ກ່ຽວກັບວຽກງານຄຸ້ມຄອງພົນລະເມືອງ ໃຫ້ເຂົ້າສູ່ລະບົບ ແລະ ກົມກຽວກັນ. ວຽກງານແຜນທີ່ ຕ້ອງເອົາໃຈໃສ່ແກ້ໄຂເຂດແດນເຊື່ອມຕໍ່ລະຫວ່າງແຂວງກັບແຂວງ, ໂດຍສະເພາະແມ່ນເມືອງທີ່ມີຊາຍແດນຕິດກັບແຂວງອື່ນ.
ສຳລັບວຽກງານກໍ່ສ້າງຮາກຖານການເມືອງ, ພັດທະນາຊົນນະບົດ ແລະ ວຽກສາມສ້າງ ຕ້ອງໄດ້ລົງຊຸກຍູ້ຫ້ອງການພາຍໃນເມືອງ ທີ່ແຂວງໄດ້ມອບໝາຍຄວາມຮັບຜິດຊອບໃຫ້ເມືອງເປັນຜູ້ຈັດຕັ້ງປະຕິບັດໃຫ້ມີປະສິດທິພາບສູງ, ພ້ອມກັນນັ້ນຕ້ອງສົມທົບກັບການນຳເມືອງເພຶ່ອປັບປຸງກົງຈັກການ ຈັດຕັ້ງ ຫ້ອງການພາຍໃນເມືອງ ໃຫ້ມີຄວາມເຂັ້ມແຂວງ ແລະ ຄົບຊຸດຕາມຕຳແໜງງານທີ່ກຳນົດໄວ້
ທີມຂ່າວ ແຂວງວຽງຈັນ
Editor: ກຳປານາດ ລັດຖະເຮົ້າ