ທ້າຍເດືອນກຸມພາ 2018 ຜ່ານມານີ້ ທ່ານ ຄຳໝັ້ນ ສູນວິເລີດ ກຳມະການສູນກາງພັກ,ລັດຖະມົນຕີກະຊວງພາຍໃນ, ພ້ອມດ້ວຍຄະນະ ແລະ ທ່ານ ວິດົງ ໄຊຍະສອນ ກຳມະການສູນກາງພັກ,ເລຂາພັກແຂວງ, ເຈົ້າແຂວງໆວຽງຈັນ ໄດ້ລົງຢ້ຽມຢາມບ້ານໂພນຄໍາ ເປັນບ້ານເປົ້າໝາຍສາມສ້າງ ຂອງເມືອງແກ້ວອຸດົມ, ແຂວງວຽງຈັນ.
ໃນໂອກາດ ລົງຢ້ຽມຢາມ ດັ່ງກ່າວ ທ່ານ ໄມ ຈັນສະໝອນ ເລຂາພັກບ້ານ,ນາຍບ້ານໆໂພນຄຳ ໄດ້ລາຍງານການຈັດຕັ້ງເຄື່ອນໄຫວວຽກງານຂອງບ້ານໃນໄລຍະຜ່ານມາ ວ່າ: ບ້ານໂພນຄໍາ ແມ່ນໜຶ່ງໃນ 5 ບ້ານ ທີ່ກຽມສ້າງເປັນບ້ານສາມສ້າງຂອງເມືອງແກ້ວອຸດົມ, ແຂວງວຽງຈັນ, ຫ່າງໄກຈາກເທດສະບານເມືອງ 4.500 ແມັດ, ມີ 137 ຫຼັງຄາເຮືອນ, ມີ 143 ຄອບຄົວ, ມີພົນລະເມືອງ ທັງໝົດ 753 ຄົນ, ປະຊາຊົນທຸກຄອບຄົວໄດ້ນຳໃຊ້ໄຟຟ້າ 100%, ການສື່ສານຄົມະນາຄົມສະດວກສະບາຍ. ໃນໄລຍະຜ່ານມາໄດ້ຈັດຕັ້ງປະຕິບັດວຽກງານແຕ່ລະດ້ານ ຕາມທິດສາມສ້າງ ເປັນຕົ້ນແມ່ນດ້ານການເມືອງ-ແນວຄິດ ຍາມໃດກໍ່ໄດ້ເອົາໃຈໃສ່ສຶກສາອົບຮົມ-ການເມືອງແນວຄິດໃຫ້ແກ່ປະຊາຊົນ ແລະ ສະມາຊິກພັກພາຍໃນບ້ານຢ່າງເປັນປົກກະຕິ, ເຮັດໃຫ້ເຂົາເຈົ້າມີຄຸນທາດການເມືອງ, ມີຄຸນສົມບັດ ສິນທຳປະຕິວັດ ໜັກແໜ້ນ, ເຂົ້າໃຈຕໍ່ແນວທາງນະໂຍບາຍຂອງພັກ,ລະບຽບກົດໝາຍຂອງລັດ ເຮັດໃຫ້ລະບົບຮາກຖານການເມືອງຂອງບ້ານໜັກແໜ້ນເຂັ້ມແຂງ ສາມາດເຄື່ອນໄຫວຕາມສິດໜ້າທີ່ພາລະບົດບາດຂອງຕົນ, ໄດ້ຊຸກຍູ້ພໍ່ແມ່ປະຊາຊົນທຳການຜະລິດເພຶ່ອແກ້ໄຂຊີວິການເປັນຢູ່ໃຫ້ດີຂຶ້ນເທື່ອລະກ້າວ ດ້ວຍຫຼາຍດ້ານເປັນຕົ້ນແມ່ນການປູກຝັງ-ລ້ຽງສັດ, ການຄ້າຂາຍ, ການບໍລິການ,ຫັດຖະກໍາ ແລະ ອື່ນໆ, ສະເລ່ຍລາຍຮັບໄດ້ 1.150 ໂດລາຕໍ່ຄົນຕໍ່ປີ. ໄດ້ເອົາໃຈໃສ່ປັບປຸງກົງຈັກການຈັດຕັ້ງບ້ານ ເປັນຕົ້ນແມ່ນການສ້າງຕັ້ງ 5 ໜ່ວຍງານຊ່ວຍວຽກຂັ້ນບ້ານ ແລະ ປະກອບບຸກຄະລາກອນໃສ່ຄົບຖ້ວນ.
ໃນໂອກາດນີ້ ທ່ານ ຄຳໝັ້ນ ສູນວິເລີດ ລັດຖະມົນຕີກະຊວງພາຍໃນ ໄດ້ມີຄໍາເຫັນເໜັ້ນໜັກໃຫ້ບ້ານໂພນຄຳ ເອົາໃຈໃສ່ບາງບັນຫາຕື່ມອີກເປັນຕົ້ນແມ່ນ: ຕ້ອງໄດ້ສຶກສາຄົ້ນຄວ້າຕື່ມກ່ຽວກັບພາລະບົດບາດ, ສິດໜ້າທີ່ຂອງນາຍບ້ານ ແລະ 5 ໜ່ວຍງານຂອງບ້ານ, ຄົ້ນຄວ້າກ່ຽວກັບກົດໝາຍທ້ອງຖິ່ນ ໂດຍສະເພາະແມ່ນຂອງບ້ານ ແລ້ວຫັນເປັນອັນລະອຽດໃນແຕ່ລະວຽກງານ ເປັນຕົ້ນແມ່ນວຽກງານການເມືອງແນວຄິດ, ວຽກງານເສດຖະກິດ, ວັດທະນະທຳ-ສັງຄົມ, ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບໃຫ້ແທດເໝາະກັບທ້ອງຖິ່ນຮາກຖານ, ຕ້ອງມີຄວາມສາມັກຄີ, ມີຄວາມເປັນເອກະພາບກັນ, ໃນການສ່ອງແສງປະສານງານກັບ 5 ໜ່ວຍງານຂອງບ້ານໃນແຕ່ລະເດືອນ ຕ້ອງໄດ້ກຳນົດເປັນແຜນງານອັນລະອຽດ ເພື່ອເປັນການຈັດຕັ້ງຜັນຂະຫຍາຍວຽກງານສາມສ້າງເຂົ້າສູ່ລວງເລິກໃນຄອບເຂດທົ່ວເມືອງ, ເວົ້າລວມ, ເວົ້າສະເພາະ ກໍ່ຄື: ບ້ານໂພນຄຳ ໃຫ້ກາຍເປັນບ້ານສາມສ້າງ ໃນອານາຄົດ.
Editor: ກຳປານາດ ລັດຖະເຮົ້າ