ເມື່ອບໍ່ດົນມານີ້, ຫ້ອງການສາທາລະນະສຸກເມືອງຄຳໄດ້ປະກາດການຈັດຕັ້ງພັກ-ລັດອົງ ການຈັດຕັ້ງມະຫາຊົນຂື້ນທີ່ຫ້ອງປະຊຸມສາທາລະນະສຸກເມືອງຄຳ ແຂວງຊຽງຂວາງ ຢ່າງເປັນທາງການ. ໂດຍພາຍໃຕ້ການເປັນປະທານຂອງ ສະຫາຍ ດຣ, ບຸນເພັງ ສົມພັນສຸກ ກຳມະການພັກເມືອງ ຫົວໜ້າຫ້ອງການສາທາລະນະສຸກເມືອງ, ເປັນກຽດເຂົ້າຮ່ວມຂອງ ສະຫາຍ ວຽງໄຊ ສີວິໄລ ກຳມະການ ພັກແຂວງ ເລຂາພັກເມືອງ ເຈົ້າເມືອງເມືອງຄໍາ, ມີ ສະຫາຍ ສົມສີ ທອງປະເສີດ ຫົວໜ້າຈັດຕັ້ງພະແນກສາ ທາລະນະສຸກແຂວງ, ມີຫົວໜ້າ, ຮອງຫົວໜ້າຫ້ອງການອ້ອມຂ້າງເມືອງ, ທະຫານ, ຕຳຫຼວດ, ພ້ອມດ້ວຍ ພະນັກງານລັດຖະກອນພະແນກຫ້ອງການສາທາລະນະສຸກຂັ້ນແຂວງ, ຂັ້ນເມືອງເຂົ້າຮ່ວມຢ່າງພ້ອມພຽງ.
ຈາກນັ້ນ ສະຫາຍ ດຣ ບຸນເພັງ ສົມພັນສຸກ ກຳມະການພັກເມືອງຫົວໜ້າຫ້ອງການສາທາລະນະສຸກເມືອງ ກໍ່ໄດ້ຂື້ນຜ່ານບົດລາຍງານໃຫ້ຮູ້ວ່າ: ໜ່ວມພັກຫ້ອງການສາທາລະນະສຸກເມືອງຄຳປະກອບມີຄະ ນະພັກ 2 ສະຫາຍ, ມີສະມາຊິກພັກທັງໝົດ 32 ສະຫາຍ, ຍິງ 24 ສະຫາຍສຳຮອງ 8 ສະຫາຍ, ຍິງ 4 ສະຫາຍ, ເປັນໜ່ວຍພັກເອກະລາດ ຜ່ານການຈັດຕັ້ງປະຕິບັດຜ່ານມາຄະນະພັກໄດ້ເອົາໃຈໃສ່ເຊື່ອມຊືມ ບັນດາແນວທາງນະໂຍບາຍ, ມະຕິ, ຄຳສັ່ງຂອງພັກ, ຂໍ້ກຳນົດກົດໝາຍຂອງລັດ, ມະຕິກອງປະຊຸມໃຫຍ່ ຂອງອົງຄະນະພັກແຂວງ, ອົງຄະນະພັກເມືອງໄດ້ຜັນຂະຫຍາຍເຜີຍແຜ່ໃຫ້ແກ່ສະມາຊິກພັກ ແລະ ພະນັກ ງານລັດຖະກອນແພດໝໍໃຫ້ໄດ້ຮັບຮູ້ ແລະ ເຂົ້າໃຈຢ່າງເລິກເຊິ່ງພ້ອມທັງນຳເອົາເອກະສານຜົນສຳເລັດ ກອງປະຊຸມແຕ່ລະຂັ້ນມາຈັດຕັ້ງປະຕິບັດ ແລະ ເຂົ້າຮ່ວມປະຖະກະຖາວັນສຳຄັນຕ່າງໆຂອງຊາດຂອງພັກ ມາເຊື່ອມຊືມພ້ອມນີ້ກໍ່ຖືເອົາເອກະສານການເມືອງແນວຄິດໃຫ້ແກ່ສະມາຊິກພັກພະນັກງານໃຫ້ມີຄວາມອຸ່ນອຽງທຸ່ນທ່ຽນເຊື່ອໝັ່ນ ຕໍ່ການນຳພາຂອງພັກ ແລະ ຊີ້ນຳນຳພາຜັນຂະຫຍາຍບັນດາມະຕິຂອງຂັ້ນເທິງຫັນ ມາເປັນແຜນງານຂອງແຕ່ລະໜ່ວຍງານເຊິ່ງໄດ້ແບ່ງໃຫ້ແກ່ບຸກຄົນຮັບຜິດຊອບເປັນໂຄງການອັນລະອຽດ. ພ້ອມທັງຊີ້ນຳນຳພາວິຊາສະເພາະເປັນຕົ້ນແມ່ນແຜນງານອະນາໄມກັນພະຍາດ ແລະ ສົ່ງເສີມສຸຂະພາບ, ແຜນງານກັນພະຍາດ ແລະ ຄວບຄຸມພະຍາດຕິດຕໍ່, ແຜນງານບໍລິການສຸຂະພາບ ແລະ ວຽກງານອື່ນໆ ສາມາດບັນລຸໄດ້ຕົວເລກຄາດໝາຍ MDG ທີ່ຂັ້ນເທີງວາງອອກໄດ້ເປັນຢ່າງດີພ້ອມນັ້ນກໍ່ຍັງຈະໄດ້ແກ່ຈຸດອ່ອນ ແລະ ຂໍ້ຫຍຸ້ງຍາກເຊັ່ນ: ການແບ່ງຄຸ້ມຄອງລະຫວ່າງສາທາ ແລະ ໂຮງໝໍ, ຂາດພະນັກງານວິຊາການຜ້່າຕັດ, ພະນັກງານຍັງບໍ່ທັນພຽງພໍກັບຕຳແໜ່ງງານທີ່ໄດ້ກຳນົດໄວ້ ແລະ ອຸປະກອນຮັບໃຊ້, ຍັງບໍ່ທັນພຽງພໍກັບຄວາມຕ້ອງການ. ນອກຈາກນັ້ນຍັງໄດ້ຜ່ານທິດທາງແຜນການໃນຕໍ່ໜ້າຕື່ີມອີກ.
ຫຼັງຈາກນັ້ນ ສະຫາຍ ອານຸພອນ ດີວົງທອງ ຮອງຫົວໜ້າຄະນະຈັດຕັ້ງເມືອງຄໍາ ກໍ່ໄດ້ຂື້ນຜ່ານມະຕິຕົກລົງຂອງຄະນະປະ ຈຳພັກເມືອງ ເລກທີ່ 04/ຄປພມ ວ່າດ້ວຍການຮັບຮອງເອົາຄະນະພັກຮາກຖານສາທາລະນະສຸກເມືອງຄຳ ໂດຍແຕ່ງຕັ້ງເຫັນດີຮັບຮອງເອົາສະຫາຍ ດຣ ບຸນເພັງ ສົມພັນສຸກ ເປັນເລຂາຄະນະພັກຮາກຖານຊີ້ນຳ ລວມ, ເອົາສະຫາຍ ໄມພອນ ມະນີວົງ ເປັນຮອງເລຂາ ທັງເປັນປະທານກວດກາ, ເອົາສະຫາຍ ດຣ, ທອງໃບ ສີຫາລາດ ເປັນຄະນະ, ເອົາ ດຣ, ປໍຢ່າງ ເຢ່ຍເຢັ່ງ ເປັນຄະນະ ແລະ ເອົາ ສະຫາຍ ດຣ, ອີນປັນ ວັນນະແສງ ເປັນຄະນະໂດຍເປັນກຽດຂື້ນມອບຂອງສະຫາຍ ວຽງໄຊ ສີວິໄລ ກຳມະການພັກແຂວງ, ເລຂາພັກເມືອງ ເຈົ້າເມືອງຄຳ ພ້ອມນັ້ນກໍ່ຍັງໄດ້ຜ່ານມະຕິຕົກລົງແຕ່ງຕັ້ງອົງການຈັດຕັ້ງມະຫາຊົນ ເຊັ່ນ: ກຳມະບານ, ຊາວໜຸ່ມ, ແມ່ຍິງ.
ເນື້ອງໃນໂອກາດດັ່ງກ່າວ ສະຫາຍ ວຽງໄຊ ສີວິໄລ ກຳມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງໆຄຳ ກໍ່ໄດ້ຂື້ນໂອ້ລົມໃຫ້ຄຳຄິດຄຳເຫັນກ່ອນອື່ນໝົດສະຫາຍຍັງຍົກໃຫ້ເຫັນຄວາມໝາຍຄວາມສຳຄັນຕໍ່ວຽກງານພັກ ແລະ ວຽກງານອົງການຈັດຕັ້ງມະຫາຊົນພ້ອມທັງໃຫ້ທິດຊີ້ນຳແກ່ຄະນະພັກຮາກຖານ ແລະ ອົງການຈັດຕັ້ງມະຫາຊົນໃນຄັ້ງນີ້ຈົ່ງພ້ອມກັນເອົາໃຈໃສ່ສືກສາອົບຮົມການເມືອງແນວຄິດ, ປະຕິບັດຄຳ ຂັວນ, ປັບປຸງສະມາຊິກພັກ, ເຝິກຝົນຫຼໍ່ຫຼອມ, ຊອກຮູ້ຮ່ຳຮຽນເພື່ອພັດທະນາວຽກງານຕ່າງໆໃຫ້ໄດ້ຮັບຜົນ ສຳເລັດສູງຂື້ນເປັນກ້າວໆ.
ທີມຂ່າວເມືອງຄໍາ, ແຂວງຊຽງຂວາງ
Editor: ກຳປານາດ ລັດຖະເຮົ້າ