ໃນວັນທີ 1 ມີນາ 2018 ພະແນກໂຍທາທິການ ແລະ ຂົນສົ່ງ ນະຄອນຫຼວງວຽງຈັນ ໄດ້ຈັດກອງປະຊຸມ ສະຫຼຸບວຽກງານພະແນກໂຍທາທິການ ແລະ ຂົນສົ່ງ ປະຈໍາປີ 2017 ແລະ ວາງທິດທາງແຜນການ 2018 ທີ່ີ ສູນການຄ້າລາວໄອເຕັກ ນະຄອນຫຼວງວຽງຈັນ. ໂດຍເປັນປະທານຂອງກອງປະຊຸມຂອງ ທ່ານ ເດດສົງຄາມ ທໍາມະວົງ ຫົວຫນ້າພະແນກໂຍທາທິການ ແລະ ຂົນສົ່ງ ນະຄອນຫຼວງວຽງຈັນ. ເຂົ້າຮ່ວມມີ ທ່ານ ແກ້ວພິລາວັນ ອະໄພລາດ ຮອງເຈົ້າຄອງນະຄອນຫຼວງວຽງຈັນ, ມີຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ, ຫົວຫນ້າພະແນກ, ພ້ອມດ້ວຍບັນດາພະນັກງງານ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ໃນພິທີ ທ່ານ ເດດສົງຄາມ ທໍາມະວົງ ຫົວຫນ້າພະແນກໂຍທາທິການ ແລະ ຂົນສົ່ງ ໄດ້ຂື້ນລາຍງານສະຫຼຸບວຽກງານພະແນກໂຍທາທິການ ແລະ ຂົນສົ່ງປະຈໍາປີ 2017 ແລະ ວາງທິດທາງແຜນການ 2018 ເຊິງໃຫ້ຮູ້ວ່າ: ໃນປີ 2017 ຜ່ານມາ ພະແນກໂຍທາທິການ ແລະ ຂົນສົ່ງ ນະຄອນຫຼວງວຽງຈັນ ໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດພາລະບົດບາດຂອງຕົນ ໂດຍປະຕິບັດ 18 ຄາດໝາຍ ແລະ ໄດ້ສຸມໃສ່ຄາດໝາຍ 13 ແລະ 14 ຄື: ສ້າງເຂດເມືອງໃຫມ່ (ຄຸ້ມຄອງເມືອງໃຫມ່) ໃຫ້ພົ້ນເດັ່ນຂື້ນເຊັ່ນ: ເຂດພັດທະນາບຶງທາດຫຼວງ, ເຂດອຸດສາຫະກໍາໄຊເສດຖາ ຫຼັກ 21, ເຂດພັດທະນາອະສັງຫາລິມະຊັບ ຖະໜົນ 450 ປີ, ສ້າງເທດສະບານ 4 ຕົວເມືອງ ໃຫ້ເປັນຮູບເປັນຮ່າງຄື: ບ້ານເພຍລາດ (ເມືອງສັງທອງ), ບ້ານໄຮ່ (ເມືອງປາກງື່ມ), ທ່າເດື່ອ (ເມືອງຫາດຊາຍຟອງ), ເຂດດົງໝາຍຄາຍ(ເມືອງໄຊທານີ) ແລະ ສ້າງບ້ານໃຫຍ່ ໃຫ້ເປັນຕົວເມືອງນ້ອຍ ໃຫ້ໄດ້ 3 ແຫ່ງຂື້ນໄປ, ສູ້ຊົນປະຕິບັດ 6 ໂຄງການບຸກທະລຸ ແລະ 16 ໂຄງການໃຫຍ່ລະດັບຊາດ ຢູ່ນະຄອນຫຼວງວຽງຈັນ. ເອົາໃຈໃສ່ຄຸ້ມຄອງການກໍ່ສ້າງພື້ນຖານໂຄງລ່າງ, ຖະໜົນຫົນທາງ, ກໍ່ສ້າງຈາຝັ່ງຈື່ນ, ຄຸ້ມຄອງການກໍ່ສ້າງເຄຫາຜັງເມືອງ ໃຫ້ຖືກຕ້ອງຕາມລະບຽບການ, ຄຸ້ມຄອງການຂົນສົ່ງທາງບົກ, ສຸມໃສ່ການແກ້ໄຂການສັນຈອນແອອັດ, ຈັດສັນຄວາມບໍ່ເປັນລະບຽບຮຽບຮ້ອຍຕາມຕົວເມືອງ ພ້ອມດຽວກັນກໍ່ໄດ້ສ້ອມແປງເສັ້ນທາງພາຍໃນຕົວເມືອງ, ດ້ານສະມາຊິກພັກ, ພະນັກງານ-ລັດຖະກອນໃນພະແນກທັງໝົດ ມີຄວາມສະຫງົບທຸ່ນທ່ຽງ, ມີຄວາມເຊື່ອໝັ້ນຕໍ່ການນໍາພາຄະນະພັກ, ຄະນະພະແນກ, ມີຄວາມສາມັກຄີຊ່ວຍເຫຼືອເຊິ່ງກັນ ແລະ ກັນ ໃນການຈັດຕັ້ງປະຕິບັດຫນ້າທີ ວຽກງານຕາການມອບໝາຍດ້ວຍຄວາມຮັບຜິດຊອບສູງ
ນອກນັ້ນ ກໍ່ຍັງມີບາງຈຸດອ່ອນ ທີ່ຍັງຈະຕ້ອງໄດ້ປັບປຸງແກ້ໄຂເຊັນ: ການຈັດສັນຄິວຈອດລົດ ຕຸກໆ-ຈໍາໂບ້, ການຂາດຄວາມເອົາໃຈໃສ່ຂອງພະນັກງານວິຊາການ ໃນການກວດກາວຽກງານ ທີ່ຮັບຜິດຊອບ, ຕ້ອງໄດ້ເອົາໃຈໃສ່ໃນການ ໃຊ້ມາດຕາການເດັດຂາດ ຕໍ່ຜູ້ລະເມີດລະບຽບການ, ທ່ານ ເດດສົງຄາມ ທໍາມະວົງ ຍັງໄດ້ກ່າວຕື່ມອີກວ່າ: ໃນປີ 2018 ນີ້ ພະແນກໂຍທາທິການ ແລະ ຂົນສົ່ງ ນະຄອນຫຼວງວຽງຈັນ ຈະໄດ້ສູ້ຊົນສືບຕໍ່ປະຕິບັດວຽກງານບູລະນະຮັກສາ, ສ້ອມແປງ ແລະ ກໍ່ສ້າງຂົວ-ທາງ ໃຫ້ມີຄວາມໂລ່ງລ່ຽນສາມາດເຊື່ອມຈອດກັນໄດ້ສອງລະດູ, ເພື່ອຮັບປະກັນທາງດ້ານການສັນຈອນໄປມາ ໃຫ້ມີຄວາມສະດວກປອດໄພ ທັງເປັນການສ້າງພື້ນຖານໂຄງລ່າງ ໃຫ້ແກ່່ຂະແໜງອື່ນໆ, ແກ້ໄຂການສັນຈອນທີ່ແອອັດ, ຄຸ້ມຄອງຜັງເມືອງໃຫ້ເປັນໄປຕາມກົດໝາຍ ແລະ ຈະຕ້ອງເຮັດໃຫ້ວຽກງານ ໂຍທາທິການ ແລະ ຂົນສົ່ງ ຂອງນະຄອນຫຼວງວຽງຈັນ ໃນແຕ່ລະດ້ານບັນລຸຕາມລະດັບຄາດໝາຍ.
Editor: ກຳປານາດ ລັດຖະເຮົ້າ