ອົງການໄອຍະການປະຊາຊົນສູງສຸດ ໄດ້ຮັບການສະໜັບສະໜູນຈາກສະຖາບັນຊ່ວຍເຫຼືອທາງດ້ານກົດໝາຍ ແລະ ວິຊາການ ແຫ່ງຣາຊະອານາຈັກລຸກຊຳບວກ (ILSTA) ໄດ້ຈັດກອງປະຊຸມສ້າງຄວາມເຂັ້ມແຂງ ກ່ຽວກັບການຕ້ານອາຊະຍາກຳຂ້າມຊາດທີ່ມີການຈັດຕັ້ງ ໂດຍສະເພາະແມ່ນບັນຫາຢາເສບຕິດ ແລະ ການຟອກເງິນ ວັນທີ 27-28 ກຸມພາ 2018 ຢູ່ທີ່ໂຮງແຮມດອນຈັນພາເລດ ນະຄອນຫຼວງວຽງຈັນ ໂດຍການເປັນປະທານຂອງ ທ່ານ ບຸນຍັງ ຈັນດາລະສານ ຮອງຫົວໜ້າອົງການໄອຍະການປະຊາຊົນສູງສຸດ, ທ່ານ ໂຄຣ ເຈິນ ເຊັນ ອຸປະທູດແຫ່ງຣາຊະອານາຈັກລຸກຊຳບວກ ປະຈຳລາວ ພ້ອມດ້ວຍບັນດາຜູ້ຕາງໜ້າຈາກພາກສ່ວນກ່ຽວຂ້ອງທັງສູນກາງ-ທ້ອງຖິ່ນ.
ບັນຫາອາຊະຍາກຳຂ້າມຊາດ ທີ່ແຜ່ຫຼາຍໃນປັດຈຸບັນ ແມ່ນບັນຫາການຄ້າ-ຂາຍຢາເສບຕິດໃນ ສປປ ລາວ ຊຸມປີ 2011-2015 ບັນຫາດັ່ງກ່າວໄດ້ເພີ່ມຂຶ້ນຢ່າງຕໍ່ເນື່ອງ ແລະ ຮຸນແຮງຈາກການເຄື່ອນໄຫວພາຍໃນປະເທດ ສູ່ການເປັນອາຊະຍາກຳຂ້າມຊາດ ແລະ ມີການຈັດຕັ້ງເຮັດໃຫ້ສັງຄົມມີຄວາມບໍ່ສະຫງົບປອດໄພ ລັດຖະບານ ລາວ ໄດ້ອອກກົດໝາຍຫຼາຍສະບັບ ແລະ ມີການປັບປຸງໃຫ້ກົດໝາຍມີຄວາມສອດຄ່ອງທີ່ສຸດ ເພື່ອການຈັດຕັ້ງປະຕິບັດທີ່ຮັບປະກັນໄດ້ຄຸນະພາບ ສຳລັບປີ 2016 ທົ່ວປະເທດສາມາດມ້າງຄະດີຢາເສບຕິດ ທັງໝົດ 3.814 ເລື່ອງ, ຈັບກຸມຜູ້ຖືກຫາໄດ້ 5.811 ຄົນ ຍິງ 784 ຄົນ, ຄົນຕ່າງປະເທດ 127 ຄົນ, ຍິງ 18 ຄົນ, ຢຶດຢາບ້າ 2 ລ້ານ 552.699 ກິໂລ, ເຮໂລອິນ 190 ກວ່າກິໂລ, ຄາເຟອິນ 1.875 ກິໂລ, ຝິ່ນ 224.169 ກິໂລ, ກັນຊາ 5 ພັນ 047 ກວ່າກິໂລ, ຢາໄອສ 130.224 ກິໂລ, ໂຄເຄນ 0,01 ກິໂລ, ແປ້ງຝຸ່ນເພື່ອປະສົມໃນການຜະລິດຢາເສບຕິດ 5 ພັນ 916 ກວ່າກິໂລ ແລະ ໃນປີ 2017 ສາມາດມ້າງຄະດີຢາເສບຕິດໄດ້ 2 ພັນ 770 ເລື່ອງ, ຈັບກຸມຜູ້ຖືກຫາທັງໝົດ 4 ພັນ 241 ຄົນ, ຍິງ 526 ຄົນ, ຄົນຕ່າງປະເທດ 100 ຄົນ, ຍິງ 18 ຄົນ, ຢຶດຢາບ້າໄດ້ 1 ພັນ 203 ກິໂລ, ເຮໂລອິນ 162 ກວ່າກິໂລ, ຄາເຟອິນ 1 ພັນ 875 ກິໂລ, ຢາຝິ່ນ 273 ກວ່າກິໂລ, ກັນຊາ 4 ພັນ 847 ກວ່າກິໂລ ແລະ ຢາໄອສ 60,04 ກິໂລ.
ເພື່ອຕອບສະຫນອງຄວາມຮຽກຮ້ອງຕ້ອງການ ທີ່ກ່າວມາ ອົງການໄອຍະການປະຊາຊົນສູງສຸດ ແລະ ສະຖາບັນຊ່ວຍເຫລືອທາງດ້ານກົດຫມາຍ ແລະ ວິຊາການ ແຫ່ງຣາຊະອານາຈັກ ລຸກຊໍາບວກ ຈຶ່ງໄດ້ຈັດກອງປະຊຸມນິ້ຂື້ນ ເຊີ່ງໃນກອງປະຊຸມ ແມ່ນໄດ້ສຸມໃສ່ ແລກປ່ຽນບົດຮຍນ ຄື:
1, ບົດຮຍນໃນການຕ້ານອາຊະຍາກໍາ ຢາເສບຕິດ, ການຄ້າມະນຸດ, ການຕ້ານການສໍ້ລາດບັງຫລວງ ແລະ ອາດຊະຍາກໍາອື່ນໆ ທີ່ກ່ຽວຂ້ອງ ຈາກຜູ້ເຂົ້າຮ່ວມ ທັງພາຍໃນ ແລະ ສາກົນ.
2, ບົດຮຽນກ່ຽວກັບການຊີ້ນໍາ-ນໍາພາແກ້ໄຂບັນຫາອາດຊະຍາກໍາ ແລະ ປະກົດການຫຍໍ້ທໍ້ ຢູ່ຂັ້ນທ້ອງຖີ່ນ
3, ບົດຮຍນຈາກອົງການຈັດຕັງສາກົນ ຈໍານວນຫນຶ່ງ ທີ່ກ່ຽວກັບການຕ້ານອາດສະຍາກໍາ ຂ້າມຊາດ ທີ່ມີການຈັດຕັ້ງ
4, ບົດຮຍນ ແລະ ປະສົບການ ຈາກບັນດາແຂວງ ກ່ຽວກັບ ການຮ່ວມມື ການຕ້ານອາດຊະຍາກໍາ ຢາເສຍຕິດ ແລະ ການຟອກເງິນ
5, ກອງປະຊຸມ ຍັງໄດ້ມີການແລກປ່ຍນບົດຮຍນກ່ຽວກັບວຽກງານການຕ້ານການຟອກເງິນ ຈາກສໍານັກງານຕ້ານການຟອກເງິນ ຂອງທະນາຄານ ແຫ່ງ ສປປ ລາວ, ບັນດານິຕິກໍາແຫ່ງຊາດ ແລະ ປະມວນກົດຫມາຍອາຍາ ຈາກກະຊວງຍຸຕິທໍາ ແລະ ວິທິການຊ່ວຍເຫລືອ ເຊີ່ງກັນ ແລະ ກັນ ຢ່າງມີປະສິດທິຜົນ ຈາກອົງການທີ່ກ່ຽວຂ້ອງ ແລະ ທັງໝົດນີ້ ແມ່ນເນື້ອໃນສໍາຄັນ ທີ່ໄດ້ຄົ້ນຄວ້າ ໃນກອງປະຊຸມຄັ້ງນີ້
Editor: ກຳປານາດ ລັດຖະເຮົ້າ