ກອງປະຊຸມດັ່ງກ່າວ ໄດ້ຈັດຂື້ນ ໃນວັນທີ 27 ກຸມພາ 2018 ນີ້, ທີ່ຫໍປະຊຸມແຫ່ງຊາດ. ນະຄອນຫລວງວຽງຈັນ ໂດຍພາຍໃຕ້ການເປັນປະທານ ຂອງ ທ່ານ ອາລຸນແກ້ວ ກິດຕິຄຸນ ລັດຖະມົນຕີ ປະຈໍາສໍານັກງານນາຍົກລັດຖະມົນຕີ, ຮອງປະທານຄະນະກໍາມາທິການ ແຫ່ງຊາດ ເພື່ອຄວາມກ້າວຫນ້າຂອງແມ່ຍິງ ແລະ ແມ່-ເດັກ, ມີ ທ່ານ ອົກຕາວຽນ ບີໂວນ ຜູ້ຕາງຫນ້າອົງການ ສະຫາປະຊາຊາດ ສໍາລັບເດັກ ປະຈໍາ ສປປ ລາວ. ເຂົ້າຮ່ວມມີ ຮອງເຈົ້າແຂວງ, ບັນດາຄະນະກໍາມາທິການແມ່ຍິງ ແລະ ແມ່-ເດັກ. ຂັ້ນສູນກາງ ແລະ ທ້ອງຖິ່ນ. ແຂວງ ແລະ ນະຄອນຫລວງ, ສະຫາພັນແມ່ຍິງ ແຕ່ລະຂັ້ນ ທີ່ເຮັດວຽກ ກ່ຽວກັບແມ່ຍິງ ແລະ ແມ່-ເດັກ. ເຂົ້າຮ່ວມ.
ໃນກອງປະຊຸມ ຜູ້ເຂົ້າຮ່ວມແມ່ນໄດ້ຮັບຟັງການລາຍງານ ອານຸສັນຍາ ທັງ 2 ສະບັບ ຈາກ ທ່ານນາງ ບັນດິດ ປະທຸມວັນ ຮອງປະທານຄະນະກໍາມາທິການ ແຫ່ງຊາດ ເພື່ອຄວາມກ້າວຫນ້າຂອງແມ່ຍິງ ແລະ ແມ່-ເດັກ, ຮອງປະທານສູນກາງສະຫາພັນແມ່ຍິງລາວ ໄດ້ລາຍງານຮ່າງບົດລາຍງານແຫ່ງຊາດ ໄລຍະ 2 ແລະ 3 ເຖິງການຈັດຕັ້ງປະຕິບັດ ອານຸສັນຍາ ກ່ຽວກັບການຄ້າຂາຍເດັກ, ຄ້າປະເວນີເດັກ ແລະ ສິ່ງລາມົກອານາຈານເດັກ ແລະ ອານຸສັນຍາ ກ່ຽວກັບການເຂົ້າຮ່ວມຂອງເດັກ ໃນການປະທະກັນ ດ້ວຍກໍາລັງປະກອບອາວຸດ. ເຊີ່ງມີເນື້ອໃນວ່າ: ສປປ ລາວ ເຂົ້າເປັນພາຄີຂອງສົນທິສັນຍາ ວ່າດ້ວຍສິດທິເດັກ ຂອງອົງການສະຫະປະຊາຊາດ ໃນວັນທີ 8 ພຶດສະພາ 1991 ເປັນຕົ້ນມາ, ແລະ ໃນວັນທີ 20 ກັນຍາ 2006 ສປປ ລາວໄດ້ເຂົ້າເປັນພາຄີອານຸສັນຍາ ກ່ຽວກັບການເຂົ້າຮ່ວມຂອງເດັກ ໃນການປະທະກັນດ້ວຍກໍາລັງປະກອບອາວຸດ ( OPAC ) ແລະ ອານຸສັນຍາກ່ຽວກັບການຄ້າເດັກ, ການຄ້າປະເວນີເດັກ ແລະ ສິ່ງລາມົກອານາຈານເດັກ ( OPSC ) ເຊີ່ງລັດຖະບານ ສປປ ລາວ ໄດ້ສົ່ງບົດລາຍງານສະບັບທໍາອິດ ກ່ຽວກັບການຈັດຕັງປະຕິບັດ ສອງອານຸສັນຍາ ດັ່ງກ່າວ ໃຫ້ແກ່ຄະນະກໍາມະການສິດທິເດັກ ຂອງອົງການສະຫະປະຊາຊາດ ໃນເດືອນມີຖຸນາ 2013 ບົດລາຍງານດັ່ງກ່າວ ຈະໄດ້ສະຫນອງຂໍ້ມູນກ່ຽວກັບການຈັດຕັ້ງປະຕິບັດ ບັນດາຂໍ້ສະເໜີແນະຕ່າງໆ ຂອງຄະນະກໍາມະການສິດທິເດັກ ຂອງອົງການສະຫະປະຊາຊາດ ທີ່ມີຕໍ່ລັດຖະບານ ໃນການຈັດຕັງປະຕິບັດ ສອງອານຸສັນຍາ ທີ່ກ່າວມານັ້ນ ແລະ ລັດຖະບານຄາດວ່າຈະສົ່ງບົດລາຍງານແຫ່ງຊາດ ປະຈໍາໄຕມາດ 2 ແລະ 3 ກ່ຽວກັບການຈັດຕັງປະຕິບັດ ສອງອານຸສັນຍາດັ່ງກ່າວ ໃນເດືອນເມສາ 2018. ການຮ່ວມມື ແລະ ການປະສານງານ ລະຫວ່າງ ກໍາມາທິການແຫ່ງຊາດ ເພື່ອຄວາມກ້າວຫນ້າຂອງແມ່ຍິງ ແລະ ແມ່-ເດັກ ແລະ ອົງການສະຫະປະຊາຊາດ ສໍາລັບເດັກ ( UNICEF ) ຊ່ວຍໃຫ້ ສປປ ລາວ ສາມາດປະຕິບັດພັນທະຂອງຕົນ ໃນການລາຍງານກ່ຽວກັບການຈັດຕັ້ງປະຕິບັດ ສົນທິສັນຍາວ່າດ້ວຍສິດທິເດັກ ແລະ ອານຸສັນຍາ ຂອງສົນທິສັນຍາສິດທິເດັກ, ການຮ່ວມມື ແລະ ປະສານງານດັ່ງກ່າວ ໄດ້ເຮັດ ໃຫ້ ສປປ ລາວ ມີຄວາມຄຶບຫນ້າ ໃນການຮັບຮູ້ ແລະ ການປົກປ້ອງສິດທີຂອງເດັກ ໃນປະເທດ.
ຜົນສໍາເລັດອັນສໍາຄັນ ລວມມີ
1, ແຜນພັດທະນາເສດຖະກິດ-ສັງຄົມ ສະບັບທີ 8 ( 2016-2020 ) ໄດ້ກວມເອົາເປົ້າຫມາຍໃນການເພີ່ມໂຄສະນາໃຫ້ຄວາມຮູ້ແກ່ມວນຊົນໃນສັງຄົມ, ໂດຍສະເພາະແມ່ນແມ່ຍິງ ແລະ ເດັກນ້ອຍ ທີ່ມີຄວາມສ່ຽງ ໃນການໄດ້ຮັບຜົນກະທົບ ແລະ ຜົນສະທ້ອນທາງລົບ ຈາກການຄ້າມະນຸດ, ການລົງໂທດທາງກົດຫມາຍຕໍ່ຜູ້ກະທໍາຜິດ ແລະ ການປົກປ້ອງຜູ້ເຄາະຮ້ອຍ ຈາກການຄ້າມະນຸດ.
2, ແຜນດໍາເນີນງານແຫ່ງຊາດ ກ່ຽວກັບການປ້ອງກັນ ແລະ ລຶບລ້າງການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກ 2014-2020 ເຊີ່ງກວມເອົາການແກ້ໄຂທຸກຮູບແບບການໃຂ້ຄວາມຮຸນແຮງ ຢູ່ໃນທຸກສະຖານທີ່ ເຊີງແຜນດໍາເນີນງານແຫ່ງຊາດດັ່ງກ່າວ ໄດ້ຮັບການຈັດຕັ້ງປະຕິບັດ ໃນປະຈຸບັນ.
3, ແຜນດໍາເນີນງານແຫ່ງຊາດ ກ່ຽວກັບການຕ້ານການຄ້າມະນຸດ ໃນປີ 2016-2020 ໄດ້ພະຍາຍາມຊອກວິທີການໃນການປົກປ້ອງຜູ້ເຄາະຮ້າຍ ຈາກການຄ້າມະນຸດ ແລະ ປ້ອງກັນບໍ່ໃຫ້ຄົນລາວ ຕົກເປັນຜູ້ເຄາະຮ້ອຍ ຈາກການຄ້າມະນຸດ.
4,ການສໍາຫລວດຄັ້ງທໍາອິດ ກ່ຽວກັບການໃຂ້ຄວາມຮຸນແຮງຕໍ່ເດັກ ໃນ ສປປ ລາວ ໄດ້ຊ່ວຍໃຫ້ມີຫລັກຖານພື້ນຖານ ສໍາລັບການສ້າງນະໂຍບາຍ ແລະ ນິຕິກໍາ ສໍາລັບການສ້າງລະບົບການປ້ອງກັນ ແລະ ການຕອບໂຕ້ ທີ່ມີປະສິດທິພາບຕໍ່ທຸກຮູບແບບຂອງການໃຊ້ຄວາມຮຸນແຮງ, ການກົດຂີ່ຂຸດຮິດ ແລະ ການທາລຸນເດັກ.
5, ການຮັບຮອງເອົາກົດຫມາຍວ່າດ້ວຍການຕ້ານ ແລະ ສະກັດກັ້ນການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກ ຊີ່ງກວມເອົາການລົງໂທດທາງອາຍາຕໍ່ການບັງຄັບ ແລະ ການຄ້າປະເວນີ
6, ກົດຫມາຍວ່າດ້ວຍການຕ້ານການຄ້າມະນຸດ ທີ່ປະກາດໃຊ້ ໃນປີ 2016 ໄດ້ເກຶອດຫ້າມທຸກຮູບແບບຈອງການຄ້າມະນຸດ ແລະ ການກໍານົດບົດລົງໂທດຕ່າງໆ ຕໍ່ຜູ້ລະເມີດກົດຫມາຍດັ່ງກ່າວ.
7, ປະມວນກົດຫມາຍອາຍາ ທີ່ສະພາແຫ່ງຊາດ ຮັບຮອງຜ່ານ ໃນທ້າຍປີ 2017 ໄດ້ກໍານົດຄວາມຜິດຕ່າງໆ ກ່ຽວກັບການຄ້າຂາຍເດັກ, ໂສເພນີເດັກ ແລະ ສິ່ງລາມົກອານາຈານເດັກ.
Editor: ກຳປານາດ ລັດຖະເຮົ້າ