ກອງປະຊຸມຄະນະກຳມະການຮ່ວມມືຮັກສາຄວາມສະຫງົບຮຽບຮ້ອຍຕາມຊາຍແດນ ລາວ-ໄທລະຫວ່າງ ແຂວງ ບໍລິຄຳໄຊ ສປປລາວ ແລະ ຈັງຫວັດ ບຶງການ ລາຊາອານາຈັກໄທ ຄັ້ງທີ 4 ໄດ້ຈັດຂື້ນໃນທ້າຍເດືອນກຸມພາ 2018 ນີ້ ຢູ່ທີ່ຫ້ອງປະຊຸມເບີ 2 ຂອງແຂວງບໍລິຄຳໄຊ ໂດຍພາຍໃຕ້ການເປັນປະທານຂອງ ທ່ານ ກອງແກ້ວ ໄຊສົງຄາມ ເຈົ້າແຂວງ ບໍລິຄຳໄຊ ປະທານປ້ອງກັນຊາດ-ປ້ອງກັນຄວາມສະຫງົບຂັ້ນແຂວງ, ທ່ານ ພິສຸດ ບຸດສະຍະພັນພົງ ຜູ້ວ່າຣາຊະການ ຈັງຫວັດ ບຶງການ ໂດຍມີຄະນະກຳມະການຈາກພາກສວ່ນທີ່ກຽ່ວຂ້ອງຂອງແຂວງ ບໍລິຄຳໄຊ ແລະ ຈັງຫວັດບຶງການເຂົ້າຮ່ວມຢ່າງພ້ອມພຽງ. ໃນກອງປະຊຸມທ່ານເຈົ້າແຂວງບໍລິຄຳໄຊ ໃນນາມເຈົ້າພາບໄດ້ກ່າວຕ້ອນຮັບ ພ້ອມແຈ້ງຈຸດປະສົງເນື້ອໃນກອງປະຊຸມໃນຄັ້ງນີ້, ທ່ານຜູ້ວ່າລາຊະການຈັງຫວັດບຶງການ ຍັງໄດ້ສະແດງຄວາມຍິນດີຍ້ອງຍໍຊົມເຊີຍແຂວງບໍລິຄຳໄຊ ເຈົ້າພາບທີ່ໄດ້ຮັບຕ້ອນຮັບດ້ວຍໄມຕີຈິດມິດຕະພາບຢ່າງອົບອູ່ນ.
ໃນພິທີຕາງໜ້າຄະນະກຳມະການຂອງແຂວງ ບໍລິຄຳໄຊ ແລະ ຈັງຫວັດບຶງການໄດ້ພັດປຽ່ນກັນຜ່ານຮ່າງບົດບັນທຶກກອງປະຊຸມຄະນະກຳມະການຮັກສາຄວາມສະຫງົບຮຽບຮ້ອຍຕາມຊາຍແດນລາວ-ໄທ ລະຫວ່າງແຂວງ ບໍລິຄຳໄຊ -ຈັງຫວັດບຶງການ ຄັ້ງທີ 4 ໂດຍປະຕິບັດຕາມບົດບັນທຶກກອງປະຊຸມຄະນະເຈົ້າແຂວງ ແລະ ຜູ້ວ່າຣາດຊະການຈັງວັດລາວ-ໄທ ຄັ້ງທີ 10 ລະຫວ່າງ ວັນທີ 26-28 ກັນຍາ 2017 ທີ່ນະຄອນຫຼວງວຽງຈັນ ສປປລາວ, ບົດບັນທຶກໍາມະທິການຮ່ວມ ວ່າດ້ວຍການຮ່ວມມືລາວ-ໄທ ຄັ້ງທີ 20 ລະຫວ່າງ ວັນທີ 25-27 ຕຸລາ 2016, ທີ່ຈັງຫວັດຊຽງລາຍ ຣາຊາອານາຈັກໄທ, ບົດບັນທຶກຄະນະກໍາມະການຮ່ວມມືຮັກສາຄວາມສະຫງົບຮຽບຮ້ອຍຕາມຊາຍແດນທົ່ວໄປລາວ-ໄທ ຄັ້ງທີ 24 ລະຫວ່າງ ວັນທີ 18-21 ທັນວາ 2017 ທີ່ນະຄອນຫຼວງວຽງຈັນ ສປປລາວ ແລະ ບົດບັນທຶກກອງປະຊຸມຄະນະກຳມະການຮ່ວມມືຮັກສາຄວາມສະຫົງບຮຽບຮ້ອຍຕາມຊາຍແດນແຂວງ ບໍລິຄຳໄຊ-ຈັງຫວັດ ບຶງການ ຄັ້ງທີ 3 ລົງວັນທີ 22 ທັນວາ 2016 ທີ່ຈັງຫວັດ ບຶງການ ຣາຊາອານາຈັກໄທ.
ສໍາລັບຮ່າງບົດບັນທຶກແມ່ນໄດ້ກໍານົດເອົາເນື້ອໃນທີ່ສຳຄັນຫຼາຍດ້ານທີ່ເປັນບ່ອນອິງເປັນລາຍລັກອັກສອນໃຫ້ແກ່ຄະນະກຳມະການຮ່ວມມືຮັກສາຄວາມສະຫງົບຮຽບຮ້ອຍຕາມຊາຍແດນ ລາວ-ໄທ ລະຫວ່າງແຂວງບໍລິຄຳໄຊ - ຈັງຫວັດບຶງການ ໄດ້ຈັດຕັ້ງປະຕິບັດໃຫ້ມີຄວາມສອດຄ່ອງ ແລະ ມີຜົນສຳເລັດໃນແຕ່ລະດ້ານ ເຊັ່ນ: ດ້ານການຮັກສາຄວາມສະຫົງບ ແລະ ຄວາມເປັນລະບຽບຮຍບຮ້ອບຕາມຊາຍແດນ, ດ້ານການອຳນວຍຄວາມສະດວກ ແລະ ຄວາມປອດໄພໃນການເຂົ້າ-ອອກເມືອງ,ດ້ານການຮ່ວມມືໃນການປ້ອງກັນ ແລະ ປາປາມຢາເສບຕິດ, ດ້ານການຮ່ວມມືໃນການດຳເນີນກິດຈະການຕ່າງໆຕາມແມ່ນໍ້າຂອງ, ດ້ານການສົ່ງເສີມການຮ່ວມມືດ້ານຕ່າງໆ, ການປະສານງານຮ່ວມກັນ. ຄະນະຜູ້ແທນກອງປະຊຸມທັງສອງຝ່າຍຍັງປະກອບຄຳເຫັນໃສ່ຮ່າງບົດບັນທຶກດັ່ງກ່າວຮ່ວມກັນ ເພື່ອຈະໄດ້ເປັນເອກະພາບກັນທາງດ້ານເນື້ອໃນ ຄວາມໝາຍດ້ານພາສາລາວ ແລະ ພາສາໄທ ທັງສອງພາສາ ນັ້ນລ້ວນແຕ່ມີຄວາມໝາຍ ແລະ ມີຄຸນຄ່າເທົ່າທຽມກັນ. ຈາກນັ້ນທັງສອງຝ່າຍໄດ້ລົງນາມເຊັນບົດຮ່ວມກັນ ເຊັນຕາງໜ້າຝ່າຍແຂວງ ບໍລິຄຳໄຊ ໂດຍ ປະທານຂອງ ທ່ານ ກອງແກ້ວ ໄຊສົງຄາມ ເຈົ້າແຂວງບໍລິຄຳໄຊ ທ່ານ ພິສຸດ ບຸດສະຍະພັນພົງ ຜູ້ວ່າຣາຊະການຈັງຫວັດບຶງການ ໂດຍມີຄະນະກຳມະການຈາກພາກສວ່ນທີ່ກຽ່ວຂ້ອງ 2 ແຂວງ ເຂົ້າຮ່ວມເປັນສັກຂີພິຍານ. ຈຸດປະສົງກໍ່ເພື່ອສ້າງໃຫ້ຊາຍແດນຂອງສອງປະເທດລາວ-ໄທ ເວົ້າລວມ,ເວົ້າສະເພາະ ແຂວງບໍລິຄຳໄຊ-ຈັງຫວັດ ບຶງການ ໃຫ້ກາຍເປັນຊາຍແດນແຫ່ງສັນຕິພາບ, ມິດຕະພາບ, ມີຄວາມສາມັກຄີ ແລະ ຮັກສາໄດ້ຜົນປະໂຫຍດຂອງປະຊາຊົນທັງສອງຝ່າຍ ໃນຖານະທີ່ເປັນປະເທດບ້ານໄກ້ເຮືອນຄຽງທີ່ດີຮ່ວມກັນ.
ທີມຂ່າວ ແຂວງບໍລິຄໍາໄຊ
Editor: ກຳປານາດ ລັດຖະເຮົ້າ