ພິທີປະກາດຮັບຮອງ ເອົາເມືອງຫີນເຫີບເປັນເມືອງສະຫະພັນແມ່ຍິງ 3 ດີ ຄັ້ງທີ 2 ໄດ້ຈັດຂື້ນໃນວັນທີ 23 ກຸມພາ 2018 ຜ່ານມານີ້, ທີ່ ສະໂມສອນເມືອງດັ່ງກ່າວ, ໂດຍໃຫ້ກຽດເຂົ້າຮ່ວມມີ ທ່ານ ນາງ ຈັນທະບຸນ ໂພສະລາດ ກຳມະການພັກແຂວງ ປະທານສະຫະພັນແມ່ຍິງແຂວງວຽງຈັນ, ມີ ທ່ານ ອຸດົງ ວົງສະຫວາດ ກຳມະການພັກແຂວງ ເລຂາພັກເມືອງເຈົ້າເມືອງໆຫີນເຫີບ, ມີບັນເຈົ້າເມືອງອ້ອມຂ້າງ, ປະທານ, ຮອງປະທານອົງການຈັດຕັ້ງມະຫາຊົນຂັ້ນແຂວງ, ຂັ້ນເມືອງ, ມີບັນດາຕົວແທນສະຫະພັນແມ່ຍິງທົ່ວເມືອງເຂົ້າຮ່ວມ.
ທ່ານນາງ ອຳມະລາ ທິບພະແກ້ວ ປະທານສະຫະພັນແມ່ຍິງເມືອງຫີນເຫີບ ໄດ້ຂື້ນຜ່ານບົດລາຍງານການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 3 ດີໃນໄລຍະຜ່ານມາວ່າ: ສະຫະພັນແມ່ຍິງເມືອງຫີນເຫີບ ສະຫະພັນແມ່ຍິງເມືອງຫີນເຫີບ ແມ່ນອົງການຈັດຕັ້ງມະຫາຊົນໜື່ງຊື່ງເປັນເສນາທິການໃຫ້ແກ່ຄະນະພັກ, ອຳນາດການປົກຄອງເມືອງ ແລະ ສະຫະພັນແມ່ຍິງແຂວງ ໂດຍເຮັດຫນ້າທີ່ສຶກສາອົບຮົມການເມືອງແນວຄິດ ເຕົ້າໂຮມຄວາມສາມັກຄີແມ່ຍິງບັນດາເຜົ່າ, ບັນດາຊັ້ນຄົນໃນທົ່ວເມືອງ ເພື່ອປະຕິບັດແນວທາງນະໂຍບາຍຂອງພັກ ເປັນຕົວແທນປົກປ້ອງສິດຜົນປະໂຫຍດອັນຊອບທຳຂອງແມ່ຍິງ ແລະ ເດັກນ້ອຍ; ສະຫະພັນແມ່ຍິງເມືອງຫີນເຫີບ ມີສະມາຊິກສະຫະພັນແມ່ຍິງ ທັງໝົດ 4,816 ຄົນ ຜ່ານການຈັດຕັ້ງປະຕະບັດສາມາດຮັບຮອງແມ່ຍິງ 3 ດີ ໄດ້ 43 ບ້ານ ແລະ ສະຫະພັນແມ່ຍິງຫນ່ວຍ 3 ດີອ້ອມຂ້າງເມືອງໄດ້ 23 ໜ່ວຍ, ມີສະມາຊິກແມ່ຍິງ 3 ດີ ຄື: ເປັນຜົນລະເມືອງດີ 4,328 ຄົນ, ພັດທະນາດີ 3,920 ຄົນ, ສ້າງຄອບຄົວດີ 3,654 ຄົນ; ຕີລາຄາຈັດແບ່ງປະເພດສະມາຊິກບຸກຄົນ 3 ດີ ຄື: ປະເພດ1 ມີ 3,395 ຄົນ , ປະເພດ 2 ມີຈໍານວນ 960 ຄົນ. ບ້ານຕົວແບບໃນການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 3 ດີ ຕິດພັນກັບບ້າວ 3 ສ້າງ ມີ 5 ບ້ານ ແລະ ຕົວແບບສະຫະພັນແມ່ຍິງ 3 ດີ ຕິດກັບວຽກງານວິຊາສະເພາະ ມີ 12 ໜ່ວຍອ້ອມຂ້າງເມືອງ. ເປັນກຽດຂື້ນມອບໃບຢັ້ງຢືນເມືອງສະຫະພັນແມ່ຍິງ 3 ດີ ຄັ້ງທີ 2 ໃນຄັ້ງນີ້ ໂດຍແມ່ນ ທ່ານນາງ ຈັນທະບູນ ໂພສະລາດ ກຳມະການພັກແຂວງ ປະທານສະຫະພັນແມ່ຍິງແຂວງ
ໃນຕອນທ້າຍຂອງພິທີ ທ່ານນາງ ຈັນທະບູນ ໂພສະລາດ ກໍາມະການພັກແຂວງ ປະທານສະຫະພັນແມ່ຍິງແຂວງ ພ້ອມດ້ວຍ ທ່ານ ອຸດົງ ວົງສະຫວາດ ກຳມະການພັກແຂວງ ເລຂາພັກເມືອງເຈົ້າເມືອງໆຫີນເຫີບ ຍັງໄດ້ໃຫ້ກຽດລັ່ງຄ້ອງ 9 ບາດ, ພ້ອມທັງເປີດປ້າຍເພື່ອເປັນສິຣິມຸງຄຸນໃຫ້ແກ່ເມືອງອີກດ້ວຍ
ທີມຂ່າວ ຖວທ ແຂວງວຽງຈັນ
Editor: ກຳປານາດ ລັດຖະເຮົ້າ