ກອງປະຊຸມເຜີຍແຜ່ມະຕິກອງຊຸມຄົບຄະນະບໍລິຫານງານເທື່ອທີ 03 ສະໄໝທີ 7 ຂອງສະຫະພັນກໍາມະບານແຂວງ ຂື້ນທີ່ສະໂມສອນປົກຄອງເມືອງເຊໂປນ, ໂດຍການເປັນປະທານຂອງທ່ານ ຄຳຕັນ ສີໂພໄຊ ຮອງປະທານສະຫະພັນກຳມະບານແຂວງສະຫວັນນະເຂດ ພ້ອມຄະນະ,ມີທ່ານ ບຸນມາ ໄຊຍະກູລາງ ຮອງເລຂາພັກເມືອງ ປະທານແນວລາວສ້າງຊາດເມືອງ ທັງເປັນຜູ້ຊີ້ນຳອົງການຈັດຕັ້ງມະຫາຊົນ, ມີຫົວໜ້າ,ຄະນະຫ້ອງການ, ຄະນະບໍລິຫານງານສະຫະພັນກໍາມະບານເມືອງ, ຮາກຖານ, ໜ່ວຍພ້ອມດ້ວຍສະມາຊິກກໍາມະບານເຂົ້າຮ່ວມ 128 ທ່າານ,ຍິງ 78 ທ່ານ
ທ່ານ ຄຳຟອງ ໄຊທິບຸດ ກຳມະການພັກເມືອງ,ປະທານສະຫະພັນກຳມະບານເມືອງເຊໂປນ ກໍ່ໄດ້ໃຫ້ກຽດຂື້ນຜ່ານບົດລາຍງານໂດຍຫຍໍ້ໃນການຈັດຕັ້ງປະຕິບັດວຽກງານໃນໄລຍະ 01 ປີຜ່ານມາແລະ ທິດທາງແຜນການໃນ 1ປີ ຕໍ່ໜ້າ, ຫ້ອງການກໍາມະບານເມືອງແມ່ນໄດ້ເອົາໃຈໃສ່ເຮັດໜ້າທີ່ປົກປ້ອງສິດຜົນປະໂຫຍດອັນຊອບທໍາ ຂອງຊົນຊັ້ນກໍາມະກອນ ແລະ ຊາວຜູ້ອອກແຮງງານ, ໄດ້ລົງເຜີຍແຜ່ກົດໝາຍກໍາມະບານລາວ, ກົດໝາຍແຮງງານ ແລະ ອອກບັດ, ປື້ມທະບຽນໃຫ້ກໍາມະກອນຊາວຜູ້ອອກແຮງງານຢູ່ຫົວໜ່ວຍທຸລະກິດອອ້ມຂ້າງເມືອງ, ທົ່ວເມືອງມີກໍາມະບານຮາກຖານ 29 ຮາກຖານ, 58 ໜ່ວຍ,834 ສະຫາຍ, ຍີງ 423 ສະຫາຍ, ມອບເງີນສະຖີຕິເຂົ້າຄັງແຂວງ ໃນປີ 2017 ສໍາເລັດ100%, ສະມາຊີກກອງທຶນ ມີ ຈໍານວນ 775 ຄົນ, ຍີງ 394 ຄົນ ເພີ່ມ 219 ຄົນ, ເທົ່າ 39,39%, ຫຼັງຈາກນັ້ນໜ່ວຍງານໂຄສະນາ, ສື່ສານມວນຊົນ, ວຽກງານບໍລິຫານ, ວຽກງານປົກປ້ອງແຮງງານ, ວຽກງານຂະບວນການໄດ້ພັດປ່ຽນກັນຂື້ນແລກປ່ຽນບົດຮຽນໃນການໂຄສະນາເຜີຍແຜ່ຂໍ້ມູນຂ່າວສານຕ່າງໆ ທີ່ເປັນກະບອກສຽງ, ສື່ໃຫ້ສັງຄົມໄດ້ຮັບຮູ້ທັນກັບເຫດການຕ່າງໆໃຫ້ທັນການ.
ສຸດທ້າຍ ທ່ານ ຄຳຕັນ ສີໂພໄຊ ກໍ່ໄດ້ໃຫ້ກຽດມີຄຳເຫັນ ແລະ ໃຫ້ທິດເຍືອງທາງກ່ອນອື່ນທ່ານກໍ່ໄດ້ເຫັນດີເປັນເອກະພາບໃນບົດລາຍງານຂອງສະຫະພັນກຳມະບານເມືອງ ແລະ ທ່ານກໍ່ໄດ້ຜ່ານມະຕິຕົກລົງຄົບຄະນະບໍລິຫານງານສະຫະພັນກຳມະບານແຂວງ ເທື່ອທີ 03 ສະໄໝທີ 7 ພ້ອມທັງແນະນຳວຽກງານກຳມະບານຮອບດ້ານ ແລະ ກໍ່ໄດ້ເນັ້ນໃຫ້ຄະນະພັກ, ຄະນະຮັບຜິດຊອບວຽກງານກຳມະບານໃນແຕ່ລະຂັ້ນ ພ້ອມກັນຊີ້ນຳໆພາ ສະມາຊິກກຳມະບານໃຫ້ຮັບຮູ້, ຊຸກຍູ້ວຽກງານກຳມະບານຂອງເມືອງໃຫ້ກວ້າງຂວາງ ແລະ ເປັນຂະບວນຟົດຟື້ນ.
ທີມຂ່າວ ເມືອງເຊໂປນ
Editor: ກຳປານາດ ລັດຖະເຮົ້າ