ກອງປະຊຸມ ສະຫລຸບວຽກງານຈັດຕັ້ງ, ກໍ່ສ້າງພັກ-ພະນັກງານ ແລະ ແຜນການຍົກສູງວຽກງານການຈັດຕັງປະຈໍາປີ 2018 ທົ່ວແຂວງອັດຕະປີ ໄດ້ຈັດຂື້ນ ໃນຕົ້ນອາທິດນີ້ ທີ່ຫໍປະຊຸມໃຫຍ່ແຂວງ ພາຍໃຕ້ການເປັນປະທານ ຂອງ ທ່ານນາງ ມີນາພອນ ໄຊສົມພູ ຮອງເລຂາພັກແຂວງ, ຫົວຫນ້າຄະນະຈັດຕັງແຂວງອັດຕະປື, ໂດຍໃຫ້ກຽດເຂົ້າຮ່ວມ ຂອງທ່ານ ເລັດ ໄຊຍະພອນ ເລຂາພັກແຂວງ ເຈົ້າແຂວງອັດຕະປື, ມີທ່ານຫົວຫນ້າກົມຄຸ້ມຄອງພະນັກງານ, ຄະນະຈັດຄັ້ງສູນກາງພັກ, ພ້ອມນີ້ຍັງມີຄະນະປະຈໍາພັກແຂວງ, ກໍາມະການພັກແຂວງ, ເຈົ້າເມືອງ, ບັນດາຫົວຫນ້າພະແນກທີ່ກ່ຽວຂ້ອງ ອ້ອມຂ້າງແຂວງ, ຕະຫລອດຮອດຄະນະຮັບຜິດຊອບວຽກງານຈັດຕັ້ງ ໃນແຕ່ລະເມືອງ ເຂົ້າຮ່ວມຢ່າງພ້ອມພຽງ.
ໃນພິທີ ທ່ານ ບົວໄລ ກົມມະສິດ ຮອງຫົວຫນ້າຄະນະຈັດຕັ້ງແຂວງອັດຕະປື ໄດ້ລາຍງານໃຫ້ຮູ້ວ່າ: ຕະຫລອດໄລຍະຜ່ານມາ ຄະນະພັກ ທຸກຂັ້ນ ໄດ້ເພີ່ມທະວີການຊີ້ນໍາ-ນໍາພາ, ສຶກສາອົບຮົມ ປູກລະດົມທຸກກໍາລັງແຮງ ທຸກພາກສ່ວນເຂົ້າໃນການຈັດຕັງປະຕິບັດພາລະກິດປ່ຽນແປງໃຫມ່ ຢ່າງຮອບດ້ານ ແລະ ມີຫລັກການຂອງພັກ, ຮັບປະກັນສະຖຽນລະພາບທາງດ້ານການເມືອງ, ສັງຄົມມີຄວາມສະຫງົບ, ເສດຖະກິດໄດ້ຮັບການພັດທະນາ ແລະ ຂະຫຍາຍຕົວ ຢ່າງຕໍ່ເນື່ອງ, ລະບົບການເມືອງ ແລະ ການຈັດຕັງໃນແຕ່ລະຂັ້ນ ໄດ້ຮັບການປັບປຸງດີຂື້ນ, ໂດຍສະເພາະວຽກງານກໍ່ສ້າງພັກ-ພະນັກງານ. ປະຈຸບັນ ແຂວງອັດຕະປື ມີການຈັດຕັ້ງ ຮາກຖານພັກ 501 ຮາກຖານ, ທຽບໃສ່ປີ 2016 ເພີ່ມຂື້ນ 25 ຮາກຖານ, ຄະນະຮາກຖານມີ 56 ຮາກຖານ, ທຽບໃສ່ປີ 2016 ເພີ່ມຂື້ນ 3 ຄະນະຮາກຖານ, ມີ 445 ຫນ່ວຍພັກ. ທຽບໃສ່ປີຜ່ານມາ ເພີ່ມຂື້ນ 22 ຫນ່ວຍພັກ, ສໍາລັບຫນ່ວຍພັກແຂງຮູ້ນໍາພາຮອບດ້ານ ມີ 176 ຫຍ່ວຍພັກ, ກວມເອົາ 39,55 ສ່ວນຮ້ອຍ, ຂອງຫນ່ວຍພັກທັງມົດ. ປະຈຸບັນທົ່ວແຂວງມີສະມາຊິກພັກ ທັງໝົດ 8 ພັນ 875 ສະຫາຍ, ຍິງ 2 ພັນ 336 ສະຫາຍ, ສະມາຊິກພັກສໍາຮອງ ມີ 980 ສະຫາຍ, ຍິງ 327 ສະຫາຍ, ສະມາຊິກພັກ ແຂງ-ຮູ້ນໍາພາຮອບດ້ານ ມີຈໍານວນ 1 ພັນ 77 ສະຫາຍ, ລະດັບແຂງ ມີ ຈໍານວນ 5 ພັນ 185 ສະຫາຍ, ລະດັບກາງ ມີ ຈໍານວນ 1 ພັນ 725 ສະຫາຍ ແລະ ບໍ່ໄດ້ຈັດປະເພດ ມີ ຈໍານວນ 780 ສະຫາຍ.
ກອງປະຊຸມຄັ້ງນີ້, ບັນດາຜູ້ເຂົ້າຮ່ວມ ຍັງໄດ້ພ້ອມກັນຄົ້ນຄວ້າ ແລະ ປະກອບຄໍາຄິດເຫັນໃສ່ບົດສະຫລຸບ ແລະ ທິດທາງແຜນການ ເພື່ອປັບປຸງການຈັດຕັງ, ກໍ່ສ້າງພະນັກງານ ໃນປີ 2018 ໃຫ້ມີຄວາມສອດຄ່ອງແທດເຫມາະ ໃນການຈັດຕັງປະຕິບັດ ຫນ້າທີ່ວຽກງານ ຂອງແຕ່ລະພາກສ່ວນ ດ້ວຍຄວາມເປັນເອກະພາບ.
ແຫລງຂ່າວ ທີມຂ່າວ ແຂວງອັດຕະປື.
Editor: ກຳປານາດ ລັດຖະເຮົ້າ