ໃນວັນທີ 20 ກຸມພາ 2018 ຜ່ານມານີ້ ແຂວງວຽງຈັນໄດ້ປາຖະກະຖາ ວັນຕ້ານການສໍ້ລາດບັງຫຼວງສາກົນ ຄົບຮອບ 14 ປີ ( 9 ທັນວາ 2003 ຫາ 9 ທັນວາ 2017) ຢູ່ທີ່ສະໂມສອນໃຫຍ່ປົກຄອງແຂວງວຽງຈັນ, ໂດຍການເປັນປະທານຂອງ ທ່ານ ວິດົງ ໄຊຍະສອນ ກຳມະການສູນກາງພັກ, ເລຂາພັກແຂວງ ເຈົ້າແຂວງໆວຽງຈັນ, ມີບັນຄະນະປະຈໍາ, ກໍາມະການພັກແຂວງ, ພະແນກ ການ, ອົງການ, ກົມກອງອ້ອມຂ້າງແຂວງເຂົ້າຮ່ວມ.
ໃຫ້ກຽດຂຶ້ນປາຖະກະຖາວັນດັ່ງກ່າວ ໂດຍແມ່ນ ທ່ານ ວິນັດ ສີສຸວົງ ຄະນະປະຈຳພັກແຂວງ, ປະທານກວດກາພັກ, ຫົວໜ້າພະແນກກວດກາລັດແຂວງວຽງຈັນ ເຊິ່ງທ່ານໄດ້ຍົກໃຫ້ເຫັນເຖິງສະພາບລວມຂອງການສໍ້ລາດບັງຫຼວງ ແລະ ການກຳນົດວັນຕ້ານການສໍ້ລາດບັງຫຼວງສາກົນ, ການສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ. ການສໍ້ລາດບັງຫຼວງ ແມ່ນສະພາບຍໍ້ທໍ້ໜຶ່ງໃນກົງຈັກການຈັດຕັ້ງ, ເປັນໄພອັນຕະລາຍຮ້າຍແຮງ, ຊຶ່ງສົ່ງຜົນກະທົບ ແລະ ກົດໜ່ວງຖ່ວງດຶງເຖິງການພັດທະນາເສດຖະກິດ-ສັງຄົມ ຂອງແຕ່ລະປະເທດໃນໂລກ,ການສໍ້ລາດບັງຫຼວງ ພວມເປັນໄພຂົ່ມຂູ່ເຖິງຄວາມມີສະຖຽນລະພາບທາງດ້ານການເມືອງຂອງການຈັດຕັ້ງທັງພັກລັດ ແລະ ເອກະຊົນ, ສ້າງໃຫ້ເກີດມີຄວາມບໍ່ສະຫງົບ, ຄວາມບໍ່ຍຸຕິທຳໃນສັງຄົມ ເປັນການບັນທອນກຳລັງແຮງກໍ່ຄືຄວາມເຊື່ອໝັ້ນ ແລະ ຄ່ານິຍົມຂອງສັງຄົມຕໍ່ສະຖາບັນການປົກຄອງ. ຍ້ອນເຫັນໄດ້ຜົນຮ້າຍ ແລະ ໄພອັນຕະລາຍຂອງການສໍ້ລາດບັງຫຼວງຄືດັ່ງກ່າວ ກອງປະຊຸມສະມັດຊາໃຫຍ່ສະຫະປະຊາຊາດ ໃນປີ 2003 ໄດ້ອອກຍັດຕິ ເລກທີ 58/4 ໂດຍກຳນົດເອົາວັນທີ 9 ທັນວາ ຂອງທຸກໆປີ ເປັນວັນຕ້ານການສໍ້ລາດບັງຫຼວງສາກົນ.
ທ່ານ ວິນັດ ສີສຸວົງ ຄະນະປະຈຳພັກແຂວງ,ປະທານກວດກາພັກ, ຫົວໜ້າພະແນກກວດກາລັດແຂວງວຽງຈັນ ຍັງໄດ້ລາຍງານໃຫ້ຮູ້ຕື່ມອີກວ່າ: ສຳລັບຢູ່ແຂວງວຽງຈັນ ໃນ 1 ປີຜ່ານມາ ໄດ້ເອົາໃຈໃສ່ໃນການຕິດຕາມກວດກາບັນດາປະກົດການຍໍ້ທໍ້ຕ່າງໆທີ່ເກີດຂຶ້ນ ເຊິ່ງເປັນໜໍ່ແໜງໃນການສໍ້ລາດບັງຫຼວງ ເຊັ່ນ: ການເບີກຈ່າຍເງິນເດືອນ,ເງິນອຸດໜູນທີ່ບໍ່ຖືກຕ້ອງຕາມຕົວຈິງ ໃຫ້ແກ່ພະນັກງານຢູ່ບັນດາເມືອງ,ການເບີກຈ່າຍເງິນງົບປະມານ ເຂົ້າໃນການກໍ່ສ້າງພື້ນຖານໂຄງລ່າງຂອງແຂວງ ເກີນສາລະບານງົບປະມານທີ່ໄດ້ກຳນົດໄວ້,ການອວຍໜີ້ 3 ແຈ ແລະ ບັນຫາອື່ນໆ ອັນໄດ້ເຮັດໃຫ້ງົບປະມານຂອງລັດເສຍຫາຍເປັນຈຳນວນຫຼາຍພໍສົມຄວນ, ມາຮອດປະຈຸບັນທາງພາກສ່ວນທີ່ກ່ຽວ ຂ້ອງ ກໍ່ໄດ້ເອົາໃຈໃສ່ຕິດຕາມແກ້ໄຂ ແລະ ກໍາລັງສືບຕໍ່ແກ້ໄຂຕາມລະບຽບກົດໝາຍທີ່ໄດ້ກຳນົດອອກ.
Editor: ກຳປານາດ ລັດຖະເຮົ້າ