ກອງປະຊຸມວຽກງານຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ປີ 2017 ໄດ້ຈັດຂື້ນ ຢ່າງເປັນທາງການ ໃນວັນທີ 16 ກຸມພາ 2018 ທີ່ຫ້ອງປະຊຸມໃຫຍ່ ຫໍວັດທະນະທໍາ ແຫ່ງຊາດ, ທີ່ນະຄອນຫລວງວຽງຈັນ. ໂດຍພາຍໃຕ້ການເປັນປະທານ ຂອງ ທ່ານ ສາດສະດາຈານ ດຣ. ບໍ່ແສງຄໍາ ວົງດາລາ ກໍາມະການສູນກາງພັກ, ລັດຖະມົນຕີ ກະຊວງຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ, ພ້ອມນີ້ ຍັງມີ ທ່ານ ຮອງລັດຖະມົນຕີ ຖວທ ທັງ 3 ທ່ານ, ຮ່ວມເປັນປະທານ. ເຂົ້າຮ່ວມ ມີບັນດາຫົວຫນ້າຫ້ອງການ, ຫົວຫນ້າກົມ, ພະແນກການ, ຂະແຫນງການ, ອໍານວຍການ ບັນດາອົງກອນສື່ ທັງພາກລັດ ແລະ ເອກະຊົນ ນັບແຕ່ສູນກາງ ແລະ ທ້ອງຖີ່ນ ເຂົ້າຮ່ວມ ຢ່າງພ້ອມ.
ໃນກອງປະຊຸມ ຜູ້ເຂົ້າຮ່ວມທັງຫມົດ ໄດ້ຮັບຟັງການລາຍງານການຈັດຕັ້ງປະຕິບັດ ແລະ ຜົສໍາເລັດ ຂອງວຽກງານໃນແຕ່ລະຂະແຫນງ ໂດຍສະເພາະ ວຽກງານ ຖະແຫລງຂ່າວ, ວຽກງານວັດທະນະທໍາ ແລະ ວຽກງານການທ່ອງທ່ຽວ. ໃນການຈັດຕັ້ງປະຕິບັດ ໃນ 1 ປີຜ່ານມາ ລວມທັງແຜນທິດທາງວຽກງານ ໃນປີ 2018 ນີ້. ເນື້ອໃນບາງຕອນ ໃນບົດລາຍງານ ກ່າວວ່າ: ວຽກງານຖະແຫລງຂ່າວ, ວັດກທະນະທໍາ ແລະ ທ່ອງທ່ຽວ ພາຍໃຕ້ການຊີນໍາຂອງຄະນະພັກ, ຄະນະນໍາ ກະຊວງ ຖວທ ແລະ ການນໍາຂັ້ນຕ່າງ ແຕ່ສູນກາງ ລົງຮອດທ້ອງຖິ່ນ ແມ່ນໄດ້ເອົາໃຈໃສ່ໃນການພັດທະນາວຽກງານ ຖວທ ໃຫ້ມີການເຕີບໃຫຍ່ ເຂັ້ມແຂງ, ສຶບຕໍ່ເປັນກະບອກສຽງອັນແຫລມຄົມໃນການໂຄສະນາແນວທາງນະໂຍບາຍຂອງພັກ, ກົດຫມາຍ ແລະ ແຜນພັດທະນາຂອງລັດ, ເປັນສາຍຜູກພັນລະຫວ່າງ ພັກ-ລັດ ແລະ ປະຊາຊົນບັນດາເຜົ່າ. ເປັນແຫລ່ງຂໍ້ມູນຂ່າວສານ, ສາລະບັນເທິງໃຫ້ແກ່ສັງຄົມ ຢ່າງກວ້າງຂວາງ, ຄຸນຄ່າວັດທະນະທໍາ ດ້ານວັດຖຸ ແລະ ຈິດໃຈ ໄດ້ຮັບການຟື້ນຟູ-ສົ່ງເສີມ ແລະ ພັດທະນາຢ່າງເປັນຂະບວນການຟົດຟື້ນ, ການທ່ອງທ່ຽວດ້ານວັດທະນະທໍາ, ປະຫວັດສາດ ແລະ ທໍາມະຊາດແບບຍືນຍົງ, ແບບປະຊາຊົນມີສ່ວນຮ່ວມ ໄດ້ຮັບການພັດທະນາ ຢ່າງເປັນຮູບປະທໍາ ເທື່ອລະກ້າວ. ເຊີ່ງໄດ້ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ນໍາເອົາຜົນປະໂຫຍດຕົວຈິງມາສູ່ປະເທດຊາດ ແລະ ປະຊາຊົນບັນດາເຜົ່າ.
Editor: ກຳປານາດ ລັດຖະເຮົ້າ