ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ສປປ ລາວ ແລະ ທ່ານ ຫງວຽນ ຊວນ ຟຸກ ນາຍົກລັດຖະມົນຕີ ສສ ຫວຽດນາມ ໄດ້ຮ່ວມເປັນປະທານຊີ້ນຳກອງປະຊຸມຄັ້ງທີ 40 ຂອງຄະນະກຳມະການຮ່ວມມືທະວິພາຄີ ລະຫວ່າງລັດຖະບານລາວ ແລະ ລັດຖະບານຫວຽດນາມ ປະຈຳປີ 2018 ຢູ່ສຳນັກງານນາຍົກລັດຖະມົນຕີ ໃນວັນທີ 5 ກຸມພາ ຜ່ານມາ ເຊິ່ງກອງປະຊຸມສອງຝ່າຍໄດ້ຮ່ວມກັນຕີລາຄາ ຜົນຂອງການຈັດຕັ້ງປະຕິບັດບົດບັນທຶກກອງປະຊຸມ ຄັ້ງທີ 39 ກໍ່ຄືຂໍ້ຕົກລົງວ່າດ້ວຍແຜນການຮ່ວມມືປະຈຳປີ 2017 ແລະ ພ້ອມກັນປຶກສາຫາລືກ່ຽວກັບທິດທາງການຮ່ວມມືປີ 2018.
ນາຍົກລັດຖະມົນຕີສອງປະເທດ ໄດ້ຕີລາຄາສູງຕໍ່ຜົນສຳເລັດການຈັດຕັ້ງປະຕິບັດຂໍ້ຕົກລົງ ແຜນການຮ່ວມມືປີ 2017 ກໍ່ຄືທິດທາງແຜນການຮ່ວມມື ປີ 2018 ຄື: ສອງຝ່າຍໄດ້ຮ່ວມກັນຈັດຕັ້ງປະຕິບັດຫຼາຍກິດຈະກຳ ໃນການສະເຫຼີມສະຫຼອງປີສາມັກຄີມິດຕະພາບ ແລະ ວັນສ້າງຕັ້ງສາຍພົວພັນການທູດ ຄົບ ຮອບ 55 ປີ ແລະ ວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມືຮອບດ້ານ ຄົບຮອບ 40 ປີ ຢ່າງເປັນຂະບວນຟົດຟື້ນການຮ່ວມມືດ້ານການເມືອງ ການຕ່າງປະເທດ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ສືບຕໍ່ມີສະຖຽນລະພາບ ສ້າງຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະ ກັນ ສະໜັບສະໜູນໃຫ້ຄຳປຶກສາໃນຂອບປະຊາຄົມອາຊຽນ ເວທີພົບປະຫຼາຍຝ່າຍໃນພາກພື້ນ ແລະ ສາກົນ ມູນຄ່າການຄ້າສອງປະເທດບັນລຸໄດ້ 936,8 ລ້ານໂດລາສະຫະລັດ ເພີ່ມຂຶ້ນ 13,6% ເຊິ່ງລື່ນຄາດໝາຍທີ່ທັງສອງຝ່າຍໄດ້ກຳນົດໄວ້ ແລະ ໃນປີນີ້ກໍ່ວາງຄາດໝາຍສູ້ຊົນເພີ່ມຂຶ້ນ 10% ຂຶ້ນໄປ ການລົງທຶນວິສາຫະກິດຂອງຫວຽດນາມຢູ່ລາວ ມາຮອດປັດຈຸບັນມີມູນຄ່າທັງໝົດ 3,7 ຕື້ໂດລາ ຈັດຢູ່ໃນອັນດັບແຖວໜ້າໃນບັນດາປະເທດທີ່ເຂົ້າມາລົງທຶນໃນລາວ ສິ່ງທີ່ໜ້າຍິນດີແມ່ນເຂື່ອນໄຟຟ້າເຊຂະໝານ 1 ໄດ້ດຳນີນການຜະລິດຂາຍກະແສໄຟຟ້າໄປຫວຽດນາມ ແລະ ສ້າງລາຍຮັບເຂົ້າງົບປະມານໃຫ້ແກ່ລາວຈຳນວນໜຶ່ງ ພ້ອມນັ້ນ ລັດຖະບານຫວຽດນາມ ໄດ້ສືບຕໍ່ຊ່ວຍທຶນກໍ່ສ້າງພະນັກງານ ແລະ ນັກຮຽນນັກສຶກສາລາວໄປຮຽນຢູ່ຫວຽດນາມເພີ່ມຂຶ້ນໃນແຕ່ລະປີ ສະເພາະປີ 2018 ແມ່ນ 1.266 ທຶນ.
ຜົນສໍາເລັດກອງປະຊຸມຄັ້ງນີ້ ເປັນການປະກອບສ່ວນທີ່ສຳຄັນ ໃນການເພີ່ມພູນຄູນສ້າງສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງປະເທດ ລາວ-ຫວຽດນາມ ໃຫ້ຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ ໂອກາດດຽວກັນນີ້ສອງນາຍົກລັດຖະມົນຕີ ລາວ-ຫວຽດ ນາມ ໄດ້ເປັນສັກຂີພິຍານມອບໃບຍ້ອງຍໍໃຫ້ແກ່ບຸກຄົນ ກົມກອງລວມໝູ່ ທີ່ມີຜົນງານໄລຍະປີ 2017 ຂອງສອງຄະນະກຳມະການຮ່ວມມື ລາວ-ຫວຽດນາມ ເຊັນບົດບັນທຶກກອງປະຊຸມ ຄັ້ງທີ 40 ຂໍ້ຕົກລົງວ່າດ້ວຍແຜນການຮ່ວມມືປະຈຳປີ 2018 ຂອງສອງຄະນະກຳມະການຮ່ວມມືລາວ-ຫວຽດນາມ ແລະ ບັນດາເອກະສານຮ່ວມມືລົງທຶນຂອງສອງຝ່າຍ ລວມທັງໝົດ 12 ສະບັບ ໃນນັ້ນ ສຳຄັນໄດ້ລົງນາມສັນຍາວ່າດ້ວຍການຮ່ວມລົງທຶນ ເພື່ອພັດທະນາທ່າເຮືອຫວຸ້ງອ່າງ 1,2 ແລະ 3 ເປັນທ່າເຮືອສາກົນ ລາວ-ຫວຽດນາມ.
Editor: ຫນັງສືພິມວຽງຈັນໃຫມ່