ໃນທ້າຍອາທິດຜ່ານມາ ຢູ່ທີ່ບ້ານໂພໄຊຄູນ ເມືອງຊົນນະບູລີ, ແຂວງ ສະຫວັນນະເຂດ ໄດ້ຈັດພິທີ ມອບ-ຮັບ ໜ້າທີ່ຜູ້ຊີ້ນໍາໜ່ວຍພັກຮາກຖານກຸ່ມບ້ານ ແລະ ຄະນະພັກຮາກຖາຜູ້ເກົ່າ ແລະ ຜູ້ໃໝ່ ໂດຍໃຫ້ກຽດເຂົ້າຮ່ວມຂອງສະຫາຍ ສຸວິໄລ ຫຼວງຊະລາດ ຮອງເລຂາພັກເມືອງ ຫົວໜ້າຄະນະຈັດຕັ້ງເມືອງ, ສະມາຊິກສາພາປະຊາຊົນແຂວງ, ສະຫາຍ ພູຂົງ ພັນທະວະດີ ກໍາມະການພັກເມືອງ ຫົວໜ້າຫ້ອງການແຜນການ ແລະ ການລົງທຶນເມືອງ, ສະມາຊິກສະພາປະຊາຊົນແຂວງ, ສະຫາຍ ທອງເວີນ ແກ້ວວົງສັກ ກໍາມະການພັກເມືອງ ຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງ, ອໍານາດການປົກຄອງທັງ 8 ບ້ານ ແລະ ພໍ່ແມ່ປະຊາຊົນເຂົ້າຮ່ວມ.
ສະຫາຍ ພູຂົງ ພັນທະວະດີ ຜູ້ຊີ້ນໍາກຸ່ມບ້ານຄົນເກົ່າກໍ່ໄດ້ຜ່ານບົດສະຫຼຸບໃນການຊີ້ນໍາໆພາໃນໄລຍະຜ່ານມາທີ່ໄດ້ຊີ້ນໍາອໍານາດການປົກຄອງບ້ານ ແລະ ເຄື່ອນໄຫວເຮັດວຽກງານໃນແຕ່ລະດ້ານເຊິ່ງກໍ່ມີຜົນ ງານຫຼາຍດ້ານເຊັ່ນ: ໄດ້ນໍາພາປະຊາຊົນສ້ອມແປງເສັ້ນທາງລະຫວ່າງບ້ານຕໍ່ບ້ານ, ສ້າງໂຮງຮຽນໄດ້ 1 ຫຼັງ. ນອກຈາກນັ້ນ ສະຫາຍ ນາງ ຄໍາສອນ ສີຫາເທບ ຄະນະຈັດຕັ້ງເມືອງ ກໍ່ໄດ້ຜ່ານມະຕິຕົກລົງຂອງຄະນະປະຈໍາພັກເມືອງ ວ່າດ້ວຍແບ່ງຄວາມຮັບຜິດຊອບໃຫ້ສະຫາຍຄະນະພັກເມືອງລົງຊີ້ນໍາໜ່ວຍພັກຮາກຖານບ້ານພາຍໃນເມືອງຊົນນະບູລີ. ໂດຍອີງຕາມການຄົ້ນຄວ້າຕົກລົງເປັນເອກະພາບຂອງຄະນະປະຈໍາພັກເມືອງ ເຫັນດີແບ່ງຄວາມຮັບຜິດຊອບໃຫ້ສະຫາຍ ທອງເວີນ ແກ້ວວົງສັກ ກໍາມະການພັກເມືອງ ຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງຊີ້ນໍາກຸ່ມບ້ານທີ 3 ແທນສະຫາຍ ພູຂົງ ພັນທະວະດີ ແລະໃຫ້ສະຫາຍ ພູຂົງ ພັນທະວະດີ ຊີ້ນໍາກຸ່ມບ້ານທີ 2 ທັງນີ້ກໍ່ເພື່ອເຮັດໃຫ້ແທດເໜາະໃນການປະຕິບັດໜ້າທີ່ຂອງແຕ່ລະສະຫາຍໃນການສ້າງສາພັດທະນາແຕ່ ລະຂົງເຂດວຽກງານທີ່ຕົນເອງຮັບຜິດຊອບໃຫ້ມີຄວາມກ່າວໜ້າຂຶ້ນເລື້ອຍໆ. ໃນຕອນທ້າຍພິທີກໍ່ໄດ້ມິການລົງລາຍເຊັ່ນເພື່ອມອບ-ຮັບໜ້າທີ່ລະຫວ່າງຜູ້ເກົ່າ ແລະ ຜູ້ໃໝ່.
Editor: ນັກຂ່າວເມືອງຊົນນະບູລີ