ກອງປະຊຸມໃຫ່ຍ ຄັ້ງທີ I ຂອງຮາກຖານສະຫະພັນແມ່ຍິງ ປກສ ເມືອງປາກຊັນ ແຂວງ ບໍລິຄໍາໄຊ ໄດ້ໄຂຂື້ນຢ່າງເປັນທາງານ ໃນທ້າຍເດືອນມັງກອນ 2018 ຜ່ານມາ ,ໂດຍການເປັນປະທານຂອງ ສະຫາຍ ພັນຕີ ນາງຈັນທາ ເພັດສິງຫານ ປະທານສະຫະພັນແມ່ຍິງ ປກສ ເມືອງປາກຊັນ, ເປັນກຽດເຂົ້າຮ່ວມຂອງສະຫາຍ ນາງ ສີວັນ ຫຼວງໂສພາ ຄະນະບໍລິຫານງານສະຫະພັນແມ່ຍິງແຂວງ ປະທານສະຫະພັນແມ່ຍິງ ເມືອງປາກຊັນ, ມີສະຫາຍ ພັນໂທ ທົນທະວີ ໂພຄໍາ ຄະນະພັກຮາກຖານ ຜູ້ຊີ້ນໍາວຽກງານອົງການຈັດຕັ້ງ-ມະຫາຊົນ, ມີບັນດາແຂກຖືກເຊີນ, ຕະຫຼອດຮອດສະມາຊິກແມ່ຍິງພາຍໃນຮາກຖານເຂົ້າຮ່ວມ.
ສະຫາຍ ພັນຕີ ນາງ ຈັນທາ ເພັດສິງຫານ ໄດ້ກ່າວເປີດກອງປະຊຸມໃຫ່ຍຢ່າງເປັນທາງການ ພ້ອມຜ່ານບົດລາຍການເມືອງທັງ 2 ພາກຕໍ່ທີ່ປະຊຸມ ເຊີ່ງສະຫາຍໄດ້ຍົກໃຫ້ເຫັນຜົນງານການເຄື່ອນໄຫວວຽກງານໃນແຕ່ລະດ້ານເຊັ່ນ: ດ້ານວຽກງານການເມືອງ-ແນວຄິດ ຄະນະໜ່ວຍແມ່ຍິງໄດ້ເອົາໃຈໃສ່ສືກສາອົບຮົມການເມືອງ-ແນວຄິດ ໃຫ້ສະມາຊິກແມ່ຍິງຢ່າງເປັນປົກກະຕິ ຈື່ງເຮັດໃຫ້ສະມາຊິກຫຼາຍສະຫາຍ ມີຄວາມໜັກແໜ້ນທາງດ້ານການເມືອງ-ແນວຄິດ, ມີຄຸນສົມບັດສິນທຳປະຕິວັດ, ເຊື່ອໝັ້ນຕໍ່ແນວທາງນະໂຍບາຍຂອງພັກ, ເຄົາລົບລະບຽບກົດໝາຍຂອງລັດຢ່າງເຂັ້ມງວດ. ດ້ານວຽກງານປັບປຸງການຈັດຕັ້ງ ໄດ້ຖືເອົາການຮ່ວມຊິວິດເປັນການສະຫຼຸບລາຍງານ ແລະ ຖອດຖອນບົດຮຽນໃນການຈັດຕັ້ງປະຕິບັດວຽກງານ ເພື່ອເສີມຂະຫຍາຍຈຸດດີ, ແກ້ໄຂຈຸດອ່ອນ ແລະ ມີການຕໍານິສົ່ງຂ່າວກໍ່ສ້າງຊ່ວຍເຫຼືອເຊີ່ງກັນ ແລະ ກັນ. ດ້ານວຽກງານກໍ່ສ້າງພະນັກງານ ກໍ່ໄດ້ສົ່ງພະນັກງານໄປຍົກລະດັບວິຊາສະເພາະ ທັງພາຍໃນ ແລະ ຕ່າງປະເທດ ຈໍານວນ 04 ສະຫາຍ. ດ້ານວຽກງານນະໂຍບາຍ ແລະ ຂະບວນການ ສະມາຊິກແມ່ຍິງໄດ້ຮັບນະໂຍບາຍເລື່ອນຊັ້ນ ຈໍານວນ 18 ສະຫາຍ, ໄດ້ຮັບການຍ້ອງຍໍປະເພດ 1 ມີ 22 ສະຫາຍ,ຍ້ອງຍໍປະເພດ 2 ມີ 4 ສະຫາຍ, ນໍາເອື້ອຍນ້ອງແມ່ຍິງອອກແຮງງານລວມໄດ້ 144 ຄັ້ງ, ມີ 3.540 ເທື່ອຄົນ, ເຂົ້າຮ່ວມຂະບວນການແຂ່ງຂັນກິລາປະເພດຕ່າງໆໄດ້ 9 ຄັ້ງ, ໄດ້ຮັບລາງວັນຂັນ 2 ໜ່ວຍ ມູນຄ່າ 2.100.000 ກີບ. ດ້ານວຽກງານປົກປ້ອງສິດ ຜົນປະໂຫຍດຂອງແມ່ຍິງ ແລະ ເດັກນ້ອຍ ໄດ້ເຂົ້າຮ່ວມສືກສາອົບຮົມໃຫ້ບັນດາຊາວໜຸ່ມ-ຍິງສາວ ທີ່ເຄື່ອນໄຫວບໍ່ຖືກຕ້ອງຢູ່ພາຍໃນເມືອງປາກຊັນ ເປັນຕົ້ນແມ່ນການຄ້າປະເວນີ ໄດ້ 2 ຄັ້ງ, ມີ 85 ຄົນ. ດ້ານວຽກງານພັດທະນາຊີວິດການເປັນຢູ່ຂອງແມ່ຍິງ ແລະ ຄອບຄົວເພື່ອແກ້ໄຂຄວາມທຸກຍາກ ນອກຈາກວຽກງານວິຊາສະເພາະແລ້ວ ຄະນະໜ່ວຍຍັງໄດ້ສົ່ງເສີມສະມາຊິກແມ່ຍິງທາງດ້ານການປັບປຸງຊີວິດຄອບຄົວ ເປັນຕົ້ນກໍ່ແມ່ນການປູກຝັງ-ລ້ຽງສັດ, ຈັກສານ, ປັກແສ່ວເພື່ອໃຫ້ກຸ້ມຕົນເອງ, ເພິ່ງຕົນເອງ ແລະ ສ້າງຄວາມເຂັ້ງແຂງດ້ວຍຕົນເອງ. ດ້ານວຽກງານຈັດຕັ້ງປະຕິບັດຂໍ້ແຂ່ງຂັ້ນ 3 ດີ ຜ່ານການຈັດຕັ້ງປະຕິບັດຂໍ້ແຂ່ງຂັ້ນ 3 ດີ ທີ່ທາງສູນກາງສະຫະພັນແມ່ງຍິງວາງອອກ ສາມາດຄັດເລືອກສະມາຊິກແມ່ຍິງຜູ້ທີ່ມີຜົນງານດີເດັ່ນຕາມມາດຖານ ແລະ ເງື່ອນໄຂຂອງແມ່ຍິງລາວ ຈື່ງໄດ້ຮັບການຍ້ອງຍໍ ປະເພດ 1 ມີ 19 ສະຫາຍ, ປະເພດ 2 ມີ 2 ສະຫາຍ. ດ້ານວຽກງານປຸກລະດົມແມ່ຍິງເຂົ້າຮ່ວມພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ນໍາພາສະມາຊິກແມ່ຍິງເຂົ້າຮ່ວມ ສືກສາອົບຮົມກຸ່ມຄົນເສບຢາເສບຕິດ 195 ລາຍ, ຜູ້ກະທໍາຜິດ 240 ຄົນ, ເຂົ້າຮ່ວມສືກສາອົບຮົບຜູ້ລ່ວງລະເມິດກົດລະບຽບຈະລາຈອນ ໄດ້ 68 ຄັ້ງ, ມີ 705 ຄົນ, ກວດກາຄຸ້ມຄອງອອກບັດພັກເຊົ່າຊົ່ວຄາວ ໄດ້ 10 ຄັ້ງ, ມີ 200 ຄົນ, ອອກປື້ມ ແລະ ປ່ຽນປື້ມສຳມະໂນຄົວໃຫ້ປະຊາຊົນ ໄດ້ 2.500 ຫົວ. ດ້ານວຽກງານກວດກາ-ກວດການ ໄດ້ເອົາຕິດຕາມກວດກາການເຄື່ອນໄຫວຂອງສະມາຊິກແມ່ຍິງທຸກສະຫາຍ ເພື່ອໃຫ້ເຂົາເຈົ້າປະຕິບັດຕາມຂໍ້ແຂ່ງຂັນ 3 ດີ ແລະ ລະບຽບຂອງສູນກາງສະຫະພັນແມ່ຍິງລາວ ວາງອອກ ໄດ້ເປັນຢ່າງດີ . ຫຼັງຈາກນັ້ນຄະນະໜ່ວຍ ຊຸດເກົ່າໄດ້ກ່າວອໍາລາໜ້າທີ່ ພິທີຍັງໄດ້ມີການປ່ອນບັດເລືອກຕັ້ງເອົາຄະນະໜ່ວຍຊຸດໃໝ່ ຜ່ານການປ່ອນບັດເລືອກຕັ້ງ ແລະ ກອງປະຊຸມຄັ້ງປະຖົມມະລືກສາມາດເລືອກໄດ້ ສະຫາຍ ພັນຕີ ນາງ ຈັນທາ ເພັດສິງຫານ ເປັນປະທານ, ສະຫາຍ ຮ້ອຍເອກ ນາງ ສອນນາລີ ສຸວັນນະແສງ ເປັນຮອງ, ສະຫາຍ ຮ້ອຍເອກ ນາງ ໄພວັນ ເທບຄໍາເຮືອງ ເປັນຄະນະກວດກາ.
ຕອນທ້າຍ ຍັງໄດ້ຮັບຟັງຄໍາເຫັນໂອ້ລົມ ຈາກສະຫາຍ ນາງ ສີວັນ ຫຼວງໂສພາ ຄະນະບໍລິຫານງານສະຫະພັນແມ່ຍິງແຂວງ ປະທານສະຫະພັນແມ່ຍິງ ເມືອງປາກຊັນ ຕື່ມ
Editor: ນັກຂ່າ ປກສ ແຂວງບໍລິຄຳໄຊ