ກາງເດືອນກຸມພາ 2018 ນີ້, ຢູ່ທີ່ ສະໂມສອນຂອງເມືອງວັງວຽງ, ແຂວງວຽງຈັນ. ໄດ້ມີ ພິທີປິດຊຸດຝຶກອົບຮົມທິດສະດີ ການເມືອງ-ການປົກຄອງ ຊັ້ນຕົ້ນ ຊຸດທີ 1 ໃຫ້ແກ່ພະນັກງານຫຼັກແຫຼ່ງຂອງເມືອງວັງວຽງ ຢ່າງເປັນທາງການ. ໂດຍພາຍໃຕ້ການເປັນປະທານຂອງ ທ່ານ ຄໍາຜອງ ດວງວິໄລ ກຳມະການພັກແຂວງ ເລຂາພັກເມືອງເຈົ້າເມືອງໆວັງວຽງ, ມີ ທ່ານ ສົມຄິດ ອິນທະວົງ ຫົວໜ້າໂຮງຮຽນທິດສະດີການເມືອງ-ການປົກຄອງແຂວງວຽງຈັນ, ມີ ທ່ານ ບຸນປັນ ພົມມະວົງ ຮອງເລຂາພັກເມືອງ ປະທານແນວລາວສ້າງຊາດເມືອງ, ມີບັນດາທ່ານຄະນະປະຈໍາ, ກໍາມະການພັກເມືອງ, ຫົວຫນ້າຫ້ອງການ ແລະ ນັກສຳມະນາກອນທີ່ມາຈາກ ຄະນະພັກຮາກຖານ, ໜ່ວຍພັກຮາກຖານ, ໂຮງຮຽນ, ຫ້ອງການອ້ອມຂ້າງ ເຂົ້າຮ່ວມ.
ທ່ານ ບຸນປັນ ພົມມະວົງ ຮອງເລຂາພັກເມືອງ ປະທານແນວລາວສ້າງຊາດເມືອງວັງວຽງ ຜ່ານການຈັດຕັ້ງປະຕິບັດຫຼັກສູດ ການຮຽນ-ການສອນໃນໄລຍະ 03 ເດືອນ ໃຫ້ພະນັກງານຫຼັກແຫຼ່ງເມືອງວັງວຽງແຂວງວຽງຈັນ ສາມາດສະຫຼຸບໄດ້ວ່າ: ນັບແຕ່ວັນທີ່ 17 ພະຈິກ 2017 – 7 ກຸມພາ 2018 ໄດ້ສໍາເລັດຢ່າງເປັນທາງການ. ພະນັກງານຄູ-ອາຈານ ທີ່ຂຶ້ນຫ້ອງສິດສອນ ແລະ ເປັນກຳມະການເສັງ ມີທັງໝົດ 15 ທ່ານ, ຍິງ 6 ທ່ານ. ມີນັກສຶກສາທັງໝົດ 69 ຄົນ, ຍິງ 16 ຄົນ. ມີວິຊາຮຽນທັງໝົດ 9 ວິຊາຫລັກ ຄື: ປັດສະຍາມາກ-ເລນິນ, ເສດຖະສາດການເມືອງ, ຄຸ້ມຄອງເສດຖະສາດ, ລັດທິສັງຄົມວິທະຍາສາດ, ການເມືອງວິທະຍາ,ທິດສະດີລັດແລະກົດໝາຍ, ປົກຄອງ, ກໍ່ສ້າງພັກ ແລະ ຂົນຂວາຍກໍ່ສ້າງຮາກຖານການເມືອງ. ລວມຊົ່ວໂມງຮຽນທັງໝົດມີ 374 ຊົ່ວໂມງ. ບັນລະຍາຍ 161 ຊົ່ວໂມງ, ກວດກາ 13 ຊົ່ວໂມງ, ເສັງປາກເປົ່າມີ 35 ຊົ່ວໂມງ, ສໍາມະນາ ແລະແກ້ໄຂຂໍ້ຂ້ອງໃຈ 67 ຊົ່ວໂມງ, ທັດສະນະສຶກສາ 7 ຊົ່ວໂມງ, ກິດຈະກຳ 14 ຊົ່ວໂມງ ແລະ ເປີດ-ປິດ 14 ຊົ່ວໂມງ. ຜ່ານການຮຽນ-ການສອນ ເປັນໄລຍະເວລາ 03 ເດືອນ, ຜົນສໍາເລັດຂອງນັກສຶກສາ ຈຳນວນ 69 ສະຫາຍ, ເຫັນວ່າ ພາຍໃນ 9 ວິຊາ ຄິດເປັນເບີເຊັນ ໄດ້ຄະແນນ A (84%), ໄດ້ຄະແນນ B (16%). ໃຫ້ກຽດມອບໃບປະກາດ ທິດສະດີ ການເມືອງ-ການປົກຄອງ ຊັ້ນຕົ້ນ ຊຸດທີ 1 ໃຫ້ແກ່ພະນັກງານຫຼັກແຫຼ່ງຂອງເມືອງວັງວຽງ ໂດຍທ່ານ ສົມຄິດ ອິນທະວົງ ຫົວໜ້າໂຮງຮຽນທິດສະດີການເມືອງ-ການປົກຄອງແຂວງວຽງຈັນ ແລະກ່າວຮັບໂດຍນັກສຶກສາ ຈຳນວນ 69 ສະຫາຍ.
ໃນພິທີຄະນະປະທານຍັງໄດ້ຜັດປ່ຽນກັນຂຶ້ນມອບໃບຍ້ອງຍໍ ຂັ້ນເມືອງວັງວຽງ ແລະ ຂັ້ນໂຮງຮຽນທິດສະດີການເມືອງ-ການປົກຄອງແຂວງວຽງຈັນ ໃຫ້ແກ່ຄູ-ອາຈານແລະນັກສຶກສາ ຈຳນວນ 84 ສະຫາຍ. ຍິງ 22 ສະຫາຍ. ຕອນທ້າຍ ທ່ານ ຄໍາຜອງ ດວງວິໄລ ກໍາມະການພັກແຂວງ ເລຂາພັກເມືອງເຈົ້າເມືອງໆວັງວຽງໄດ້ຂຶ້ນ ໂອລົມຕື່ມອີກ
ທີມຂ່າວ ເມືອງວັງວຽງ
Editor: ກຳປານາດ ລັດຖະເຮົ້າ