ກອງປະຊຸມ ດັ່ງກ່າວ ໄດ້ຈັດຂື້ນໃນວັນທີ 15 ກຸມພາ 2018 ທີ່ຫ້ອງປະຊຸມ ສະຖານີວິທະຍຸກະຈາຍສຽງແຫ່ງຊາດລາວ, ໂດຍພາຍໃຕ້ການເປັນປະທານ ຂອງທ່ານ ສະຫວັນຄອນ ຣາດຊະມຸນຕຣີ ຮອງລັດຖະມົນຕີ ກະຊວງຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ, ເຂົ້າຮ່ວມມີບັນດາຫົວຫນ້າ, ຮອງຫົວຫນ້າກົມ, ຫົວຫນ້າ-ຮອງຫົວຫນ້າ ສະຖານີວິທະຍຸ, ໂທລະພາບ: ສໍານັກຂ່າວ ສື່ສິ່ງພີມ ທັງສູນກາງ ແລະ ທ້ອງຖິ່ນ ເຂົ້າຮ່ວມ ຢ່າງພ້ອມພຽງ.
ໃນໂອກາດນີ້, ທ່ານ ປິ່ນປາດຖະໜາ ພັນທະມາລີ ຫົວຫນ້າກົມສື່ມວນຊົນ ກະຊວງ ຖວທ ໄດ້ຂື້ນລາຍງານຜົນສໍາເລັດການຈັດຕັ້ງປະຕິບັດວຽກງານ ໃນໄລຍະ ປີ 2017 ໃນແຕ່ລະດ້ານ ທັງດ້ານແນວຄິດການເມືອງ, ການເມືອງແນວຄິດ, ດ້ານຖະແຫລງຂ່າວ ແລະ ສື່ມວນຊົນ, ທີ່ມີທັງວຽກງານໂຄສະນາ, ວຽກງານຄຸ້ມຄອງຖະແຫລງຂ່າວ ແລະ ສື່ມວນຊົນ, ວຽກງານຂ່າວສານ, ວຽກງານຫນັງສືພີມ ແລະ ວາລະສານ, ວຽກງານວິທະຍຸ-ໂທລະພາບ, ວຽກງານກໍ່ສ້າງພະນັກງານ, ວຽກງານສ້າງລາຍຮັບ, ວຽກງານການພົວພັນຕ່າງປະເທດ, ວຽກງານສະມາຄົມນັກຂ່າວ ແຫ່ງ ສປປ ລາວ, ດ້ານອ່ອນ ແລະ ຂໍ້ຄົງຄ້າງ. ລວມໄປເຖິງການສະຫລຸບຕີລາຄາດ້ານຖະແຫລງຂ່າວ, ດ້ານວັດທະນະທໍາ, ວຽກງານສີລະປະການສະແດງ, ວຽກງານວັດທະນະທໍາ ມະຫາຊົນ, ວຽກງານມໍລະດົກ, ວຽກງານວິຈິດສິນ, ວຽກງານການພີມຈໍາຫນ່າຍ, ວຽກງານຮູບເງົາ ແລະ ວຽກງານສະມາຄົມວິຊາຊີບວັດທະນະທໍາ. ນອກຈາກນັ້ນ ຍັງມີການສະຫລຸບຕິລາຄາລວມ ດ້ານວັດທະນະທໍາ, ວຽກງານການທ່ອງທ່ຽວ ແລະ ວຽກງານເສນາທິການ. ພ້ອມກັນນັ້ນ ໃນກອງປະຊຸມຍັງໄດ້ສະເໜີບັນດາວຽກງານພົ້ນເດັ່ນ ແລະ ທິດທາງ ປະຈໍາປີ 2018 ກໍ່ຄືແຜນພັດທະນາ ແລະ ແຜນການລົງທຶນ ຂອງລັດ ຕໍ່ວຽກງານ ຖວທ ປະຈໍາປີ 2018 ເພື່ອປັບປຸງສື່ມວນຊົນລາວ ກ້າວສູ່ຄຸນນະພາບ ທັນສະໄຫມ, ແລະ ເຊື່ອມໂຍງກັບສາກົນ ເຊີ່ງປະກອບມີ ດ້ານການໂຄສະນາ, ດ້ານການຄຸ້ມຄອງ ແລະ ການພັດທະນາບຸກຄະລາກອນ, ບັນດານິຕິກໍາ ດ້ານການຮ່ວມມືສາກົນ.
ພ້ອມກັນນັ້ນ, ຍັງໄດ້ກ່າວເຖິງ ການຈັດຕັ້ງປະຕິບັດແຜນພັດທະນາ ວຽກງານ ຖວທ ໃນປີ 2018 ເພື່ອຜັນຂະຫຍາຍ ມະຕິກອງປະຊຸມໃຫຍ່ ຂອງພັກ ກໍ່ຄືມະຕິກອງປະຊຸມໃຫຍ່ ຄັ້ງທີ 4 ຂອງຄະນະບໍລິຫານງານພັກ ກະຊວງ ຖວທ ໃຫ້ໄດ້ຮັບຜົນດີ, ໃນສະເພາະຫນ້າ ແລະ ຍາວນານ. ເຊີ່ງຈະຕ້ອງໄດ້ເອົາໃຈໃສ່ປັບປຸງສົ່ງເສີມ ແລະ ຊຸກຍູ້ ຢ່າງຕັ້ງຫນ້າ ແລະ ມີຈຸດສຸມເພື່ອບັນລຸເປົ້າຫມາຍຂອງແຜນການພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ ເວົ້າລວມ-ເວົ້າສະເພາະ ແຜນພັດທະນາວຽກງານ ຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ໃນປີ 2018 ໃຫ້ໄດ້ຮັບການຈັດຕັງປະຕິບັດ ແລະ ໄດ້ຮັບການເອົາໃຈໃສ່ ໃຫ້ສໍາເລັດ ຕາມຄາດຫມາຍທີ່ວາງໄວ້.
Editor: ກຳປານາດ ລັດຖະເຮົ້າ