ພິທີ ມອບ-ຮັບ ໜ້າທີ່ ລະຫວ່າງ ເລຂາພັກແຂວງ-ເຈົ້າແຂວງໆຊຽງຂວາງ ຜູ້ເກົ່າ ແລະ ຜູ້ ໃໝ່ ໄດ້ຈັດຂື້ນຢ່າງເປັນທາງການໃນຕອນແລງວັນທີ 15 ກຸມພາ 2018 ຢູ່ທີ່ຫ້ອງປະຊຸມຫ້ອງວ່າການປົກຄອງແຂວງຊຽງຂວາງ. ໂດຍການເປັນກຽດເຂົ້າຮ່ວມຂອງ ທ່ານ ຈັນສີ ໂພສີຄໍາ ກໍາມະການກົມການເມືອງສູນກາງພັກ ເລຂາທິການສູນກາງພັກ ຫົວໜ້າຄະນະຈັດຕັ້ງສູນກາງພັກ, ມີເລຂາພັກແຂວງ, ຮອງເຈົ້າແຂວງ, ກໍາມະການພັກແຂວງ, ຫົວໜ້າພະແນກການອ້ອມຂ້າງແຂວງ, ພະນັກງານຫຼັກແຫຼງພາຍໃນແຂວງ, ມີພະນັກງານອາວຸດໂສບໍານານ ແລະ ນັກທຸລະກິດພາຍໃນແຂວງເຂົ້າຮ່ວມ.
ໃນພິທີໄດ້ຜ່ານບັນດານິຕິກໍາຕ່າງໆ ເຊັ່ນ: ຄໍາສັ່ງຂອງກົມການເມືອງສູນກາງພັກ ເລກທີ 02/ລົງວັນທີ 23 ມັງກອນ 2018. ວ່າດ້ວຍການຍົກຍ້າຍພະນັກງານການນໍາຄັ້ນສູງໄປຮັບໜ້າທີ່ໃໝ່, ຄໍາສັ່ງນາຍົກລັດຖະມົນຕີ ເລກທີ 01/ລົງວັນທີ 23 ມັງກອນ 2018 ວ່າດ້ວຍການຍົກຍ້າຍພະນັກງານການນໍາໄປຮັບໜ້າທີ່ໃໝ່ຢູ່ຫ້ອງການສູນກາງພັກ, ມະຕິຕົກລົງເລກທີ 035/ກມສພ ລົງວັນທີ 2 ກຸມພາ 2018 ວ່າດ້ວຍການແຕ່ງຕັ້ງຜູ້ຮັກສາການ ເລຂາພັກແຂວງ ແລະ ດໍາລັດເລກທີ 06/ນຍ ລົງວັນທີ 5 ກຸມພາ 2018 ວ່າດ້ວຍການແຕ່ງຕັ້ງຜູ້ຮັກສາການເຈົ້າແຂວງໆຊຽງຂວາງ.
ພ້ອມດຽວກັນນີ້ ທ່ານ ສົມກົດ ມັງໜໍ່ເມກ ເຈົ້າແຂວງໆຊຽງຂວາງຜູ້ເກົ່າ ໄດ້ຂື້ນລາຍງານການຊີ້ນໍາໆພາຕະຫຼອດໄລຍະຜ່ານມາ ເຖິງປະຈຸບັນພ້ອມທັງກ່າວມອບໜ້າທີ່ເລຂາພັກແຂວງເຈົ້າແຂວງໆຊຽງຂວາງຜູ້ເກົ່າ ແລະ ທ່ານ ບຸນຕົ້ນ ຈັນທະພອນ ຮັກສາການເລຂາພັກແຂວງເຈົ້າແຂວງໆຊຽງຂວາງຜູ້ໃໝ່, ພ້ອມເຊັນບົດບັນທືກມອບ-ຮັບໜ້າທີ່ຢ່າງເປັນທາງການ.
ໃນໂອກາດຕອນທ້າຍພິທີ ທ່ານ ຈັນສີ ໂພສີຄໍາ ກໍາມະການກົມການເມືອງສູນກາງພັກ ເລຂາທິການສູນກາງພັກ ຫົວໜ້າຄະນະຈັດຕັ້ງສູນກາງພັກ. ໄດ້ໂອລົມ ແລະ ເນັ້ນໜັກໃຫ້ການນໍາຂັ້ນແຂວງຈົ່ງເອົາໃຈໃສ່ສືກສາອົບຮົບການເມືອງແນວຄິດ ຕໍ່ພະນັກງານສະມາຊິກພັກ ແລະ ປະຊາຊົນບັນດາເຜົ່າໃຫ້ມີທັດສະນະການເມືອງໜັກແໜ້ນ ມີຄວາມສາມັກຄີເປັນປືກແຜ່ນ, ມີຄວາມເປັນເອກະພາບ, ມີຫຼັກການນໍາພາຂອງພັກ ສືບຕໍ່ຍົກສູງການນໍາພາຂອງພັກໃນແຕ່ລະຂົງເຂດວຽກງານ ເພີ່ມທະວີຕິດຕາມກວດກາການຄຸ້ມຄອງຄະນະພັກທຸກຂັ້ນເປັນແບບຢ່າງໃນການດໍາລົງຊີວິດ. ມີຄວາມສັດຊື່ບໍລິສຸດເຮັດແທ້ທໍາຈິງ ແລະ ສືບຕໍ່ປົກປັກຮັກສາຄວາມສາມັກຄີພາຍໃນຄະນະພັກໃຫ້ມີຄວາມເຂັ້ມແຂງຂື້ນເລື້ອຍ.
ຈາກນັ້ນ ທ່ານ ບຸນຕົ້ນ ຈັນທະພອນ ຮັກສາການເລຂາພັກແຂວງເຈົ້າແຂວງໆຊຽງຂວາງຜູ້ໃໝ່ຂື້ນກ່າວຮັບໜ້າທີ່ ພ້ອມທັງໃຫ້ຄໍາໝັ້ນສັນຍາວ່າຈະສືບຕໍ່ປະຕິບັດໜ້າທີ່ຂອງຕົນທີ່ໄດ້ຮັບມອບໝາຍໃຫ້ມີປະສົບຜົນສໍາເລັດ
ທີມຂ່າວ ແຂວງຊຽງຂວາງ
Editor: ກຳປານາດ ລັດຖະເຮົ້າ