ບໍລິສັດ ລັດວິສາຫະກິດລາວໂທລະຄົມມະນາຄົມ ຈັດກອງປະຊຸມສະຫຼຸບຜົນງານການເຄື່ອນໄຫວວຽກງານ ປະຈຳປີ 2017 ຂຶ້ນໃນວັນທີ 14 ກຸມພາ 2018 ທີ່ສຳນັກງານໃຫຍ່ບໍລິສັດດັ່ງກ່າວ ພາຍໃຕ້ການເປັນປະທານຂອງທ່ານ ຖາວອນ ສົມສະກຸນ ຜູ້ອຳນວຍການໃຫຍ່ບໍລິສັດ ລັດວິສາຫະກິດລາວໂທລະຄົມມະນາຄົມ ເປັນກຽດເຂົ້າຮ່ວມມີທ່ານ ທັນສະໄໝ ກົມມະສິດ ລັດຖະມົນຕີກະຊວງໄປສະນີ ໂທລະຄົມມະນາຄົມ ແລະ ການສື່ສານ ພ້ອມກຳມະການສະພາຂາຮຸ້ນ ພະນັກງານຈາກສູນກາງ ແລະ ສາຂາແຂວງທົ່ວປະເທດ.
ບໍລິສັດລັດ ວິສາຫະກິດລາວໂທລະຄົມມະນາຄົມ ໃນໜຶ່ງປີຜ່ານມາ ແມ່ນໄດ້ມີການລົງທຶນຂະຫຍາຍຕາໜ່າງລະບົບໂທລະຄົມມະນາຄົມ ໃນມູນຄ່າທັງໝົດ 82,8 ລ້ານໂດລາສະຫະລັດ ປັດຈຸບັນ ລາວໂທລະຄົມມີສະຖານີມືຖືທັງໝົດ 5.711 ສະຖານີ ມີສັນຍານໂທລະສັບມືຖືຄວບຄຸມໄດ້ 18 ແຂວງ 148 ເມືອງ 8.500 ກວ່າບ້ານ ໃນນີ້ ລະບົບ 2G ກວມ 59% 3G ກວມ 38% 4G ກວມ 10% ຂອງຈຳນວນໝູ່ບ້ານທັງໝົດ ແລະ 4,5G ກວມ 5% ຂອງຕົວເມືອງໃຫຍ່ ທັງໝົດນັ້ນໄດ້ກາຍເປັນປັດໄຈທີ່ຊຸກຍູ້ໃຫ້ລາວໂທລະຄົມ ສາມາດຂະຫຍາຍລູກຄ້າໃໝ່ ແລະ ຮັກສາຈຳນວນລູກຄ້າເກົ່າໄວ້ໄດ້. ມາຮອດປັດຈຸບັນ ມີລູກຄ້າໃຊ້ໂທລະສັບມືຖືໃນລະບົບຈຳນວນ 16 ລ້ານເລກໝາຍ ໂທລະສັບຕັ້ງໂຕະ 40 ພັນເລກໝາຍ ໂທລະສັບວິນໂຟນ 430 ພັນເລກໝາຍ ແລະ ອິນເຕີເນັດ 1,5 ລ້ານລູກຄ້າ ໃນປີ 2017 ຜ່ານມາ ລາວໂທລະຄົມສາມາດສ້າງລາຍຮັບໄດ້ທັງໝົດ 1.843,5 ຕື້ກີບ (ລວມອາກອນ) ເພີ່ມຂຶ້ນຈາກປີ 2016 ເທົ່າກັບ 1,8% ໃນນັ້ນ ມີກຳໄລສຸດທິ 381 ຕື້ກີບ ສາມາດປະຕິບັດພັນທະໃຫ້ລັດຖະບານ ໄດ້ທັງໝົດຈຳນວນ 535,2 ຕື້ກີບ ກວມເອົາອັດຕາສ່ວນ 34,7% ຂອງລາຍຮັບທີ່ລາວໂທລະຄົມ ປະຕິບັດໄດ້ໃນປີ 2017. ໃນປີ 2018 ລາວໂທລະຄົມ ຈະສູ້ຊົນສ້າງຖານລູກຄ້າໃຫ້ໄດ້ 3,4 ລ້ານເລກໝາຍ ແລະ ສ້າງລາຍຮັບໃຫ້ໄດ້ທັງໝົດ 1.985,5 ຕື້ກີບ ທຽບໃສ່ປີ 2017 ເພີ່ມຂຶ້ນ 7,7% ຄາດຄະເນກຳໄລສຸດທິໃຫ້ໄດ້ 409,7 ຕື້ກີບ ເພີ່ມຂຶ້ນ 7,5% ແລະ ຈະມອບພັນທະໃຫ້ລັດຖະບານຈຳນວນ 568 ຕື້ກີບ ກວມເອົາອັດຕາສ່ວນບໍ່ຫຼຸດ 30% ຂອງລາຍຮັບປີ 2018 ນອກຈາກນີ້ ຍັງຈະໄດ້ລົງທຶນໃນເບື້ອງຕົ້ນ 50 ລ້ານໂດລາສະຫະລັດ ຫຼື ປະມານ 400 ກວ່າຕື້ກີບ ເພື່ອປັບປຸງ ແລະ ຂະຫຍາຍຕາໜ່າງລະບົບໂທລະຄົມມະນາຄົມ ໂດຍສະເພາະແມ່ນອິນເຕີເນັດ ໃຫ້ຮັບປະກັນທາງດ້ານປະລິມານ ແລະ ຄຸນະພາບ.
Editor: ກຳປານາດ ລັດຖະເຮົ້າ