ໃນວັນທີ 8 ກຸມພາ 2018 ນີ້, ທີ່ຫ້ອງປະຊຸມຫ້ອງວ່າການປົກຄອງເມືອງ ຂະນະສົມບູນ. ໄດ້ເປີດກອງປະຊຸມ ເຜີຍແຜ່ເຊື່ອມຊືມນິຕິກຳກ່ຽວກັບວຽກງານການກໍ່ສ້າງພັກ ແລະ ພະນັກງານ ຂື້ນ ໂດຍພາຍໃຕ້ໃຫ້ກຽດເຂົ້າຮ່ວມເປັນປະທານຂອງ ສະຫາຍ ສົມບູນ ເຮືອງວົງສາ ກຳມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງ ເຈົ້າເມືອງໆຊະນະສົມບູນ, ບັນດາສະຫາຍຢູ່ໃນອົງຄະນະບໍລິຫານງານພັກເມືອງ ເຂົ້າຮ່ວມຢ່າງພ້ອມພຽງ.
ໃນໂອກາດທີ່ ສາຍຫາຍ ສົມບູນ ເຮືອງວົງສາ ກຳມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງໆຊະນະສົມບູນ ເຂົ້າຮ່ວມເປັນປະທານ ສະຫາຍຍັງໃຫ້ກຽດກ່າວໄຂກອງປະຊຸມໂດຍໃຫ້ຄວາມສຳຄັນວ່າ: ກອງປະຊຸມຄັ້ງນີ້ແມ່ນສຸດທີ່ມີຄວາມໝາຍຄວາມສຳຄັນຢ່າງສູງຕໍ່ກັບວຽກງານການນຳພາຂອງພັກ ເຊີ່ງຈະໄດ້ພ້ອມກັນຜັນຂະຫຍາຍ ແລະ ເຊື່ອມຊືມເອກະສານການກໍ່ສ້າງພັກ, ວຽກງານຄຸ້ມຄອງພະນັກງານ, ມະຕິກົມການເມືອງສູນກາງພັກ ສະບັບເລກທີ 032/ກມສພ, ລົງວັນທີ 3 ມັງກອນ 2018 ວ່າດ້ວຍການສ້າງແຜນພະນັກງານ, ນໍາພາຄຸ້ມຄອງ,ມະຕິກົມການເມືອງສູນກາງພັກ ສະບັບເລກທີ 030 /ກມສພ ລົງວັນທີ 03 ມັງກອນ 2018 ວ່າດ້ວຍມາດຖານຂອງພະນັກງານນໍາພາ - ຄຸ້ມຄອງ, ມະຕິກອງປະຊຸມໃຫ່ຍຂອງກົມການເມືອງສູນກາງພັກ ສະບັບເລກທີ 031 / ກມສພ, ລົງວັນທີ 03 ມັງກອນ 2018 ວ່າດ້ວຍວຽກງານການຄຸ້ມຄອງພະນັກງານ ແລະ ຄຳສັງແນະນຳຂອງກົມການເມືອງສູນກາງພັກສະບັບເລກທີ 01 /ກມສພ ລົງວັນທີ 03 ມັງກອນ 2018 ວ່າດ້ວຍການເພີ່ມທະວີການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ ແລະ ທັງເປັນການກະກຽມຕ່ຽມຄວາມພ້ອມ ໃຫ້ແກ່ການເປີດກອງປະຊຸມຄົບຄະນະບໍລິຫານງານພັກເມືອງ ຄັ້ງທີ່ 10 ສະໄໝທີ 7 ທີ່ຈະໄດ້ເປີດຂື້ນໃນຕໍ່ໜ້ານີ້. ນອກຈາກນັ້ນບັນດາສະຫາຍໃນຄະນະບໍລິຫານງານພັກເມືອງແຕ່ລະສະຫາຍ ຈະໄດ້ຜ່ານບົດສຳຫຼວດການນຳພາ-ຊີ້ນຳ ໃນແຕ່ລະຂົງເຂດວຽກງານທີ່ຕົນຮັບຜິດຊອບອິກດ້ວຍ. ເພື່ອເຮັດໃຫ້ກອງປະຊຸມຄັ້ງນີ້ ເຕັມໄປດ້ວຍເນື້ອໃນໜັກແໜ້ນ ສະຫາຍ ສົມບູນ ເຮືອງວົງສາ ເລຂາພັກເມືອງ ເຈົ້າເມືອງໆຊະນະສົມບູນ ຍັງໄດ້ຮຽກຮ້ອງມາຍັງບັນດາສະຫາຍທີ່ເຂົ້າຮ່ວມ ຈົ່ງພ້ອມກັນເອົາໃຈໃສ່ຄົ້ນຄວ້າເຊື່ອມຊື່ມຕິນິກຳເອກະສານຕ່າງໆຂອງກົມການເມືອງສູນກາງພັກ ທີ່ເຜີຍແຜ່ໃນເທື່ອນີ້ໄປຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດຕາມກົມກອງ,ຫ້ອງການ ແລະ ທ້ອງຖີ່ນຮາກຖານທີ່ຕົນຮັບຜິດຊອບໃຫ້ປະກົດຜົນເປັນຈິງ. ໂດຍກອງປະຊຸມເຜີຍແຜ່ເຊື່ອມຊືມນິຕິກຳກ່ຽວກັບວຽກງານການກໍ່ສ້າງພັກ ແລະ ພະນັກງານ ທີ່ອົງຄະນະບໍລິຫານງານພັກເມືອງຊະນະສົມບູນ ເປີດຂື້ນແມ່ນຈະໄດ້ດຳເນີນ ໄປເປັນເວລາ 2 ວັນຈຶ່ງສຳເລັດ
ຖວທ ເມືອງຂະນະສົມບູນ
Editor: ກຳປານາດ ລັດຖະເຮົ້າ