ໃນໂອກາດທີ່ ທ່ານ ສົມມາດ ພົນເສນາ ລັດຖະມົນຕີກະຊວງຊັບພະຍາກອນ, ທໍາມະຊາດ ແລະ ສີ່ງແວດລ້ອມ ໄດ້ເຂົ້າຮ່ວມກອງປະຊຸມສະຫຼຸບການເຄື່ອນໄຫວວຽກງານຮອບດ້ານ ປະຈໍາປີ 2017 ຂອງພະແນກຊັບພະຍາກອນ ທຳມະຊາດ ແລະ ສີ່ງແວດລ້ອມ ແຂວງຊຽງຂວາງ. ທ່ານລັດຖະມົນຕີ ໄດ້ຖືໂອກາດນີ້ໂອ້ລົມຕໍ່ພິທີ ກ່ອນອື່ນທ່ານໄດ້ ສະແດງຄວາມຍ້ອງຍໍຊົມເຊີຍຜົນງານ ທີ່ທາງພະແນກປະຕິບັດມາໄດ້ໃນໄລຍະຜ່ານມາ ພ້ອມທັງເນັ້ນໜັກໃຫ້ສະມະຊິກພະນັກງານຕ້ອງ ຖືວຽກງານການເມືອງແນວຄິດ, ວຽກງານຈັດຕັ້ງພັກພະນັກງານ. ຖືສໍາຄັນໃນວຽກງານທຸກຂະ ແໜງການ, ການຄຸ້ມຄອງ ນໍາໃຊ້ທີ່ດີນ, ຊັບພະຍາກອນທໍາມະຊາດ, ຍົກສູງລັດຖະທຳມະນູນກົດ ໝາຍ ແລະ ລະບຽບການອງພັກ - ລັດວາງອອກ. ມີການປະສານສົມ ທົບກັບພະນັກງານ ທຸກຂະ ແໜງການ, ສົມທົບໃນການເຮັດວຽກ ເຮັດວຽກເປັນໝູ່ຄະນະບຸກຄົນຮັບ ຜິດຊອບ, ປັບປຸງແບບແຜນວິທີເຮັດວຽກ, ການແກ້ໄຂວຽກງານໃຫ້ຍຸຕິທຳ ເປັນຕົ້ນ ແມ່ນການເຊົ່າສຳປະທານທີ່ດີນ, ການເກັບພາສີທີ່ດີນ, ຕ້ອງມີຫຼັກການໃນການຄຸ້ມ ຄອງທີ່ດີນ, ຕອນດີນໃນສປປລາວຕ້ອງມີໃບທະບຽນ. ນອກນັ້ນທ່ານຍັງໄດ້ຮຽກຮ້ອງໃຫ້ພະນັກງານລັດຖະກອນ ຈົ່ງເອົາໃຈໃສ່ປະຕິບັດໜ້າທີ່ໃຫ້ຖືກຕ້ອງຕາມກົດໝາຍ ແລະ ສຳເລັດຕາມທີ່ໄດ້ຮັບມອບໝາຍ
ທີມຂ່າວ ແຂວງຊຽງຂວາງ
Editor: ກຳປານາດ ລັດຖະເຮົ້າ