ໃນວັນທີ 7 ກຸມພາ 2018 ຜ່ານມາ, ເມືອງຜາໄຊ ໄດ້ຈັດ ປີດຊຸດຮຽນທິດສະດີການເມືອງ - ການປົກຄອງລະບົບບໍາລຸງ 45 ວັນ, ຮຸ່ນທີ 1 ຂື້ນຢ່າງເປັນທາງການ ຢູ່ທີ່ຫ້ອງປະຊຸມຫ້ອງວ່າການປົກຄອງ ເມືອງຜາໄຊ, ແຂວງຊຽງຂວາງ ໂດຍການເປັນກຽດເຂົ້າຮ່ວມຂອງ ທ່ານ ພັນເອກ ບຸນຊູ ໄຊລາສີ ຄະນະປະຈຳພັກແຂວງ ຫົວໜ້າການທະຫານກອງບັນຊາການທະຫານ ແຂວງຊຽງຂວາງ, ມີ ທ່ານ ຄຳຫຼ້າ ຈັນດາລາ ກຳມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງໆຜາໄຊ , ມີ ທ່ານ ບຸນເລື່ອນ ວັນນາຮັກ ກຳມະການພັກແຂວງ ອຳນວຍການໂຮງຮຽນທິດສະດີການເມືອງ ແລະ ການປົກຄອງແຂວງ, ມີບັນດາຫົວໜ້າຮອງຫົວໜ້າຫ້ອງການຂອງເມືອງ, ມີພະນັກງານ, ຄູອາຈານ ຕະຫຼອດຮອດນັກຮຽນ ແລະ ແຂກຖືກເຊີນເຂົ້າຮ່ວມນຳ.
ໃນພີທີ ທ່ານ ບຸນມາ ສູຍະວົງ ຮອງເຈົ້າເມືອງໆຜາໄຊ ທັງເປັນຄະນະຮັບຜິດຊອບຊູດຮຽນ ໄດ້ໃຫ້ກຽດຂື້ນຜ່ານບົດສະຫຼຸບການຕີລາຄາການຮຽນ ການສອນຂອງໂຮງຮຽນເຊີ່ງທ່ານໃຫ້ຮູ້ວ່າ: ຊຸດຮຽນທິດສະດີການເມືອງ ແລະ ການປົກຄອງລະບົບບຳລຸງ 45 ວັນ, ຮຸ່ນທີ 1 ຂອງເມືອງຜາໄຊ ໄດ້ເລີ່ມຮຽນມາແຕ່ວັນທີ 13 ພະຈິກ 2017 - ວັນທີ 19 ມັງກອນ 2018 ແມ່ນສໍາເລັດຕາມໂຄງການຫຼັກສຸດການຮຽນ - ການສອນ 100 ສ່ວນຮ້ອຍ, ຢູ່ທີ່ສະໂມສອນ ປກສ ເມືອງຜາໄຊ ມີນັກສືກສາເຂົ້າຮ່ວມທັງໝົດ 43 ຄົນ ຍີງ 16 ຄົນ, ເຊີ່ງມາຈາກບັນດາຫ້ອງການ, ກົມກອງອ້ອມຂ້າງເມືອງທີ່ມາເຂົ້າຮຽນ ໃນນີ້ມີວິຊາຮຽນທັງໝົດ 5 ວິຊາຫຼັກ ຄື: ວິຊາປັດສະຍາມາກ - ເລນີນ, ວິຊາເສດຖະສາດການເມືອງມາກ - ເລນີນ, ວິຊາລັດທິສັງຄົມນິຍົມວິທະຍາສາດວິຊາກໍ່ສ້າງພັກ ແລະ ວິຊາບໍລິຫານສາດ ລວມທັງໝົດມີ 39 ບົດ, ໃຊ້ເວລາ 315 ຊົ່ວໂມງ. ໂດຍແມ່ນອາຈານມາຈາກໂຮງຮຽນການເມືອງ - ການປົກຄອງແຂວງ ແລະ ອາຈານຮັບເຊີນມາຈາກບັນດາພະແນກການ,ຫ້ອງການອ້ອມຂ້າງແຂວງ. ຫຼັງຈາກນັ້ນໃນພີທີ ກໍ່ໄດ້ມອບໃບຍ້ອງຍໍ, ໃບຊົມເຊີຍ ຂອງເມືອງ ຂອງໂຮງຮຽນ ໃຫ້ແກ່ຄູອາຈານພາຍໃນໂຮງຮຽນ, ອາຈານຮັບເຊີນ ແລະ ນັກສືກສາ ທີ່ມີຜົນງານດີເດັ່ນໃນການເຄື່ອນໄຫວປະກອບສ່ວນໃນວຽກງານພາຍໃນໂຮງຮຽນໃນໄລຍະຜ່ານມາ ເປັນກຽດກ່າວມອບຂອງ ທ່ານ ຄຳຫຼ້າ ຈັນດາລາ ກຳມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງໆຜາໄຊ ແລະ ທ່ານ ບຸນເລື່ອນ ວັນນາຮັກ ກຳມະການພັກແຂວງ ອຳນວຍການໂຮງຮຽນການເມືອງ - ການປົກຄອງແຂວງ ໄດ້ຜັດປ່ຽນກັນຂື້້ນມອບ.
ຕ້ອນທ້າຍໄດ້ໃຫ້ກຽດ ທ່ານ ບູນຊູ ໄຊລາສີ ຄະນະປະຈຳພັກແຂວງ ຫົວໜ້າການທະຫານກອງບັນຊາການທະຫານ ແຂວງຊຽງຂວາງ ມີຄໍາຄິດຄໍາເຫັນໂອ້ລົມຕໍ່ພີທີ ກ່ອນອື່ນ ທ່ານກໍ່ໄດ້ຕີລາຄາສູງຕໍ່ຜົນສຳເລັດ ແລະ ສະແດງຄວາມຍ້ອງຍໍຊົມເຊີຍມາຍັງຄຸ ອາຈານນັກຮຽນ. ເປັນຕົ້ນແມ່ນ ທາງໂຮງຮຽນການເມືອງ ແລະ ອົງການປົກຄອງແຂວງເປັນຜຸ້ຊີ້ນຳໃນການສີດສອນໂດຍກົງ ເວົ້າລວມ ເວົ້າສະເພາະ ແມ່ນ ອົງການຈັດຕັ້ງທຸກຂັ້ນທີ່ໄດ້ນຳເອົາຜູ້ມີເງື່ອນໄຂເຂົ້າຮຽນຈົນສຳເລັດຜົນ ແລະ ທ່ານ ຍັງໄດ້ຮຽກຮ້ອງມາຍັງນັກສືກສາທູກຄົນທີ່ຜ່ານການສຳເລັດການສືກສາທາງດ້ານທິດສະດີການເມືອງໃນຊຸດນີ້ຈົ່ງພ້ອມກັນນຳເອົາແນວຄິດຄຸນທາດການເມືອງທີ່ຮຽນມາໄປໝູນໃຊ້ເຂົ້າໃນໜ້າທີ່ວຽກງານທີ່ຕົນສັງກັດໃຫ້ມີປະສິດທິພາບ ແລະ ປະສີດທິຜົນຍີ່ງໆຂື້ນ.
ທີມຂ່າວ ແຂວງຊຽງຂວາງ
Editor: ກຳປານາດ ລັດຖະເຮົ້າ