ໃນລະຫວ່າງ ວັນທີ 6 – 7 ກຸມພາ 2018 ນີ້, ກະຊວງສາທາລະນະສຸກ ໄດ້ຈັດກອງປະຊຸມ ສາທາລະນະສຸກ ທົ່ວປະເທດ ຂື້ນທີ່ ນະຄອນຫຼວງວຽງຈັນ, ໂດຍມີຈຸດປະສົງເພື່ອສະຫຼຸບຕີລາຄາ ການຈັດຕັ້ງປະຕິບັດວຽກງານພັດທະນາ ສາທາລະນະສຸກ ປະຈໍາປີ 2017, ພ້ອມກັບຜ່ານ ແຜນການພັດທະນາວຽກງານສາທາລະນະສຸກປະຈໍາປີ 2018 ແລະ 2019 ພ້ອມດຽວກັນກໍ່ເພື່ອສະຫຼຸບການຈັດຕັ້ງປະຕິບັດ ຍຸດທະສາດປະຕິຮູບສາທາລະນະສຸກ ໄລຍະທີ 1 (2013-2015) ແລະ ແຜນຍຸດທະສາດປະຕິຮູບ ສາທາລະນະສຸກ ໄລຍະ 2 (2016 – 2020), ໂດຍການເປັນປະທານຂອງ ທ່ານ ຮອງສາດສະດາຈານ ບຸນກອງ ສີຫາວົງ ລັດຖະມົນຕີ ກະຊວງສາທາລະນະສຸກ, ພ້ອມດ້ວຍບັນດາຮອງລັດຖະມົນຕີ, ຫົວຫນ້າກົມ, ຮອງກົມ, ພະແນການກ່ຽວຂ້ອງ ແລະ ແຂກທີ່ຖືກເຂືນເຂົ້າຮ່ວມຢ່າງພ້ອມພຽງ.
ຜ່ານການຈັດຕັ້ງປະຕິບັດວຽກງານ ໃນໜຶ່ງປີຜ່ານມາເຫັນວ່າ: ອັດຕາການຕາຍຂອງເດັກນ້ອຍລຸ່ມ 1 ປີໄດ້ຫຼຸດລົງຈາກ 57 ຄົນໃນໜຶ່ງພັນຄົນ. ມາເປັນ 41 ຄົນໃນໜຶ່ງພັນຄົນ ໃນປີ 2017, ອັດຕາການຕາຍຂອງແມ່ ຫຼຸດລົງຈາກ 206 ຄົນໃນໜຶ່ງພັນຄົນ ( 206/1000) ໃນປີ 2015. ມາເປັນ 179 ຄົນໃນໜຶ່ງພັນຄົນ (179/1000) ໃນປີ 2017. ອັດຕາປະຊາຊົນໄດ້ຊົມໃຊ້ນໍ້າສະອາດ ເພີ່ມຂື້ນຈາກ 85,7 ສ່ວນຮ້ອຍ ໃນປີ 2015 ມາເປັນ 86,6 ສ່ວນຮ້ອຍ ໃນປີ 2017, ອັດຕາເດັກນ້ອຍ ລຸ່ມ 5 ປີ, ທີ່ມີນໍ້າໜັກຕໍ່າກ່ວາມາດຕາຖານ ຫຼຸດລົງ 25,5 ສ່ວນຮ້ອຍ ມາເປັນ 22 ສ່ວນຮ້ອຍ ໃນປີ 2017. ອັດຕາເດັກນ້ອຍລວງສູງຕໍ່າກວ່າມາດຕາຖານ ຫຼຸດລົງຈາກ 35,6 ສ່ວນຮ້ອຍ ໃນປີ 2015 ມາເປັນ 34 ສ່ວນຮ້ອຍ, ໃນປີ 2017.
ວຽກງານການຮັກສາສຸຂະພາບຂັ້ນຕົ້ນ ຕິດພັນກັບການສ້າງບ້ານສາທາລະນະສຸກ ແບບຢ່າງກວມເອົາ 71 ສ່ວນຮ້ອຍ ຈາກຈໍານວນບ້ານເປົ້າໝາຍ, ຄັງປະກັນສຸຂະພາບ ກວມເອົາ 75 ສ່ວນຮ້ອຍ ຂອງຈໍານວນປະຊາຊົນທັງໝົດ, ພະຍາດທີ່ເກີດຂື້ນ ເປັນຕົ້ນແມ່ນພະຍາດໄຂ້ຍຸງ ກໍ່ຖືກຄວບຄຸມ ແລະ ກໍາຈັດໄວ້ໃນວົງແຄບ, ວຽກງານການຮັກສາສຸຂະພາບກໍ່ໄດ້ຮັບການປັບປຸງ ແລະ ທັນສະໄໝເທື່ອລະກ້າວ, ຈັນຍາບັນ-ຈັນຍາທໍາ ຂອງແພດພະຍາບານ ກໍ່ໄດ້ຮັບການປັບປຸງໄປຄຽງຄູ່ກັບການຍົກລະດັບ ວິຊາສະເພາະ, ວຽງງານຄຸ້ມຄອງຜູ້ບໍລິໂພກອາຫານ ແລະ ຢາ ກໍໄດ້ຮັບການປັບປຸງດີຂື້ນ, ໃນກອງປະຊຸມ ສາທາລະນະສຸກທົ່ວປະເທດ ຄັ້ງນີ້ ຍັງໄດ້ປຶກສາຫາລື ແລະ ກວດການແຜນການປີ 2018 ແລະ 2019 ເພື່ອບັນລຸ 10 ຄາດໝາຍ, ທີ່ສະພາແຫ່ງຊາດໄດ້ຮັບຮອງເອົາ ເປັນຕົ້ນແມ່ນສືບຕໍ່ເຮັດໃຫ້ອັດຕາການຕາຍຂອງ ແມ່ ແລະ ເດັກ ຫຼຸດລົງ, ການປັບປຸງສະພາບໂພສະນາການຂອງເດັກນ້ອຍລຸ່ມ 5 ປີ, ການເອົາໃຈໃສ່ສະໜອງນໍ້າສະອາດ ແລະ ນໍາໃຊ້ວິດຖ່າຍ, ການເພີ່ມອັດຕາສັກຢາກັນພະຍາດ ແລະ ການຂະຫຍາຍຄັງປະກັນສຸຊະພາບ ເພື່ອເຮັດໃຫ້ທຸກຄົນເຂົ້າເຖິງການຮັກສາສຸຂະພາບ ຢ່າງທົ່ວເຖິງ.
Editor: ກຳປານາດ ລັດຖະເຮົ້າ