ພິທີເຊັນບົດບັນທຶກຄວາມເຂົ້າໃຈ ໂຄງການກໍ່ສ້າງສາຍສົ່ງ ໄຟຟ້າແຮງສູງ 500 ກິໂລໂວນ (KV) ຈໍານວນ 5,000 ເມັກກາວັດ (MW) ຈາກພາກເຫນືອ ຂອງ ປະເທດລາວ ຫາ ພາກໄຕ້ ຂອງປະເທດຫວຽດນາມ, ແລະ ໂຄງການຊື້-ຂາຍ ພະລັງງານໄຟຟ້າ ຈາກເຂື່ອນໄຟຟ້າເຊກອງ 3 ເອ ແລະ 3 ບີ, ຢູ່ແຂວງເຊກອງ, ໂຄງການເຂື່ອນໄຟຟ້ານໍ້າຊໍາ 1 ເອ ແລະ 1 ບີ, ໂຄງການເຂື່ອນໄຟຟ້ານໍ້າຊໍາ 3 ແລະ 3 ເອ ຢູ່ແຂວງຫົວພັນ ແລະ ໂຄງການເຂື່ອນໄຟຟ້ານໍ້າໂມ້ 2 ຢູ່ແຂວງຊຽງຂວາງ. ພິທີເຊັນບົດບັນທຶກດັ່ງກ່າວ ໄດ້ຈັດຂື້ນ ທີ່ສໍານັກງານນາຍົກລັດຖະມົນຕີ ໃນວັນທີ 5 ກຸມພາ 2018 ທີ່ຜ່ານມາ ໂດຍການໃຫ້ກຽດເຂົ້າຮ່ວມ ຂອງທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ແລະ ທ່ານ ຫງວຽນ ຊວັນ ຟຸກ ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ສັງຄົມນິຍົມຫວຽດນາມ ພ້ອມດ້ວຍການນໍາຂັນສູງ ສອງປະເທດ ລາວ ແລະ ຫວຽດນາມ ເຂົ້າຮ່ວມເປັນສັກຂີພິຍານ.
ລົງນາມໃນເອກະສານ ສັນຍາດັ່ງກ່າວ ຝ່າຍລາວ ໂດຍແມ່ນ ທ່ານ ພົງສະຫວັດ ເສນາພວນ ປະທານບໍລິສັດ ພົງຊັບທະວີ ກໍ່ສ້າງຂົວທາງ, ເຄຫາສະຖານ ແລະ ຊົນລະປະທານ ຈໍາກັດ ແລະ ຝ່າຍຫວຽດນາມ ແມ່ນ ທ່ານ ດົງ ກວາງ ຕັນ ( Duong Quang Thanh ) ປະທານລັດວິສາຫາກິດ ໄຟຟ້າຫວຽດນາມ. ຕໍ່ກັບການເຊັນບົດບັນທຶກ ໃນຄັ້ງນີ້ ທ່ານ ພົງສະຫວັດ ເສນາພວນ ໄດ້ກ່າວວ່າ: ຈຸດປະສົງ ໃນການເຊັນບົດບັນທຶກຄວາມເຂົ້າໃຈຄັ້ງນີ້ ແມ່ນເປັນການຮ່ວມມືພັດທະນາໂຄງການສາຍສົ່ງໄຟຟ້າແຮງສູງ ແລະ ການຊື້-ຂາຍ ພະລັງງານໄຟຟ້າ ລະຫວ່າງປະເທດ, ເຮັດໃຫ້ປະຊາຊົນ ທັງສອງປະເທດ ມີວຽກເຮັດງານທໍາ ແລະ ມີໄຟຟ້າຊົມໃຊ້ ຢ່າງພຽງພໍ, ພ້ອມທັງເປັນການສ້າງລາຍຮັບ ເຂົ້າງົບປະມານຂອງລັດຖະບານ ຂອງ ສອງປະເທດ ລາວ ແລະ ຫວຽດນາມ. ອະນາຄົດຕໍ່ກັບແຜນການພັດທະນາໂຄງການດັ່ງກ່າວນີ້, ຄູ່ສັນຍາຄາດຄະເນໄວ້ວ່າ ຈະສຶກສາສໍາຫລວດຄວາມເປັນໄປໄດ້ທາງດ້ານເສດຖະກິດ ແລະ ສິ່ງແວດລ້ອມຂອງໂຄງການ.
Editor: ກຳປານາດ ລັດຖະເຮົ້າ