ກອງປະຊຸມປະຈໍາປີ 2017 ຂອງຂະແໜງອຸດສາຫະກໍາ ແລະ ການຄ້າ ໄດ້ປິດລົງຢ່າງເປັນທາງການ ດ້ວຍຜົນສຳເລັດອັນຈົບງາມ; ໃນວັນທີ 2 ກຸ່ມພາ ທີ່ຜ່ານມາ, ໂດຍການໃຫ້ກຽດໂອ້ລົມຕໍ່ກອງປະຊຸມຂອງ ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ, ເຊິ່ງມີ ທ່ານນາງ ເຂັມມະນີ ພົນເສນາ ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ, ບັນດາຮອງລັດຖະມົນຕີກະຊວງ ອຄ ແລະ ກະຊວງອ້ອມຂ້າງ, ຄະນະນໍາແຂວງ-ຮອງເຈົ້າແຂວງ, ກົມກອງ, ພະແນກອຸດສາຫະກຳ ແລະ ການຄ້າ ແຂວງ, ນະຄອນຫຼວງ, ສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ, ບັນດາຜູ້ປະກອບການ ແລະ ພະນັກງານວິຊາການ ເຂົ້າຮ່ວມ
ໃນກອງປະຊຸມ, ທ່ານ ຮອງນາຍົກລັດຖະມົນຕີ ໄດ້ສະແດງຄວາມຊົມເຊີຍ ຕໍ່ບັນດາຜົນງານ ທີ່ຂະແໜງຂະແໜງອຸດສາຫະກຳ ແລະ ການຄ້າ ຍາດມາໄດ້ ໃນໄລຍະ 1 ປີທີ່ຜ່ານມາ. ພ້ອມນີ້, ເພື່ອເປັນທິດຊີ້ນຳ ໃຫ້ແກ່ການເຄື່ອນໄຫວວຽກງານໃນຕໍ່ໜ້າ ທ່ານຍັງໄດ້ເນັ້ນບາງບັນຫາ ຄື : (1) ຕໍ່ກັບບົດສະຫຼຸບປີ 2017 ແລະ ແຜນການປີ 2018 ຕ້ອງໄດ້ຄົ້ນຄິດບັນຫາຍຸດທະສາດ ທີ່ຈະສາມາດສ້າງບາດກ້າວຫັນປ່ຽນແກ່ການພັດທະນາ; (2) ຕໍ່ກັບການຄຸ້ມຄອງລາຄາໃນໄລຍະໃໝ່ ຈະຕ້ອງໄດ້ຍົກເອົາດຳລັດວ່າດ້ວຍ ລາຄາສິນຄ້າ ແລະ ຄ່າບໍລິການ ຂຶ້ນເປັນກົດໝາຍ ອັນຈະເປັນການປັບປຸງ ໃຫ້ເຄື່ອງມືການຄຸ້ມຄອງລັດ ມີຄວາມຄົບຖ້ວນສົມບູນ ແລະ ທັງຍົກສູງໄດ້ ຄວາມສັກສິດໃນການຈັດຕັ້ງປະຕິບັດ; (3) ຕໍ່ກັບການຄຸ້ມຄອງຕະຫຼາດ ທີ່ພົວພັນໂດຍກົງກັບການຄຸ້ມຄອງລາຄາ ໂດຍການເສີມຂະຫຍາຍດ້ານດີ ທີ່ມີໃນໄລຍະຜ່ານມາ ແລະ ເອົາໃຈໃສ່ແກ້ໄຂບັນດາຈຸດອ່ອນຂໍ້ຄົງຄ້າງ, ທົບທວນຄືນການຈັດຕັ້ງປະຕິບັດບັນດານິຕິກຳທີ່ກ່ຽວຂ້ອງ ແລະ ການປັບປຸງການຄຸ້ມຄອງຕະຫຼາດ; (4) ຕໍ່ກັບຍຸດທະສາດການພັດທະນາອຸດສາຫະກຳປຸງແຕ່ງນັ້ນ ໃນໄລຍະຜ່ານມາ ລັດຖະບານ ໄດ້ມີຍຸດທະສາດຫັນເປັນອຸດສາຫະກຳ ແລະ ທັນສະໄໝ ທີ່ເປັນຂອບກວ້າງໆແລ້ວ ຈຶ່ງໃຫ້ໃຊ້ເປັນບ່ອນອີງ ໃນການຜັນຂະຫຍາຍເຂົ້າໃນຂະແໜງການຕົນເອງ. ໃນນັ້ນ, ໃຫ້ລົງເລິກສະເພາະ ອຸດສາຫະກຳປຸງແຕ່ງ ແລະ ຫັດຖະກຳ ເປັນຕົ້ນຕໍ; ແລະ (5) ຕໍ່ກັບການຜັນຂະຫຍາຍ ແຜນພັດທະນາວິສາຫະກິດຂະໜາດນ້ອຍ ແລະ ຂະໜາດກາງ ຊຶ່ງໄດ້ມີກົດໝາຍ, ມີແຜນພັດທະນາສະເພາະ ທີ່ລັດຖະບານໄດ້ຮັບຮອງແລ້ວ, ມີທັງດຳລັດວ່າດ້ວຍ ການຈັດແບ່ງຂະໜາດຂອງວິສາຫະກິດ, ມີກອງທຶນພັດທະນາ, ມີໂຄງການຊ່ວຍເຫຼືອ ແລະ ກູ້ຍືມ ຈຶ່ງຕ້ອງເອົາໃຈໃສ່ຈັດຕັ້ງນຳພາ ໃຫ້ເກີດຜົນຕົວຈິງ ໂດຍການຜັນຂະຫຍາຍ 7 ນະໂຍບາຍ, ໃຫ້ເປັນອັນລະອຽດ ໂດຍມີຫຼາຍຂະ ແໜງການ ແລະ ທ້ອງຖິ່ນເຂົ້າຮ່ວມ.
Editor: ກຳປານາດ ລັດຖະເຮົ້າ