ພິທີເປີດນຳໃຊ້ສູນຂໍ້ມູນຂ່າວສານຊັບພະຍາກອນນໍ້າແຫ່ງຊາດ ເຊິ່ງເປັນໂຄງການຊ່ວຍເຫຼືອລ້າຈາກລັດຖະບານ ສປ ຈີນ ໄດ້ຈັດຂຶ້ນຢ່າງເປັນທາງການໃນວັນທີ 2 ກຸມພາ ຜ່ານມານີ້ ທີ່ ກົມອຸຕຸນິຍົມ ແລະ ອຸທົກກະສາດ ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມນະຄອນຫຼວງວຽງຈັນ, ໂດຍເປັນກຽດເຂົ້າຮ່ວມຂອງ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີແຫ່ງ ສປປ ລາວ, ທ່ານ ເສີນ ເຫຼີຍ ລັດຖະມົນຕີກະຊວງຊົນລະປະທານ ແຫ່ງ ສາທາລະນະລັດ ປະຊາຊົນຈີນ, ທ່ານ ສົມມາດ ພົນເສນາ ລັດຖະມົນຕີ ກະຊວງຊັບພະຍາກອນ, ທໍາມະຊາດ ແລະ ສິ່ງແວດລ້ອມ, ມີ ທ່ານ ຫວາງ ເວີນ ທຽນ ເອກອັກຄະລັດຖະທູດ ສປ ຈີນ ປະຈໍາ ສປປ ລາວ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງສອງປະເທດລາວ-ຈີນເຂົ້າຮ່ວມ.
ໂອກາດນີ້, ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີແຫ່ງ ສປປ ລາວ, ທ່ານ ເສີນ ເຫຼີຍ ລັດຖະມົນຕີ ກະຊວງຊົນລະປະທານ ແຫ່ງ ສປ ຈີນ ໄດ້ຮ່ວມກັນເປີດປ້າຍໃຫ້ແກ່ສູນຂໍ້ມູນຂ່າວສານຊັບພະຍາກອນນໍ້າແຫ່ງຊາດ ເຊິ່ງເປັນຂີດໝາຍສະແດງໃຫ້ເຫັນວ່າສູນດັ່ງກ່າວໄດ້ເປີດນຳໃຊ້ຢ່າງເປັນທາງການ.
Editor: ກຳປານາດ ລັດຖະເຮົ້າ