ໃນວັນທີ 4 ກຸມພາ 2018 ຜ່ານມານີ້, ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ແລະ ທ່ານ ຫງວຽນ ຊວນ ຟຸກ ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ໄດ້ໃຫ້ກຽດເຂົ້າຮ່ວມພິທີມອບ-ຮັບ ໂຄງການກໍ່ສ້າງສູນຝຶກອົບຮົມພະນັກງານຄຸ້ມຄອງວິທະຍາສາດ ແລະ ເຕັກໂນໂລຊີ ທີ່ບ້ານດອນຕິ້ວ, ເມືອງໄຊທານີ, ນະຄອນຫຼວງວຽງຈັນ ໂດຍມີການນຳຂັ້ນສູງ ແລະ ຜູ້ຕາງໜ້າຂະແໜງການທີ່ກ່ຽວຂ້ອງ ຂອງ ສປປ ລາວ ແລະ ສສ ຫວຽດນາມ ເຂົ້າຮ່ວມ.
ໂຄງການດັ່ງກ່າວ ໄດ້ເລີ່ມລົງມືກໍ່ສ້າງ ໃນເດືອນກັນຍາ 2015 ແລະ ສຳເລັດໃນເດືອນທັນວາ 2017 ມີມູນຄ່າທັງໝົດ 98 ກວ່າຕື້ດົງ (ສະກູນເງິນຫວຽດນາມ) ໂດຍການຊ່ວຍເຫຼືອດ້ານງົບປະມານ ຂອງລັດຖະບານ ຫວຽດນາມ ຈຳນວນ 89 ກວ່າຕື້ດົງ ແລະ ງົບປະມານສົມທົບຂອງລັດຖະບານລາວ ປະມານ 9 ຕື້ດົງ, ສາມາດຮອງຮັບການຄົ້ນຄວ້າສິດສອນ ແລະ ຝຶກອົບຮົມ ໃຫ້ແກ່ພະນັກງານຄຸ້ມຄອງວິທະຍາສາດ ແລະ ເຕັກໂນໂລຊີ ປະມານ 600-800 ເທື່ອຄົນ/ປີ ແລະ ມີສະຖານທີ່ເຮັດວຽກໃຫ້ແກ່ພະນັກງານ, ຄູອາຈານ ແລະ ນັກຄົ້ນຄວ້າ ໄດ້ປະມານ 70 ຄົນ.
ໃນໂອກາດດຽວກັນ, ທ່ານ ບໍ່ວຽງຄຳ ວົງດາລາ ລັດຖະມົນຕີກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ແຫ່ງ ສປປ ລາວ ໄດ້ຂຶ້ນມີຄໍາເຫັນກ່າວຮັບ ໂດຍໄດ້ກ່າວບາງຕອນວ່າ: ໂດຍຄໍານຶງເຫັນຂະແໜງວິທະຍາສາດ ແລະ ເຕັກໂນໂລຊີ ຂອງລາວ ຍັງໜຸ່ມນ້ອຍ, ພະນັກງານຍັງຂາດເຂີນທາງດ້ານປະລິມານ ແລະ ຄຸນນະພາບ, ພື້ນຖານໂຄງລ່າງ ທາງດ້ານວັດຖຸເຕັກນິກ ຍັງຈຳກັດ. ສະນັ້ນ, ເພື່ອນສະຫາຍຫວຽດນາມ ໄດ້ເອົາໃຈໃສ່ຊ່ວຍເຫຼືອຂະແໜງວິທະຍາສາດ ແລະ ເຕັກໂນໂລຊີ ຂອງລາວ ດ້ວຍຄວາມຈົດຈໍ່, ຕັ້ງໜ້າ ແລະ ຈິງໃຈ ຕາມຄຳສອນ ຂອງປະທານໂຮ່ຈິມິນ ຜູ້ນຳທີ່ຍິ່ງໃຫຍ່ ວ່າ: “ຊ່ວຍເພື່ອນ ຄືຊ່ວຍຕົນເອງ” ແລະ “ເພື່ອປະໂຫຍດ 10 ປີ ຈະຕ້ອງປູກຕົ້ນໄມ້, ເພື່ອປະໂຫຍດ 100 ປີ, ຈະຕ້ອງສ້າງຄົນ”. ພ້ອມດຽວກັນນັ້ນ, ທ່ານ ບໍ່ວຽງຄຳ ວົງດາລາ ຍັງໄດ້ໃຫ້ຄຳໝັ້ນສັນຍາວ່າ: ຈະເອົາໃຈໃສ່ຄຸ້ມຄອງ, ປົກປັກຮັກສາ ແລະ ເສີມຂະຫຍາຍປະສິດທິຜົນ ຂອງສູນຝຶກອົບຮົມແຫ່ງນີ້ ຕາມຈຸດປະສົງທີ່ໄດ້ກຳນົດໄວ້, ປະກອບສ່ວນເຂົ້າໃນການຍົກສູງຄຸນນະພາບ ຂອງຖັນແຖວພະນັກງານຄຸ້ມຄອງວິທະຍາສາດ ແລະ ເຕັກໂນໂລຊີ, ເຮັດໃຫ້ການຄົ້ນຄວ້າວິທະຍາສາດ ແລະ ການພັດທະນາເຕັກໂນໂລຊີ ຂອງ ສປປ ລາວ ຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ.
ໃນຕອນທ້າຍ, ທັງສອງທ່ານນາຍົກລັດຖະມົນຕີ ພ້ອມດ້ວຍ ການນຳຂັ້ນສູງຂອງສອງປະເທດ ກໍ່ໄດ້ໃຫ້ກຽດ ຕັດແຖບຜ້າ ເພື່ອເປີດນຳໃຊ້ສູນຝຶກອົບຮົມດັ່ງກ່າວ ຢ່າງເປັນທາງການ. ພ້ອມກັນນັ້ນ, ກໍ່ຍັງໄດ້ປູກຕົ້ນໄມ້ຮ່ວມກັນ ເພື່ອເປັນທີ່ລະນຶກ ຕື່ມອີກ
Editor: ກຳປານາດ ລັດຖະເຮົ້າ