ໃນວັນທີ 01 ກຸມພາ 2018 ຜ່ານມາ, ຢູ່ທີ່ສະໂມສອນຊັ້ນ 3 ເມືອງວັງວຽງ, ແຂວງວຽງຈັນ ໄດ້ຈັດພິທີຮັບຮອງໜ່ວຍສະຫະພັນແມ່ຍິງ 10 ໜ່ວຍກົມກອງ ແລະ 23 ໜ່ວຍບ້ານອ້ອມຂ້າງເມືອງເປັນໜ່ວຍສະຫະພັນແມ່ຍິງ 3 ດີ. ຄັ້ງທີ 2 ແລະ ຄັ້ງທີ 3 , ສະໄໝທີ 7 ຂຶ້ນຢ່າງເປັນທາງການ, ໂດຍເປັນກຽດເຂົ້າຮ່ວມຂອງ ທ່ານ ບຸນປັນ ພົມມະວົງ ຮອງເລຂາພັກເມືອງປະທານແນວລາວສ້າງຊາດເມືອງ, ທັງເປັນຜູ້ຊີ້ນໍາອົງການຈັດຕັ້ງມະຫາຊົນເມືອງວັງວຽງ, ມີ ທ່ານນາງ ຂັນຄຳ ສີທານີ ກຳມະການພັກເມືອງ ປະທານສະຫະພັນແມ່ຍິງເມືອງວັງວຽງ, ພະນັກງານທີ່ກ່ຽວຂ້ອງ, ອຳນາດການປົກຄອງ, ມີປະທານສະຫະພັນແມ່ຍິງທັງ 10 ໜ່ວຍກົມກອງ ແລະ 23 ໜ່ວຍບ້ານ. ສະມາຊິກສະຫະພັນແມ່ຍິງເຂົ້າຮ່ວມຢ່າງພ້ອມພຽງ.
ໃນພິທີ ຄັ້ງນີ້, ທ່ານນາງ ວຽງຄອນ ບັນນະວົງ ຄະນະບໍລິຫານງານສະຫະພັນແມ່ຍິງເມືອງ ວັງວຽງ, ປະທານສະຫະພັນແມ່ຍິງກຸ່ມເສດຖະກິດ ໄດ້ຕາງໜ້າໃຫ້ສະຫະພັນແມ່ຍິງ ທັງ 10 ໜ່ວຍກົມກອງ ແລະ 23 ໜ່ວຍບ້ານ ໄດ້ຂຶ້ນຜ່ານບົດສະຫຼຸບການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 3 ດີ ວ່າ: ໜ່ວຍສະຫະພັນແມ່ຍິງທັງ 10 ໜ່ວຍກົມກອງ 23 ໜ່ວຍບ້ານ ຄື: ໜ່ວຍເສດຖະກິດ, ໜ່ວຍປກສ, ໜ່ວຍນໍ້າປາປະ, ໜ່ວຍທະຫານເມືອງ, ໜ່ວຍສາທາລະນະສຸກ, ໂຮງຮຽນປະຖົມບ້ານຊ່ວງ, ໂຮງຮຽນປະຖົມຜາຕັ້ງ, ໂຮງຮຽນ ມສ ຜາຕັ້ງ, ໂຮງຮຽນ ມສ ທ່າເຮືອ,ໂຮງຮຽນມໍຕົ້ນຫ້ວຍງາມ, ໜ່ວຍບ້ານນາດາວ, ບ້ານແກ່ວກວ້າງ, ບ້ານນາລ້ອງກວາງ, ບ້ານວຽງສະໄໝ, ບ້ານນ້ຳແປ, ບ້ານນາຄູນ, ບ້ານຫ້ວຍສະເຫງົາ, ບ້ານນາທອງ, ບ້ານຜາຕັ້ງ, ບ້ານນາແຍ້, ບ້ານຫ້ວຍຊີ, ບ້ານໂພນຄຳ,ບ້ານບ້ານນາຊົມ, ບ້ານນ້ຳປາດ, ບ້ານນ້ຳພາວ, ບ້ານໂພນແກ້ວ, ບ້ານຫ້ວຍນ້ຳເຢັນ, ບ້ານນ້ຳງາດ,ບ້ານຖິ່ນອ່ອນ, ບ້ານວັງເຮືອ, ບ້ານຜາຮອມ, ບ້ານວັງວຽງ, ບ້ານເມືອງຊ່ອງ. ແມ່ນອົງການຈັດຕັ້ງ ມະຫາຊົນໜຶ່ງ ເຊິ່ງເປັນເສນາທິການໃຫ້ແກ່ ຄະນະໜ່ວຍພັກ ທີ່ຂຶ້ນກັບ, ໂດຍເຮັດໜ້າທີ່ສຶກສາອົມຮົມການເມືອງແນວຄິດ, ເຕົ້າໂຮມຄວາມສາມັກຄີແມ່ຍິງພາຍໃນໜ່ວຍປະຕິບັດແນວທາງນະໂຍບາຍຂອງພັກ-ລັດວາງອອກ. ເຊິ່ງທັງ 10 ໜ່ວຍກົມກອງ ແລະ 23 ໜ່ວຍບ້ານ ມີສະມະຊິກແມ່ຍິງທັງໝົດ 3,039 ຄົນ, ມີ 4 ເຜົ່າຄື: ເຜົ່າລາວ 2,049 ຄົນ, ເຜົ່າມົ້ງ 411 ຄົນ. ເຜົ່າຂະມຸ 569 ຄົນ,ແລະ ເຜົ່າອີ້ວມ້ຽນ 10 ຄົນ, ນັກຮຽນ 55 ຄົນ, ເຂົ້າເປັນສະມະຊິກພັກ 109 ສະຫາຍ, ສຳຮອງ 10 ສະຫາຍ, ສະມາຊິກຊາວໝຸ່ມ 241 ສະຫາຍ, ສະມາຊິກກໍາມະບານ 193 ສະຫາຍ , ມີຄະນະໜ່ວຍ 121 ຄົນ ແລະ ແບ່ງອອກເປັນ 227 ຈຸ.
ເພື່ອຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 3 ດີ ໃນຕໍ່ໜ້າ, ສະຫະພັນແມ່ຍິງທັງ 10 ໜ່ວຍກົມກອງ ແລະ 23 ໜວ່ຍບ້ານ, ຕ້ອງໄດ້ຈັດແບ່ງເວລາໃຫ້ເໝາະສົມເພື່ອຊຸກຍູ້ການເຄື່ອນໄຫວຂະບວນການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 3 ດີ ຂອງສະຫະພັນແມ່ຍິງໃຫ້ເປັນຂະບວນຟົດຟື້ນກວ່າເກົ່າ, ຄະນະສະຫະພັນແມ່ຍິງຕ້ອງເພີ່ມທະວີຄວາມເອົາໃຈໃສ່ໃນການຕິດຕາມກວດກາ ແລະ ຊຸກຍູ້ຂະບວນດັ່ງກ່າວ, ສະມາຊິກສະຫະພັນແມ່ຍິງທຸກຄົນຕ້ອງເປັນເຈົ້າການປະກອບສ່ວນເຂົ້າໃນການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 3 ດີຢ່າງຕັ້ງໜ້າ. ການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 3 ດີ ຄື: ເປັນພົນລະເມືອງດີ, ພັດທະນາດີ ແລະ ສ້າງຄອບຄົວດີມີຄວາມຜາສຸກ. ສະຫະພັນແມ່ຍິງທັງໝົດ ໃນ 10 ໜ່ວຍກົມກອງ ແລະ 23 ໜວ່ຍບ້ານ, ຜ່ານການສະຫລຸບ, ປະເມີນຜົນງານ ແລະ ຄັດເລືອກປະເພດດີເດັ່ນໃນການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 3 ດີຄັ້ງທີ 2 ແລະ ທີ 3 , ສະໄໝທີ 7 ສາມາດປະເມີນພົນ ລະເມືອງດີ ໄດ້ ຈໍານວນ 3,036 ຄົນ, ພັດທະນາດີ 2,820 ຄົນ, ສ້າງຄອບຄົວມີຄວາມຜາສຸກ 3,036 ຄົນ, ແລະ ໄດ້ຢັ້ງຢືນສະມະຊິກສະຫະພັນແມ່ຍິງ 3 ດີ ທັງໝົດໄດ້ 2,820 ຄົນ, ໃນນັ້ນ ປະເພດ 1 ມີຈໍານວນ 2,008 ຄົນ, ປະເພດ 2 ຈໍານວນ 812 ຄົນ.
ໃຫ້ກຽດຂຶ້ນມອບໃບຢັ້ງຢືນ ໜ່ວຍສະຫະພັນແມ່ຍິງທັງ 10 ໜ່ວຍກົມກອງ ແລະ 23 ໜ່ວຍບ້ານເປັນໜ່ວຍສະຫະພັນແມ່ຍິງ 3 ດີ ໂດຍ ທ່ານ ບຸນປັນ ພົມມະວົງ ປະທານແນວລາວສ້າງຊາດເມືອງວັງວຽງ ແລະ ກ່າວຮັບໂດຍປະທານສະຫະພັນແມ່ຍິງທັງ10 ໜ່ວຍກົມກອງ ແລະ 23 ໜ່ວຍບ້ານ, ຫລັງຈາກນັ້ນກໍ່ໄດ້ ພ້ອມກັບຈັບມືກັນແຂ່ງຂັນຮັບເອົາຂໍ້ແຂ່ງຂັນ 3 ດີ .
ໃນຕອນທ້າຍພີທີ ທ່ານ ບຸນປັນ ພົມມະວົງ ປະທານແນວລາວສ້າງຊາດເມືອງວັງວຽງ ໄດ້ໃຫ້ກຽດຂຶ້ນໂອລົມ ແລະ ໃຫ້ທິດຊີ້ນຳ ໂດຍທ່ານໄດ້ເນັ້ນໜັກໃຫ້ເອື້ອຍນ້ອງແມ່ຍິງຈັດຕັ້ງປະຕິບັດເນື້ອໃນຂໍ້ແຂ່ງຂັນ 3 ດີ ຂອງສະຫະພັນແມ່ຍິງລາວໃຫ້ປະກົດຜົນເປັນຈິງ.
ທີມຂ່າວ ເມືອງວັງວຽງ
Editor: ກຳປານາດ ລັດຖະເຮົ້າ