ວັນທີ 2 ກຸມພາ 2018 ນີ້, ຄະນະໂຄສະນາອົບຮົມ ສູນກາງພັກ ປະຊາຊົນ ປະຕິວັດລາວ ຮ່ວມກັບ ສໍານັກຂ່າວສານຊິນຮວາ ຂອງ ສປ ຈີນ ຈັດເວທີສົນທະນາການຮ່ວມມືລາວ-ຈີນ ພາຍໃຕ້ “ໜຶ່ງແລວທາງ ໜຶ່ງເສັ້ນທາງ” ທີ່ນະຄອນຫຼວງວຽງຈັນ ໂດຍການເຂົ້າຮ່ວມຂອງ ທ່ານ ກິແກ້ວ ໄຂຄຳພິທູນ ເລຂາທິການສູນກາງພັກ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ປະຊາຊົນ ປະຕິວັດລາວ, ທ່ານ ໄຈ ມິງ ເຈົ້າ ກໍາມະການສູນກາງພັກ ປະທານສຳນັກຂ່າວສານຊິນຮວາ ສປ ຈີນ, ພ້ອມດ້ວຍບັນດາ ທ່ານລັດຖະມົນຕີ, ຮອງລັດຖະມົນຕີ, ຕາງໜ້າສຳນັກຂ່າວສານປະເທດລາວ, ບັນດານັກທຸລະກິດ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ເພື່ອພ້ອມກັນຜັນຂະຫຍາຍຍຸດທະສາດ ຫັນປະເທດທີ່ບໍ່ມີຊາຍແດນຕິດກັບທະເລໃຫ້ກາຍເປັນປະເທດເຊື່ອມຈອດເຊື່ອມໂຍງກັບພາກພື້ນ ແລະ ສາກົນ ຂອງ ສປປ ລາວ ແລະ ຂໍ້ລິເລີ່ມ “ໜຶ່ງແລວທາງ ໜຶ່ງເສັ້ນທາງ” ຂອງ ສປ ຈີນ ກໍ່ຄືການຊຸກຍູ້ ແລະ ຜັນຂະຫຍາຍຜົນສໍາເລັດຂອງການຢ້ຽມຢາມ ສປປ ລາວ, ຢ່າງເປັນທາງການຂອງ ທ່ານ ສີຈິ້ນຜິງ, ເລຂາທິການໃຫຍ່ສູນກາງພັກກອມມູນິດຈີນ ປະທານປະເທດແຫ່ງ ສາທາລະນະລັດ ປະຊາຊົນຈີນ ໃນທ້າຍປີ 2017 ຜ່ານມາ ທີ່ເປັນການຫັດແໜ້ນສາຍພົວພັນ, ມິດຕະພາບອັນເປັນມູນເຊື້ອ, ຄູ່ຮ່ວມຍຸດທະສາດຮອບດ້ານໝັ້ນຄົງຍາວນານໃຫ້ກ້າວສູ່ໄລຍະໃໝ່ ແລະ ເປັນຂີດໝາຍສຳຄັນຂອງການຮ່ວມມື ລາວ-ຈີນ ໃນໄລຍະ ໃໝ່. ທ່ານ ກິແກ້ວ ໄຂຄໍາພິທູນ ກ່າວວ່າ: “ໜຶ່ງແລວທາງ ໜຶ່ງເສັ້ນທາງ” ແມ່ນຂໍ້ລິເລີ່ມທີ່ສຳຄັນອັນໜຶ່ງ ແນ່ໃສ່ເພື່ອຜ່ານຜ່າຄວາມຫຍຸ້ງຍາກຂອງການພັດທະນາດ້ານເສດຖະກິດ, ວັດທະນະທຳ-ສັງຄົມ, ຂອງບັນດາປະເທດຕ່າງໆ ໃນເງື່ອນໄຂໂລກາພິວັດ, ຂໍ້ລິເລີ່ມ “ໜຶ່ງແລວທາງ ໜຶ່ງເສັ້ນທາງ” ມີວັດຖຸປະສົງຕົ້ນຕໍແມ່ນເພື່ອຊຸກຍູ້ປັດໄຈທາງດ້ານເສດຖະກິດ ເພື່ອໃຫ້ສາມາດເຄື່ອນໄຫວໄດ້ຢ່າງເສລີ ແລະ ເປັນລະບົບ, ຈັດສັນຊັບພະຍາກອນທຳມະຊາດໃຫ້ມີປະສິດທິຜົນທີ່ສຸດ,ເຮັດໃຫ້ຕະຫຼາດເຊື່ອມໂຍງເຂົ້າຫາກັນຢ່າງເລິກເຊິ່ງ ເຮັດໃຫ້ປະເທດຢູ່ຕາມແລວທາງ ສາມາດປະສານສົມທົບກັນດ້ານເສດຖະກິດໃຫ້ກວ້າງຂວາງ, ສອດຄ່ອງກັບຜົນປະໂຫຍດພື້ນຖານຂອງປະຊາຄົມໂລກ ສະແດງໃຫ້ເຫັນເຖິງອຸດົມການຮ່ວມກັນ.
ທ່ານ ໄຈ ມີງຈາວ ກ່າວວ່າ: ປະເທດລາວ ເປັນປະເທດສໍາຄັນໜຶ່ງທີ່ຢູ່ລຽບຕາມ “ໜຶ່ງແລວທາງ ໜຶ່ງເສັ້ນທາງ” . ການກໍ່ສ້າງເສັ້ນທາງລົດໄຟ ລາວ-ຈີນ ໄດ້ເຮັດໃຫ້ຂອດຄົມມະນາຄົມ ສຳຄັນທີ່ເຊື່ອມຍົງເອົາມິດຕະພາບຂອງປະຊາຊົນສອງຊາດຄ່ອຍໆຫັນເປັນຄວາມຈິງ ໂດຍສະເພາະແມ່ນ ການຮ່ວມມືຂອງສອງປະເທດໃນໂຄງການໃຫຍ່ທີ່ສໍາຄັນ ເຊິ່ງການຈັດເວທີສົນທະນາການຮ່ວມມືລາວ-ຈີນ ແມ່ນເປັນການຈັດຕັ້ງຜົນການພົບປະຂອງການນຳຂັ້ນສູງຂອງສອງປະເທດໃຫ້ປະກົດຜົນເປັນຈິງໂດຍໄວ, ເພື່ອຊຸກຍູ້ໃຫ້ຂໍລິເລີ່ມ “ໜຶ່ງແລວທາງ ໜຶ່ງເສັ້ນທາງ” ຂອງຈີນ ແລະ ຍຸດທະສາດ “ຫັນຈາກປະເທດບໍ່ມີທາງອອກສູ່ທະເລ ເປັນປະເທດທາງຜ່ານເຊື່ອມຈອດ ເຊື່ອມຍົງ” ຂອງລາວໃຫ້ມີການເຊື່ອມຍົງກັນໂດຍໄວ ແລະ ເປັນການປະກອບສ່ວນອັນຕັ້ງໜ້າເຂົ້າໃນການຮ່ວມກັນສ້າງປະຊາຄົມຮ່ວມຊາຕາກຳທີ່ມີຄວາມໝາຍຍຸດທະສາດລະຫວ່າສອງປະເທດ.
ໂອກາດນີ້ ຍັງໄດ້ມີພິທີປະດັບຫຼຽນໄຊອິດສະຫຼະຊັ້ນ 3 ໃຫ້ແກ່ ທ່ານ ໄຈ ມີງເຈົ້າ ປະທານສຳນັກຂ່າວສານຊິນຮວາ ແລະ ມອບຫຼຽນໄຊອິດສະຫຼະຊັ້ນ 2 ໃຫ້ສໍານັກຂ່າວສານຊິນຮວາ ທີ່ໄດ້ປະກອບສ່ວນຕັ້ງໜ້າເຂົ້າໃນການຊ່ວຍເຫຼືອພັດທະນາສຳນັກຂ່າວສານປະເທດລາວ ເພື່ອແລກປ່ຽນການໂຄສະນາ ລະຫວ່າງ ສອງປະເທດລາວ-ຈີນ ຕາງໜ້າມອບໂດຍ ທ່ານ ບໍ່ແສງຄຳ ວົງດາລາ ລັດຖະມົນຕີກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ.
Editor: ກຳປານາດ ລັດຖະເຮົ້າ