ເນື່ອງໃນໂອກາດວັນສ້າງຕັ້ງກອງທັບປະຊາຊົນລາວ ( 20 ມັງກອນ 1949 –2018 ) ທີ່ ໝູນວຽນມາບັນຈົບຄົບຮອບ 69 ປີ. ດັ່ງນັ້ນໃນທ້າຍເດືອນມັງກອນ 2018 ຜ່ານມານີ້, ຄະນະພັກ,ອຳນາດການປົກຄອງເມືອງຊະນະສົມບູນ, ພ້ອມດ້ວຍຄະນະອົງການແນວລາວສ້າງຊາດແຂວງ,ສະຫະພັນແມ່ຍິງແຂວງ ແລະ ພະແນກຍຸດຕິທຳແຂວງຈຳປາສັກ. ເຄື່ອນໄຫວອວຍພອນ ແລະ ມອບກະຕ່າຂອງຂວັນ ລວມທັງອຸປະກອນເຄື່ອງອຸປະໂພກ ແລະ ບໍລິກໂພກຈຳນວນໜຶ່ງ ເພື່ອປະກອບເຂົ້າໃນການຈັດຕັ້ງປະຕິບັດວຽກງານປ້ອງກັນຊາດ. ໃຫ້ກັບຄະນະພັກ,ຄະນະບັນຊາ ນາຍ ແລະ ພົນທະຫານກອງພົນ ຫົກສູນເຈັດ (607) ທີ່ຕັ້ງຢູ່ເຂດເມືອງຊະນະສົມບູນ, ເຊີ່ງໃຫ້ກຽດນໍາພາຄະນະໃນຄັ້ງນີ້: ແມ່ນ ສະຫາຍ ສົມບູນ ເຮືອງວົງສາ ກຳມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງໆຊະນະສົມບູນ ທັງເປັນປະທານປ້ອງກັນຊາດ-ປ້ອງກັນຄວາມສະຫງົບຂັ້ນເມືອງ ມີຄະນະພັກ, ຄະນະບັນຊາ, ນາຍ ແລະ ພົນທະຫານ, ຂອງກົມກອງດັ່ງກ່າວໃຫ້ການຕ້ອນຮັບຢ່າງອົບອຸ່ນ.
ພ້ອມນັ້ນ: ສະຫາຍ ສົມບູນ ເຮືອງວົງສາ ເຈົ້າເມືອງໆຊະນະສົມບູນ ແລະ ຄະນະຍັງໄດ້ສຶບຕໍ່ເຄື່ອນໄຫວອວຍພອນ ຄະນະພັກ,ຄະນະບັນຊາ ກອງບັນຊາການທະຫານເມືອງຊະນະສົມບູນ. ທັງໃຫ້ກຽດເຂົ້າຮ່ວມເປັນປະທານມອບໃບຢັ້ງຢືນປະກາດນາມມະຍຸດ 9 ໜ່ວຍພັກ ທີ່ຂື້ນກັບກອງບັນຊາການທະຫານເມືອງ ເປັນໜ່ວຍພັກເຂັ້ມແຂງຮູ້ນຳພາຮ້ອບດ້ານ ແລະ ຍ້ອງຍໍປະດັບເລື່ອນຊັ້ນໃຫ້ກັບບັນດາສະຫາຍນາຍ ແລະ ພົນທະຫານ ເປັນຕົ້ນຈາກຮ້ອຍເອກ ຂື້ນພັນຕີ ມີ 2 ສະຫາຍ,ຮ້ອຍໂທ ຂື້ນຮ້ອຍເອກ ມີ 1 ສະຫາຍ ແລະ ຮ້ອຍຕີຂື້ນເປັນຮ້ອຍໂທ ມີ 4 ສະຫາຍ, ມອບໃບຍ້ອງຍໍຕໍ່ກັບນາຍ ແລະ ພົນທະຫານທີ່ມີຜົນງານດີເດັ່ນປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ໃນໄລຍະ 1 ປີຜ່ານມາ,ໃນນັ້ນຂັ້ນເຈົ້າແຂວງມີ 35 ສະຫາຍ,ຂັ້ນ ປກຊ ແຂວງຈຳປາສັກ 19 ສະຫາຍ, ໂອກາດທີ່ເຕັມໄປດ້ວຍຄວາມໝາຍຄວາມສຳຄັນສະຫາຍ ສົມບູນ ເຮືອງວົງສາ ກຳມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງ ເຈົ້າເມືອງໆຊະນະສົມບູນ ປະທານປ້ອງກັນຊາດ-ປ້ອງກັນຄວາມສະຫງົບຂັ້ນເມືອງ ໄດ້ມີຄຳເຫັນໂອ້ລົມ ກ່າວສະແດງຄວາມຢ້ຽມຢາມຖາມຂ່າວຢ່າງອົບອຸ່ນ ມາຍັງບັນດາພະນັກງານນັກຮົບທົ່ວກຳລັງປະກອບອາວຸດທ້ອງຖີ່ນ ທົ່ວເມືອງຊະນະສົມບູນ, ທີ່ໄດ້ເຮັດສໍາເລັດໜ້າທີ່ການເມືອງອັນມີກຽດ ແລະ ກ່າວສະແດງຄວາມຍ້ອງຍໍຊົມເຊີຍຕໍ່ກັບໝາກຜົນ, ຜົນງານອັນພົ້ນເດັ່ນຫຼາຍດ້ານທີ່ກອງບັນຊາການທະຫານເມືອງຍາດມາໄດ້ໄລຍະ 1 ປີຜ່ານມາ.
ພ້ອມທັງຮຽກຮ້ອງໃຫ້ທົ່ວກຳລັງປະກອບອາວຸດສຶບຕໍ່ເຊື່ອມຊືມ ແລະ ຈັດຕັ້ງປະຕິບັດແນວທາງປ້ອງກັນຊາດ - ປ້ອງກັນຄວາມສະຫງົບທົ່ວປ່ວງຊົນຮອບດ້ານ. ໂດຍຖືເອົາການສ້າງທ່າສະໜາມປະຊາຊົນ 3 ຂັ້ນ ແລ້ວພ້ອມກັນຈັດຕັ້ງເຄື່ອນໄຫວຕາມ 4 ເນື້ອໃນ 4 ຄາດໝາຍ. ຕິດພັນກັບການພັດທະນາເສດຖະກິດ-ສັງຄົມ, ພັດທະນາຊົນນະບົດຕາມທິດ 3 ສ້າງ, ເດັດດ່ຽວຕີຕ້ານ ແລະ ທັບມ້າງເລ້ຫຼ່ຽມທຸກກົນອຸບາຍຍຸດທະສາດຫັນປ່ຽນໂດຍສັນຕິຂອງພວກກຸ່ມຄົນບໍ່ຫວັງດີ, ສຶບຕໍ່ເສີມຂະຫຍາຍມູນເຊື້ອວິລະຊົນຂອງຕົນໃຫ້ເປັນຫຼັກແຫຼ່ງແກ່ນສານ, ຕັ້ງໜ້າປະກອບສ່ວນເຂົ້າໃນພາລະກິດ 2 ໜ້າທີ່ຍຸດທະສາດ ເພື່ອຮັບປະກັນເຮັດໃຫ້ສະຖຽນນະພາບທາງດ້ານການເມືອງ ມີຄວາມສະຫົງບ, ເສດຖະກິດ-ສັງຄົມ ໄດ້ຮັບການພັດທະນາກ້າວຂື້ນຢ່າງຕໍ່ເນື່ອງ ໂດຍພາຍໃຕ້ການນຳພາອັນສະຫຼາດສ່ອງໃສ ຂອງພັກປະຊາຊົນ ປະຕິວັດລາວ ກໍ່ຄືນ້ຳໃຈ 20 ມັງກອນຈົ່ງໝັນຍືນ.
Editor: ກຳປານາດ ລັດຖະເຮົ້າ